ບໍລິສັດ Rocket Freight ລະບຸວ່າ: ຜູ້ໃຫ້ບໍລິການຂົນສົ່ງທາງບົກໃນທ້ອງຖິ່ນໄດ້ເພີ່ມລາຄານໍ້າມັນເຊື້ອໄຟຫຼາຍກວ່າ 30% ໃນຂະນະທີ່ບໍລິສັດຂົນສົ່ງທາງເຮືອສາກົນໄດ້ກຳນົດ “ຄ່າທຳນຽມຄວາມສ່ຽງຈາກສົງຄາມ” ສູງເຖິງ 50% ສຳລັບນະໂຍບາຍການຂົນສົ່ງຜ່ານທາງທະເລ.
ທ່ານນາງ ລີຊາ ໂຄລແມນ ຜູ້ອຳນວຍການ ບໍລິສັດ Rocket Freight ກ່າວວ່າ: ທຸກໆລາຍການສິນຄ້າໃນຊັ້ນວາງຈຳໜ່າຍຈະໄດ້ຮັບຜົນກະທົບທັງໝົດ ຍ້ອນວ່າເຮືອຫຼາຍລຳກຳລັງປ່ຽນເສັ້ນທາງມາອ້ອມອາຟຣິກາໃຕ້ ເພື່ອຫຼີກລ່ຽງພື້ນທີ່ຕາເວັນອອກກາງ ຊຶ່ງເຮັດໃຫ້ໄລຍະເວລາການຂົນສົ່ງຍາວນານຂຶ້ນເຖິງ 40 ມື້ ແລະ ຄ່າໃຊ້ຈ່າຍນໍ້າມັນເຊື້ອໄຟເພີ່ມສູງຂຶ້ນ.
ວິກິດການດັ່ງກ່າວໄດ້ຊຸກຍູ້ໃຫ້ລາຄານໍ້າມັນທົ່ວໂລກເພີ່ມຂຶ້ນ, ໂດຍລາຄານໍ້າມັນດິບ Brent ເພີ່ມຂຶ້ນ 18% ເປັນ 110 ໂດລາຕໍ່ບາເຣວ ຊຶ່ງເຮັດໃຫ້ຜູ້ຂັບຂີ່ລົດໃນນູແວນເຊລັງຕ້ອງຕໍ່ແຖວຢູ່ສະຖານີນໍ້າມັນໃນທ້າຍອາທິດຜ່ານມາ ເພື່ອເຕີມນໍ້າມັນກ່ອນທີ່ລາຄາຈະເພີ່ມຂຶ້ນຕື່ມອີກ.
ທ່ານ ດູແອນ ເອເມນີ ຫົວໜ້າບໍລິຫານ ສາຍການບິນ Air Chathams ກ່າວວ່າ: ສາຍການບິນຕ້ອງປະເຊີນກັບຄ່າໃຊ້ຈ່າຍນໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນ 140,000 ໂດລານິວຊີແລນ (ນູແວນເຊລັງ) ຕໍ່ເດືອນ ແລະ ອາດຈະຕ້ອງຫຼຸດຜ່ອນຖ້ຽວບິນ, ໃນຂະນະທີ່ສາຍການບິນໃຫຍ່ອື່ນໆກຳລັງພິຈາລະນາຫຼຸດຖ້ຽວບິນເຊັ່ນກັນ.
ຄໍາເຫັນ