ວິສາຫະກິດ AI ຂອງຈີນປະມານ 100 ແຫ່ງຈະເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ແຫຼ່ງຂ່າວຈາກກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ໃນວັນທີ 10 ສິງຫາ ຜ່ານມາວ່າ, ວຽກງານກະກຽມເຂດວາງສະແດງປັນຍາປະດິດ ຫຼື AI ຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23 ໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ. ເມື່ອຮອດເວລາຈັດງານ, ຈະມີວິສາຫະກິດຕາງໜ້າດ້ານ AI ປະມານ 100 ແຫ່ງເຂົ້າຮ່ວມງານວາງສະແດງດ້ວຍຜົນງານຫຼ້າສຸດຂອງຕົນ ເພື່ອຊ່ວຍຊຸກຍູ້ໃຫ້ທ່າແຮງດ້ານເຕັກໂນໂລຊີຂອງຈີນເຊື່ອມຕໍ່ກັບຄວາມຕ້ອງການຂອງຕະຫຼາດອາຊຽນຢ່າງມີປະສິດທິພາບສູງ.
ເຂດວາງສະແດງຍັງຈະສຸມໃສ່ການວາງສະແດງກໍລະນີດ້ານການຮ່ວມມືທີ່ປະສົບຜົນສຳເລັດໃນການນຳເອົາເຕັກໂນໂລຊີ AI ຂອງຈີນມາຈັດຕັ້ງປະຕິບັດຢູ່ພາກພື້ນອາຊຽນ ພ້ອມດ້ວຍສະພາບການປະຍຸກໃຊ້ໃນຂົງເຂດຕ່າງໆ ເຊັ່ນ: ການເພີ່ມຄວາມສາມາດໃຫ້ແກ່ອຸດສາຫະກຳການຜະລິດ, ການປິ່ນປົວ ແລະ ດູແລສຸຂະພາບ, ກະສິກຳ ແລະອື່ນໆ. ໂດຍຜ່ານຈາກການຈຳລອງສະພາບການປະຍຸກໃຊ້ຕົວຈິງ, ນັກທຸລະກິດຈາກອາຊຽນບໍ່ພຽງແຕ່ຈະສາມາດຮັບຮູ້ແຜນການດ້ານເຕັກໂນໂລຊີໂດຍກົງເທົ່ານັ້ນ, ຍັງຈະສາມາດສຳຜັດກັບປະສົບການໃນການໃຊ້ງານຜະລິດຕະພັນທີ່ກ່ຽວຂ້ອງ ຊຶ່ງສາມາດບັນລຸການເຊື່ອມຕໍ່ໂດຍກົງລະຫວ່າງເຕັກໂນໂລຊີກັບການປະຍຸກໃຊ້ຕົວຈິງ.
ສຳລັບງານວາງສະແດສິນຄ້າຈີນ-ອາຊຽນຄັ້ງທີ 23 ຈະຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໃນລະຫວ່າງວັນທີ 17 ຫາ 21 ກັນຍາໜ້ານີ້.
ຄໍາເຫັນ