ວຽກອຸດສະຫະກໍາ - ການຄ້າ ປີ 2023 ມີທ່ວງທ່າດີຂຶ້ນ

ວຽກອຸດສະຫະກໍາ - ການຄ້າ ປີ 2023 ມີທ່ວງທ່າດີຂຶ້ນ
ໂດຍ: ວັນໄຊ ຕະວິນຍານ
ຕາມການລາຍງານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກໍາ-ການຄ້າ ຕໍ່ກອງປະຊຸມສະຫຼຸບວຽກງານອຸດສະຫະກໍາ-ການຄ້າປະຈໍາປີ 2023 ແລະ ວາງທິດທາງແຜນການ 2024 ໃນຕົ້ນປີນີ້ ຊຶ່ງ ທ່ານໄດ້ຍົກໃຫ້ເຫັນວ່າ: ໃນໄລຍະປີ 2023 ຜ່ານມາ, ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ ເປັນຕົ້ນແມ່ນລາຄານ້ຳມັນ, ລາຄາຄໍາ ແລະ ລາຄາສິນຄ້າອຸປະໂພກ-ບໍລິໂພກ ໃນຕະຫຼາດໂລກເພີ່ມຂຶ້ນສູງ, ຄວາມຂັດແຍ່ງທາງດ້ານການຄ້າ ແລະ ພູມິລັດຖະສາດ ຂອງບັນດາປະເທດມະຫາອໍານາດ ນັບມື້ນັບຮຸນແຮງຍິ່ງຂຶ້ນ, ບວກກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທໍາມະຊາດຕ່າງໆ ຢູ່ໃນຫຼາຍພື້ນທີ່, ຄວາມບໍ່ແນ່ນອນທາງດ້ານການເມືອງຂອງພາກພື້ນ ແລະ ສາກົນ, ຄວາມຫຍຸ້ງຍາກທາງດ້ານການເງິນ, ບັນຫາເງິນເຟີ້ ... ທັງໝົດນີ້, ລ້ວນແຕ່ເປັນສິ່ງທ້າທາຍ ແລະ ມີຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດຂອງພາກພື້ນ ແລະ ສາກົນ ຢ່າງຫຼີກລ່ຽງບໍ່ໄດ້.
ສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ, ສ້າງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໜັກໜ່ວງຫຼາຍຢ່າງຕໍ່ປະເທດເຮົາ ເປັນຕົ້ນແມ່ນການເໜັງຕີງຂອງລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ລາຄານ້ຳມັນເຊື້ອໄຟເພີ່ມຂຶ້ນສູງ, ອັດຕາເງິນເຟີ້ ແລະ ອື່ນໆ ລ້ວນແຕ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ກໍແມ່ນຕໍ່ການພັດທະນາໃນຂົງເຂດອຸດສາຫະກໍາ ແລະ ການຄ້າ.
ແຕ່ເຖິງແນວໃດກໍຕາມ ພາຍໃຕ້ການນໍາພາຂອງພັກ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ. ກະຊວງອຸດສະຫະກໍາ-ການຄ້າ ຈຶ່ງສູ້ຊົນຈັດຕັ້ງປະຕິບັດໂຕເລກຄາດໝາຍຕົ້ນຕໍ ໃນປິ 2023 ຈຶ່ງເຮັດໃຫ້ມີຫຼາຍດ້ານມີທ່ວງທ່າດີຂຶ້ນເປັນລໍາດັບ, ອັນເດັ່ນແມ່ນດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໝົດປີ 2023 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຈະບັນລຸ 14.531,14 ຕື້ກີບ, ເທົ່າກັບ 103,58% ຂອງແຜນການ (ມະຕິສະພາແຫ່ງຊາດ 14.029,09 ຕື້ກີບ), ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 10%. ໃນໂຄງປະກອບຂອງມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ທີ່ມີອັດຕາສ່ວນສູງກວ່າໝູ່ແມ່ນການຜະລິດສະບຽງອາຫານ ກວມເອົາ 23,42%; ການຜະລິດເຄື່ອງດື່ມ 16,40%; ການຜະລິດເຄື່ອງນຸ່ງຫົ່ມ 12,45%; ການຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ 8,04%; ການຜະລິດເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ (ຊິ້ນສ່ວນກ້ອງຖ່າຍຮູບ, ໝໍ້ຫຸງເຂົ້າ, ພັດລົມ, ສາຍໄຟຟ້າ, ດອກໄຟ) 6,15%; ການຜະລິດຜະລິດຕະພັນແຮ່ທາດອື່ນໆ ທີ່ບໍ່ແມ່ນໂລຫະ (ຊີມັງ, ຂົບຫີນ, ເສົາໄຟຟ້າ, ດິນຈີ່, ດິນບັອກ, ກະເບື້ອງ) 5,94%; ການຜະລິດຢາງ ແລະ ຜະລິດຕະພັນພລາສຕິກ 4,32%.
ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ບັນລຸ 78.432,43 ຕື້ກີບ, ເທົ່າກັບ 106,65% ຂອງແຜນການປີ (ມະຕິສະພາແຫ່ງຊາດ 73.541,80 ຕື້ກີບ), ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 8%, ໂຄງປະກອບຂອງມູນຄ່າການຈໍລະຈອນສິນຄ້າ ທີ່ມີອັດຕາສ່ວນສູງກວ່າໝູ່ແມ່ນ ໝວດສະບຽງອາຫານ 17,17%; ໝວດເຄື່ອງກໍ່ສ້າງ ກວມເອົາ 16,01%; ໝວດນໍ້າມັນເຊື້ອໄຟ ແລະ ອາຍແກັສ 11,70%; ໝວດສິນຄ້າຮັບໃຊ້ການຜະລິດກະສິກໍາ 10,52%; ໝວດເຄື່ອງຫັດຖະກໍາ ແລະ ຈັກສານ 10,41%; ໝວດພາຫະນະ ແລະ ອາໄຫຼ່ 8,53%; ໝວດເຄື່ອງດື່ມ, ເຫຼົ້າ ແລະ ຢາສູບ 4,52%; ໝວດແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ 1,66%; ແລະ ໝວດເຄື່ອງໃຊ້ສອຍປະຈໍາວັນ ແລະ ເຄື່ອງສໍາອາງ 1,56%.
ສໍາລັບດ້ານການຄ້າຕ່າງປະເທດ: ມູນຄ່າການນຳເຂົ້າ ແລະ ສົ່ງອອກ ຈະບັນລຸ 14.974,06 ລ້ານໂດລາ, ເທົ່າກັບ 97,71% ຂອງແຜນການປີ (ມະຕິສະພາແຫ່ງຊາດ 15.325 ລ້ານໂດລາ), ມີອັດຕາຫຼຸດລົງ 0,21% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນນີ້, ມູນຄ່າການສົ່ງອອກ ບັນລຸ 8.036,99 ລ້ານໂດລາ, ເທົ່າກັບ 97,71% ຂອງແຜນການປີ (ມະຕິສະພາແຫ່ງຊາດ 8.225 ລ້ານໂດລາ), ຫຼຸດລົງ 1,96% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ມູນຄ່າການນໍາເຂົ້າ ບັນລຸ 6.937,08 ລ້ານໂດລາ, ເທົ່າກັບ 97,70% ຂອງແຜນການປີ (ມະຕິສະພາແຫ່ງຊາດ 7.100 ລ້ານໂດລາ), ເພີ່ມຂຶ້້ນ 1,90% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (ມະຕິສະພາແຫ່ງຊາດ 7.100 ລ້ານໂດລາ). ຢ່າງໃດກໍຕາມ ດຸນການຄ້າເກີນດຸນປະມານ 1.099,91 ລ້ານໂດລາ, ຖ້າບໍ່ລວມໂຕເລກນໍາເຂົ້າ ແລະ ສົ່ງອອກໄຟຟ້າ ສປປ ລາວ ແມ່ນຂາດດຸນການຄ້າ ປະມານ 1.077,94 ລ້ານໂດລາ.
ສປປ ລາວ ນໍາສົ່ງ ສິນຄ້າສົ່ງອອກຕົ້ນຕໍ ຂອງ ສປປ ລາວ ແມ່ນ ໄຟຟ້າ, ຄໍາປະສົມ, ຄໍາແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ເກືອກາລີ, ແຮ່ທອງ, ເຫຍື່ອໄມ້ ແລະ ເສດເຈ້ຍ, ມັນຕົ້ນ, ຢາງພາລາ, ນໍ້າຕານ, ເຄື່ອງນຸ່ງຫົ່ມ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງດື່ມ, ເກີບ, ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ; ຊີມັງ, ແກ້ວ ແລະ ເຄື່ອງເຮັດດ້ວຍແກ້ວ; ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ແລະ ກາເຟ. ປະເທດຄູ່ຄ້າຕົ້ນຕໍໃນການສົ່ງອອກ ແມ່ນປະເທດໄທ, ຈີນ, ຫວຽດນາມ; ອົສຕຣາລີ, ກໍາປູເຈຍ, ສິງກະໂປ, ຢີ່ປຸ່ນ, ອິນເດຍ, ສ ອາເມລິກາ, ເຢຍລະມັນ ແລະ ຮົງກົງ.
ສິນຄ້ານໍາເຂົ້າຕົ້ນຕໍຂອງ ສປປ ລາວ ແມ່ນ ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຫຍື່ອໄມ້ ແລະ ເສດເຈ້ຍ, ຊິ້ນສ່ວນອາໄຫຼ່ລົດ, ນໍ້າມັນແອັດຊັງ, ແອັດຊັງພິເສດ; ເຄື່ອງດື່ມ, ເຄື່ອງໄຟຟ້າ ແລະ ອຸປະກອນ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ແກ້ວປະເສີດ, ສາຍໄຟຟ້າ, ເຄເບີ້ລ, ຝຸ່ນ (ປຸ໋ຍ); ຜະລິດຕະພັນທາງເຄມີ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້, ສັດມີຊີວິດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ. ສິນຄ້າເຫຼົ່ານີ້ນຳເຂົ້າຈາກປະເທດ ໄທ, ຈີນ, ຫວຽດນາມ, ອາເມລິກາ, ຢີ່ປຸ່ນ, ສິງກະໂປ, ອົສຕຣາລີ, ສະວິດເຊີແລນ, ສ ເກົາຫຼີ, ຮົງກົງ ແລະ ການາດາ.
ໂດຍລວມແລ້ວ ມູນຄ່າການຄ້າຕ່າງປະເທດ ມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາເຫດແມ່ນຍ້ອນມີສິນຄ້າຫຼາຍລາຍການທີ່ມີປະລິມານສົ່ງອອກຫຼາຍ ແຕ່ມີທ່າອ່ຽງຫຼຸດລົງ ໄດ້ແກ່ ໄຟຟ້າ, ເຫຍື່ອໄມ້, ຢາງພາລາ, ໝາກກ້ວຍ ແລະ ເຄື່ອງຕັດຫຍິບ. ໃນນີ້, ບາງເຂື່ອນໄຟຟ້າບໍ່ສາມາດຜະລິດໄດ້ຕາມແຜນການ ຍ້ອນໄພແຫ້ງແລ້ງ ເຮັດໃຫ້ປະລິມານນ້ຳບໍ່ພຽງພໍຕາມກຳລັງການຜະລິດ. ນອກນັ້ນ, ລາຄາສິນຄ້າບາງປະເພດໃນຕະຫຼາດໂລກມີທ່າອ່ຽງຫຼຸດລົງ ຖ້າທຽບໃສ່ປີ 2022 ເຊັ່ນ: ຢາງພາລາ ແລະ ແຮ່ທາດ. ພ້ອມນີ້ ຍັງມີບັນຫາການຂາດແຄນແຮງງານຂອງໂຮງງານຕັດຫຍິບ ກໍຄືໂຮງງານອຸດສາຫະກຳຫຼາຍແຫ່ງ, ຂັ້ນຕອນການກວດປ່ອຍສິນຄ້າຢູ່ດ່ານທ່າບົກມີຄວາມບໍ່ສະດວກໃຊ້ເວລາດົນ, ມີຄ່າທຳນຽມ ແລະ ຄ່າບໍລິການສູງ ແລະ ບໍ່ສົມເຫດສົມຜົນ ໄດ້ສົ່ງຜົນກະທົບໃຫ້ແກ່ຜູ້ປະກອບໃນການສົ່ງອອກສິນຄ້າ ແລະ ອື່ນໆ.

ຄໍາເຫັນ

ຂ່າວເສດຖະກິດ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເພີ່ມເຕີມ