Vietjetສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ ຕ້ອງການເພື່ອນຮ່ວມງານຕຳແໜ່ງວິສະວະກອນເຮືອບິນ

Vietjetສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ ຕ້ອງການເພື່ອນຮ່ວມງານຕຳແໜ່ງວິສະວະກອນເຮືອບິນ
ໃນວັນທີ 3 ມັງກອນ 2024 ,Vietjet, ສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ ແລະເປັນໜຶ່ງໃນສາຍການບິນລາຄາປະຢັດຊັ້ນນໍາໃນອາຊີ, ຕ້ອງການເພື່ອນຮ່ວມງານຕໍາ
ແໜ່ງ ວິສະວະກອນເຮືອບິນທີ່ມີໃບອະນຸຍາດ ເຂົ້າໃນທີມວິຊາການໃນສູນສ້ອມແປງເຮືອບິນຢູ່ທີ່ສະໜາມບິນສາກົນວັດໄຕ ດໍາເນີນການໂດຍ Vietjetແລະ ການບິນລາວ, ອະນຸມັດໂດຍອົງການການບິນພົນລະເຮືອນຂອງທັງສອງປະເທດ ຫວຽດນາມ ແລະ ລາວ.
 ໃນການຮັບສະໝັກພະນັກງານຄັ້ງນີ້: ແມ່ນເພື່ອແນໃສ່ຊຸກຍູ້ທີມງານວິຊາການຂອງສາຍການບິນ ແລະ ເພີ່ມທະວີຄວາມໝັ້ນໝາຍໃນການໃຫ້ບໍລິການທີ່ພິເສດໃຫ້ແກ່ຜູ້ໂດຍສານຂອງພວກເຮົາ, ພາຍຫຼັງທີ່ໄດ້ເປີດຖ້ຽວບິນກົງໃໝ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ສປປ ລາວ ຫາ ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຈະເລີ່ມດຳເນີນການວັນທີ 25/2/2024 ເປັນຕົ້ນໄປ.
Vietjetເປີດຮັບສະໝັກນັກວິຊາການທີ່ມີບົດບາດສຳຄັນໃນການຮັບປະກັນຄວາມເໝາະສົມດ້ານການບິນ ແລະ ຄວາມໜ້າເຊື່ອຖືຂອງເຮືອບິນ, ປະກອບສ່ວນເຂົ້າໃນການດຳເນີນງານຂອງສາຍການບິນຢ່າງປອດໄພ ແລະ ມີປະສິດທິພາບ.
ທ່ານໃດສົນໃຈສາມາດເຂົ້າໄປທີ່ https://jobs.vietjetair.com/Jobs/Category/3 ເພື່ອຮັບລາຍລະອຽດວຽກ ແລະ ສົ່ງຊີວະປະຫວັດ ແລະ ເອກະສານທີ່ກ່ຽວຂ້ອງກ່ອນວັນທີ 30 ມັງກອນ 2024. ຜູ້ທີ່ຖືກຄັດເລືອກຈະຖືກຕິດຕໍ່ເພື່ອປະເມີນ ແລະ ຂັ້ນຕອນການສຳພາດເພີ່ມຕື່ມ.
ຜູ້ສະໝັກທີ່ໄດ້ຮັບການຄັດເລືອກຈະໄດ້ຮັບຄ່າຕອບແທນສູງ, ການຝຶກອົບຮົມ ແລະ ໂອກາດທີ່ຈະເຮັດວຽກໃນສະພາບແວດລ້ອມທີ່ມີຊີວິດຊີວາ. ນອກຈາກນັ້ນ, ຍັງຈະໄດ້ຮັບຜົນປະໂຫຍດຈາກສັນຍາຂອງ Vietjetໃນການສົ່ງເສີມວັດທະນະທໍາໃນການເຮັດວຽກ ແລະ ລວມໄປເຖິງການຊຸກຍູ້ການເຕີບໂຕ ແລະ ການພັດທະນາດ້ານວິຊາຊີບ.
ເມື່ອບໍ່ດົນມານີ້, Vietjetໄດ້ຮັບລາງວັນ “The Best Companies to Work for in Asia” ເປັນຄັ້ງທີ 3 ຂອງວາລະສານ HR Asia. ເຕົ້າໂຮມກຳລັງແຮງງານທີ່ມີຄຸນນະພາບສູງ, ປັດຈຸບັນ Vietjetມີພະນັກງານດີເດັ່ນປະມານ 6.000 ຄົນທີ່ເຮັດວຽກຢູ່ສຳນັກງານ, ສະໜາມບິນ, ໃນຖ້ຽວບິນທີ່ກວມເອົາຫວຽດນາມ ແລະ ພາກພື້ນອາຊີ - ປາຊີຟິກ. ໃນແຕ່ລະປີມີຜູ້ສະໝັກປະມານ 1.000 ຄົນສະໝັກເຂົ້າ Vietjetຍ້ອນບໍ່ພຽງແຕ່ຜົນຕອບແທນທີ່ສູງ ແລະ ຜົນປະໂຫຍດທີ່ໜ້າສົນໃຈເທົ່ານັ້ນ, ແຕ່ຍັງມີສະພາບແວດລ້ອມການເຮັດວຽກແບບມືອາຊີບ ແລະ ໂອກາດພັດທະນາອາຊີບທີ່ສົມບູນແບບອີກດ້ວຍ.ສຳລັບຂໍ້ມູນເພີ່ມເຕີມ: ຂ່າວ:Vietjet
www.vietjetair.comເບີຕິດຕໍ່ພະນັກງານຝ່າຍສື່:Bigblue Agency Laos ໂທ: +85620 78911848 (ລັດ) ຫຼື Ms. Kieu Duong (Amy)ອີເມວ: kieuduong@vietjetair.comໂທ: +84 932 775 066ຂ່າວ: Vietjet

ຄໍາເຫັນ

ຂ່າວການຮ່ວມມື

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໃນຕອນແລງວັນທີ 19 ພະຈິກຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕະມົນປະຈໍາປີ 2026ຊຶ່ງນໍາພາໂດຍທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.
ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດງານວັນວັດທະນະທຳອາຫານຫວຽດນາມຢູ່ລາວ ປະຈຳປີ 2026 ຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສຳນັກງານສະຖານຫວຽດນາມ ປະຈຳ ສປປ ລາວນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີການນຳພັກ-ລັດ, ອະດີດການນຳພັກ-ລັດ, ບັນດາທູຕານຸອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ໃນລະຫວ່າງວັນທີ 17-21 ພະຈິກນີ້, ສະຫາຍ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະຜູ້ແທນຂອງພັກປະຊາຊົນປະຕິວັດລາວ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫຼີ. ຈຸດປະສົງການຢ້ຽມຢາມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ ໄລຍະປີ 2022-2027 ກໍຄືການຜັນຂະຫຍາຍຜົນການພົບປະສຸດຍອດ ລະຫວ່າງ ການນໍາສູງສຸດຂອງສອງປະເທດ ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ຢ່າງເປັນທາງການ ໃນເດືອນຕຸລາ 2025 ໃຫ້ເປັນຮູບປະທຳ; ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ຄະນະຜູ້ແທນໜັງສືພິມປະຊາຊົນແລກປ່ຽນບົດຮຽນຢູ່ສູນDDSນະຄອນດາໜັງ

ຄະນະຜູ້ແທນໜັງສືພິມປະຊາຊົນແລກປ່ຽນບົດຮຽນຢູ່ສູນDDSນະຄອນດາໜັງ

ໃນວັນທີ 19ພະຈິກຜ່ານມາທີ່ນະຄອນດາໜັງ ສສຫວຽດນາມ, ທ່ານສີວັນຫອມໄຊຍະເດດກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນຢູ່ສູນຫັນເປັນດີຈີຕອນແລະເຕັກໂນໂລຊີຍຸດທະສາດດາໜັງ (DDS)ໃຫ້ກຽດຕ້ອນຮັບຂອງທ່ານຟ້າມເທ້ເຍີນຮອງຜູ້ອໍານວຍການສູນຫັນເປັນດີຈີຕອນແລະເຕັກໂນໂລຊີຍຸດທະສາດດາໜັງພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ເພີ່ມເຕີມ