ວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຈີນ ໄດ້ຊົມໃຊ້ຜົນປະໂຫຍດຈາກນະໂຍບາຍ “ການເອົາລົດເກົ່າແລກຊື້ລົດໃໝ່”
ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້, ກະຊວງການຄ້າຈີນໄດ້ເປີດເຜີຍໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ຈີນໄດ້ປະຕິບັດນະໂຍບາຍການເອົາລົດເກົ່າແລກຊື້ລົດໃໝ່ໃນປີ 2024 ເປັນຕົ້ນມາ, ຈຳນວນຜູ້ຍື່ນຄຳຮ້ອງຂໍເງິນອຸດໜູນໄລ່ລວມແລ້ວມີຫຼາຍກວ່າ 10 ລ້ານຄັ້ງ. ວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຈີນໄດ້ຊົມໃຊ້ຜົນປະໂຫຍດຈາກການປະຕິບັດນະໂຍບາຍ “ການເອົາລົດເກົ່າແລກຊື້ລົດໃໝ່” ເຊັ່ນກັນ.
ປະລິມານການຈຳໜ່າຍລົດຍົນຂອງວິສາຫະກິດຜະລິດລົດຍົນຕ່າງປະເທດທີ່ລົງທຶນຢູ່ຈີນຈຳນວນໜຶ່ງມີຫຼາຍກວ່າ 40% ແມ່ນມາຈາກການເອົາລົດເກົ່າແລກຊື້ລົດໃໝ່; ປະລິມານການຈຳໜ່າຍເຄື່ອງໃຊ້ໄຟຟ້າຂອງວິສາຫະກິດຜະລິດເຄື່ອງໄຟຟ້າຕ່າງປະເທດທີ່ລົງທຶນຢູ່ຈີນບາງຍີ່ຫໍ້ໃນປີນີ້ໄດ້ເພີ່ມຂຶ້ນ 30%. ເຮັດໃຫ້ວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຈີນມີຄວາມໝັ້ນໃຈຢ່າງໜັກແໜ້ນກວ່າເກົ່າ.
ຄໍາເຫັນ