ວຽກງານວັດທະນະທໍາ-ສັງຄົມ ເມືອງພຽງ ໄດ້ຮັບການພັດທະນາດີຂຶ້ນ

ວຽກງານວັດທະນະທໍາ-ສັງຄົມ ເມືອງພຽງ ໄດ້ຮັບການພັດທະນາດີຂຶ້ນ
ໂດຍ: ຕະວິນຍານ
ໄປພ້ອມກັບຜົນສໍາເລັດໃນການຮັກສາສະຖຽນລະພາບທາງດ້ານການເມືອງມີຄວາມໝັ້້ນຄົງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການພັດທະນາວຽກງານເສດຖະກິດແລ້ວ, ເມືອງພຽງ ແຂວງໄຊຍະບູລີ ຍັງເອົາໃຈໃສ່ ຊຸກຍູ້ສົ່ງເສີມ ວຽກງານວັດທະນາທໍາ-ສັງຄົມ ໃຫ້ຂະຫຍາຍຕົວ ຊຶ່ງສະແດງອອກໃນ ປີ 2023 ຜ່ານມາ, ເມືອງໄດ້ສຸມໃສ່ປັບປຸງວຽກງານການສຶກສາມີຄຸນນະພາບດີຂຶ້ນ ໂດຍເລັ່ງໃສ່ການຊັບຊ້ອນບຸກຄະລາກອນຄູໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ໂດຍເນັ້ນໃສ່ ໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ ໄປພ້ອມໆກັບການຕິດຕາມຊຸກຍູ້ການຮຽນ-ການສອນທັງໃນລະບົບ ແລະ ນອກລະບົບໃນຂອບເຂດທົ່ວເມືອງ. ສຸມໃສ່ປະຕິບັດຄາດໝາຍດ້ານການສຶກສາຈໍານວນ 16 ຄາດໝາຍ ມີ 20 ຕົວຊີ້ວັດ. ຜ່ານການປະຕິບັດ 1 ປີຜ່ານມາບັນລຸແລ້ວ 14 ຕົວຊີ້ວັດ, ໃກ້ບັນລຸ 2 ຕົວຊີ້ວັດ ແລະ ມີລັກສະນະທົດຖອຍ 4 ຕົວຊີ້ວັດ. ເມືອງໄດ້ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດບັນດຄາດໝາຍສູ້ຊົນທາງດ້ານສາທາລະນະສຸກຈໍານວນ 11 ຕົວຊີ້ວັດ, ບັນລຸແລ້ວ 10 ຕົວຊີ້ວັດ, ຍັງບໍ່ບັນລຸ 1 ຕົວຊີ້ວັດ, ສ້າງບ້ານສາທາລະນະສຸກຕົວແບບໄດ້ 4 ບ້ານ ທຽບໃສ່ແຜນການປີປະຕິບັດໄດ້ 100%, ປະກາດຮັບຮອງບ້ານຢຸດຕິການຖ່າຍຊະຊາຍ ໄດ້ 51 ບ້ານທຽບໃສ່ແຜນການປີປະຕິບັດໄດ້ 100% ທັງຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍສໍາເສັດ; ທົ່ວເມືອງໄດ້ຊົມໃຊ້ນໍ້າສະອາດ ກວມ 97.37%, ຊົມໃຊ້ວິດຖ່າຍ ກວມ 97,26%, ອາຍຸຍືນສະເລ່ຍ 67 ປີ.
ສໍາລັບວຽກງານຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄດ້ປັບປຸງລະບົບຂ່າວສານໃຫ້ມີຄວາມທັນສະໄໝຂຶ້ນ ລົງເກັບກໍາຂ່າວ-ຂຽນຂ່າວ, ສົ່ງສູນກາງໄດ້ທັງໝົດ 195 ຂ່າວ, ຂ່າວສົ່ງໃຫ້ແຂວງ ແລະ ຈັດລາຍການຂ່າວຜ່ານລະບົບໂທລະໂຄ່ງພາຍໃນເມືອງໄດ້ 85 ຄັ້ງ, ຖ່າຍພາບປະກອບເຂົ້າບົດຄວາມໂຄສະນາກ່ຽວກັບເສັ້ນທາງຫຼວງແຫ່ງຊາດ. ສໍາເລັດການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ພ້ອມທັງສ້າງຄິບໂຄສະນາກົດໝາຍສື່ມວນຊົນ; ສ້າງບ້ານວັດທະນະທໍາໄດ້ 2 ບ້ານ ທຽບໃສ່ແຜນການປີປະຕິບັດໄດ້ 100% ແລະ ກົມກອງວັດທະນະທໍາໄດ້ 8 ກົມກອງ ທຽບໃສ່ແຜນການປີປະຕິບັດໄດ້ 100%. ສ່ວນວຽກງານແຮງງານ ແລະ ສະຫວັດດີການສັງຄົມ ເມືອງໄດ້ຫາງານໃຫ້ແຮງງານທີ່ຫວ່າງງານໄດ້ 190 ແຮງງານ ທຽບໃສ່ແຜນປີປະຕິບັດໄດ້ 95%, ຄັດເລືອກແຮງງານລາວໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄດ້ 12 ຄົນ, ຂຶ້ນທະບຽນແຮງງານລາວ ແລະ ຕ່າງປະເທດໄດ້ 20 ຫົວຫນ່ວຍແຮງງານ ທຽບໃສ່ແຜນການປີປະຕິບັດໄດ້ 108%. ພ້ອມກັນນັ້ນ, ຍັງໄດ້ສ້າງຕັ້ງກອງທຶນພັດທະນາສີມືແຮງງານຂັ້ນເມືອງ ມີເງິນທັງໝົດ 20,9 ລ້ານກີບ, ລະດົມທຶນເຂົ້າກອງທຶນແຮສຸກເສີນຂັ້ນເມືອງໄດ້ທັງໝົດ 61,8 ລ້ານກີບ ທຽບໃສ່ແຜນປີປະຕິບັດໄດ້ 75%, ປະຕິບັດນະໂຍບາຍຕໍ່ຜູ້ທີ່ໄດ້ຮັບເຄາະຮ້າຍໄດ້ທັງໝົດ 18 ຄອບຄົວ, ເປັນເງິນທັງ 48,28 ລ້ານກີບ, ຮັບບໍລິຈາກເລືອດໄດ້ 64 ຖົງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ