ວຽງພູຄາເຊັນສັນຍາໂຄງການ ປູກໝາກແຕງໂມເປັນສິນຄ້າ ປະຈໍປີ 2024

 ວຽງພູຄາເຊັນສັນຍາໂຄງການ ປູກໝາກແຕງໂມເປັນສິນຄ້າ ປະຈໍປີ 2024
ເມື່ອບໍ່ດົນມານີ້ທີ່ຫ້ອງການແຜນການ ແລະ ການລົງທຶນເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາໂຄງການປູກໝາກແຕງໂມເປັນສິນຄ້າປະຈໍາປີ2024ລະຫວ່າງອົງການປົກຄອງເມືອງວຽງພູຄາ ຕາງໜ້າໂດຍ ຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ບໍລິສັດ ໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ  ສິງທອງ ຕັນສາລີຄຸນ ກໍາມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ, ທ່ານ ນາງ ແສງວອນ ໄຊຍະລີ ອໍານວຍການບໍລິສັດໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກຈໍາກັດຜູ້ດຽວ,ມີຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ຜ່ານສັນຍາ ວ່າດ້ວຍການປູກໝາກແຕງໂມຢູ່ເມືອງວຽງພູຄາ ໂຄງການດັ່ງກ່າວ ຕັ້ງຢູ່ ບ້ານເປົ້າໝາຍພາຍໃນເມືອງວຽງພູຄາ ມີເນື້ອທີ່ການປູກໝາກແຕງໂມທັງໝົດ 280 ເຮັກຕາ, ມີ 26 ບ້ານເປົ້າໝາຍ, ໂດຍເຊົ່າເນື້ອທີ່ການຜະລິດຂອງປະຊາຊົນ ເປັນຕົ້ນເຊົ່າດິນນາ, ດິນສວນ, ດິນເປົ່າວ່າງ, ແລະ ບໍລິສັດໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຕັ້ງຢູ່ບ້ານວຽງສະຫວ່າງ ເມືອງວຽງພູຄາແຂວງຫຼວງນໍ້າທາເປັນຜູ້ສະໜອງທຶນໂດຍກົງທັງໝົດ 100%ລວມມີຄ່າເຊົ່າດິນ, ພັນທະອາກອນຕ່າງໆ ແລະ ຄ່າບໍລິການວິຊາການລົງຊຸກຍູ້ຕິດຕາມ,ລົງທຶນທັງໝົດ 20 ຕື້ກີບ ໄລຍະສໍາປະທານຂອງໂຄງການແມ່ນຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງເລກທີ 37/ຈມ ລົງວັນທີ 21 ກຸມພາ 2023 ວ່າດ້ວຍການອະນຸມັດໃຫ້ບໍລິສັດໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ສົ່ງເສີມປູກພືດກະສິກໍາເປັນສິນຄ້າ 2 ຊະນິດຄື:ໝາກແຕງໂມແລະໝາກຖົ່ວເບີຢູ່ເມືອງວຽງພູຄາໄລຍະ 5 ປີ 2022
-2023 ແລະ  2026-2027 ອາຍຸສັນຍາຂອງໂຄງການ 1 ປີນັບແຕ່ເດືອນພະຈິກ 2023 ຫາເດືອນ ພຶດສະພາ 2024 ແລະ ເຊັນສັນຍາເປັນປີ, ພາຍຫຼັງເກັບກູ້ຜົນຜະລິດແລ້ວ ຕ້ອງອະນາໄມພື້ນທີ່ດິນຄືນເຊັ່ນ: ການອະນາໄມ, ສ້ອມແປງຄັນນາ ເກັບມ້ຽນສິ່ງເສດເຫຼືອຕ່າງໆ, ໃຫ້ເຈົ້າຂອງດິນ ກັບບໍລິສັດໄດ້ປຶກສາຫາລືກັນ(ການໃຊ້ຈ່າຍ, ການເກັບມ້ຽນຜູ້ລົງທຶນຕ້ອງປະຕິບັດຕາມມາດຕະການດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ບໍ່ໃຫ້ປະສົມຢາ, ຝຸ່ນປຸ໋ຍ ແລະ ຖິ້ມເສດຖົງຢາງ, ປ່ອງຢາລົງສູ່ແມ່ນໍ້າ-ຫ້ວຍນໍ້າຢ່າງເດັດຂາດ, ສ້າງຫ້ອງນໍ້າໃຫ້ພະນັກງານ ແລະ ກໍາມະກອນແຕ່ລະຈຸດຕາມຄວາມເໝາະສົມ ແລະ ມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ຈັດຕັ້ງປະຕິບັດໂຄງການ, ຕິດຕາມກວດກາລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ຮັບຜົນດີ; ໂອກາດນີ້ ກໍໄດ້ເຊັນບົດບັນທຶກສັນຍາຮ່ວມກັນ ລະຫ່ວາງ  ທ່ານ ສິງທອງ ຕັນສາລິຄຸນ ກໍາມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ  ທ່ານ ນາງ   ແສງວອນ ໄຊຍະລີ ອໍານວຍການບໍລິສັດໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກຈໍາກັດຜູ້ດ່ຽວ ແລະ ທ່ານ ບຸນມາ ພິລາວົງ ສະມາຊິກສະພາປະຊາຊົນຂັ້ນແຂວງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ.
(ຂ່າວ-ພາບ: ສົມພອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຊຸດອົບຮົມວຽກງານໂຄສະນາຜ່ານສື່ ໃຫ້ແກ່ຕາໜ່າງຂ່າວເມືອງໄຊເສດຖາ, ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 1 ຕຸລາຜ່ານ​ມາທີ່ ເມືອງ​ໄຊ​ເສດ​ຖາ ໂດຍການ​ເປັນ​ປະ​ທານ​ຂອງທ່ານ ສຸລິກາ ຈັນທະຄໍາເມີ ຄະນະປະຈຳພັກເມືອງປະທານກວດກາພັກ-ລັດເມືອງ,ມີ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍສຳມະນາກອນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ວັນທີ 2 ຕຸລາ 2026 ນີ້ທີ່ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ)ຢູ່ແຂວງ ຈຳປາສັກ.
ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 5 ປີ ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 36 ປີ ປະຈຳປີ 2026 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຂອງທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ), ມີທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາສະມາຊິກສະມາຄົມຜູ້ອາຍຸສູງ ເຂົ້າຮ່ວມ.
9 ເດືອນ ອັດຕະປື ມີຜູ້ເສຍຊີວິດ 16 ຄົນຈາກອຸບັດເຫດຕາມທ້ອງຖະໜົນ

9 ເດືອນ ອັດຕະປື ມີຜູ້ເສຍຊີວິດ 16 ຄົນຈາກອຸບັດເຫດຕາມທ້ອງຖະໜົນ

ໄລຍະ 9 ເດືອນຜ່ານມາ, ຢູ່ແຂວງອັດຕະປື ມີອຸບັດເຫດຕາມທາງຖະໜົນເກີດຂຶ້ນ 375 ລາຍ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 64 ຄັ້ງ ແລະ ມີຜູ້ເສຍຊີວິດຍ້ອນອຸບັດຕິເຫດດັ່ງກ່າວ 16 ຄົນ, ຍິງ 2 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຜູ້ເສຍຊີວິດຫຼຸດລົງ 3 ຄົນ, ຈາກອຸບັດເຫດດັ່ງກ່າວ ມີພາຫະນະເປ່ເພ 522 ຄັນ ໃນນີ້, ເປ່ເພເລັກນ້ອຍ 313 ຄັນ, ເປ່ເພສົມຄວນ 198 ຄັນ ແລະ ໃຊ້ການບໍ່ໄດ້ 11 ຄັນ, ມີຜູ້ໄດ້ຮັບບາດເຈັບ 503 ຄົນ, ບາດເຈັບເລັກນ້ອຍ 326 ຄົນ, ບາດເຈັບສົມຄວນ 142 ຄົນ, ບາດເຈັບສາຫັດ 19 ຄົນ, ລວມມູນຄ່າເສຍຫາຍຈາກການເກີດອຸບັດເຫດ 2,4 ຕື້ກວ່າກີບ.
ພະແນກການເງິນແຂວງຄໍາມ່ວນ ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ

ພະແນກການເງິນແຂວງຄໍາມ່ວນ ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 1 ຕຸລາ 2026ນີ້ ພະແນກການເງິນແຂວງຄໍາມ່ວນ. ໄດ້ຈັດພິທີ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງ ສສປ ລາວຄົບຮອບ 35 ປີ(15 ສິງຫາ 1991 -15 ສິງຫາ 2026),ວັນຢຶດອໍານາດ ຄົບຮອບ 81 ປີ (23 ສິງຫາ 1945 -23 ສິງຫາ 2026) ແລະ ວັນສ້າງຕັ້ງຊື່ມວນຊົນ ຄົບຮອບ 76 ປີ(13 ສິງຫາ 1950 -13 ສິງຫາ 2026), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ. ປາຖະກະຖາ ໂດຍທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາ ອົບຮົມແຂວງ ຄໍາມ່ວນ. ມີຄະນະພັກ,ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການ ພາຍໃນພະແນກການເງີນເຂົ້າຮ່ວມຮັບຟັງ.
ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ວັນທີ 1 ຕຸລາ 2026, ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼູບວຽກ ງານ ປະຈຳ 9 ເດືອນ ແລະ ຜ່ານທິດທາງແຜນການ 3 ເດຶອນ ທ້າຍປີ 2026, ໂດຍມີ ທ່ານ ພູວັນ ພົມມະຈັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳຂົງເຂດປົກປ້ອງກົດໝາຍ, ມີທ່ານ ວິໄລວັນ ແກ້ວເຮຶອງສີ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື, ມີຄະນະອົງການໄອຍະການປະຊາຊົນ, ພະນັກງານ-ວິຊາການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ພິທີປະກາດການສ້າງຕັ້ງ ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 01 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ , ເປັນປະທານໂດຍທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ , ມີທ່ານ ລໍາພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທໍາແຂວງ, ຕາງໜ້າກົມກ່ຽວຂ້ອງ, ບັນດາແຂກຖືກເຊີນ, ຫົວໜ້າຫ້ອງການຍຸຕິທໍາ 10 ຕົວເມືອງ ແລະ ຄະນະຂະແໜງການປິ່ນອ້ອມພະແນກເຂົ້າຮ່ວມ.
ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເພີ່ມເຕີມ