ວຽກງານສື່ມວນຊົນ ເປັນວຽກງານໜຶ່ງທີ່ສຳຄັນໃນການໂຄສະນາ

ວິທະຍຸກະຈາຍສຽງກອງທັບມີບົດບາດສຳຄັນໃນການເປັນກະບອກສຽງອັນແຫຼມຄົມຂອງພັກ ກໍຄືກຳລັງປ້ອງກັນຊາດ

ວິທະຍຸກະຈາຍສຽງກອງທັບມີບົດບາດສຳຄັນໃນການເປັນກະບອກສຽງອັນແຫຼມຄົມຂອງພັກ  ກໍຄືກຳລັງປ້ອງກັນຊາດ
ໂດຍ: ເຄນໄຊ ວຽກງານສື່ມວນຊົນ ເປັນວຽກງານໜຶ່ງທີ່ສຳຄັນໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ,

 

 ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍທຳນອງທີ່ບິດເບືອນຄວາມຈິງ. ໃນນີ້, ສຳລັບສື່ມວນຊົນກອງທັບເວົ້າລວມ, ເວົ້າສະເພາະແມ່ນສື່ເອເລັກໂຕຣນິກວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແມ່ນພາກສ່ວນໜຶ່ງທີ່ມີບົດບາດສຳຄັນໃນການເປັນປາກກະບອກສຽງອັນແຫຼມຄົມຂອງພັກ, ລັດກໍຄືຂອງກະຊວງປ້ອງກັນປະເທດ ປະກອບສ່ວນເຂົ້າໃນການເຄື່ອນໄຫວໂຄສະນາສຶກສາອົບຮົມ, ປຸກລະດົມເຜີຍແຜ່ແນວທາງການເມືອງ, ການທະຫານ, ພະລາທິການ, ເຕັກນິກ ແລະ ມະຕິຄຳສັ່ງຕ່າງໆຂອງພັກ-ລັດ, ທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ, ປຸກລະດົມຂະບວນການລວມໝູ່ ແລະ ວຽກດີຄົນເດັ່ນ, ຕໍານິວິຈານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກອງທັບ. ນອກນີ້, ຍັງເຮັດໜ້າທີ່ຕອບຕ້ານທຸກຖ້ອຍທຳນອງການໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີໄດ້ຢ່າງທັນການ.

ສະຫາຍ ພັນໂທ ໜູມາດ ອູ່ນໃຈດີ ຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບໄດ້ໃຫ້ສຳພາດເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ກ່າວວ່າ: ຕະຫຼອດໄລຍະຜ່ານມາ, ວິທະຍຸກະຈາຍສຽງກອງທັບໄດ້ມີການປັບປຸງ ແລະ ພັດທະນາຕົນເອງໃຫ້ທຽບທັນກັບສະພາບການໃນຍຸກປັດຈຸບັນ, ຈາກການໂຄສະນາອອກອາກາດທາງສະຖານີວິທະຍຸກະຈາຍສຽງແລ້ວ ຍັງໄດ້ໂຄສະນາອອກທາງສື່ອອນລາຍ Facebook, Youtube...ຕື່ມອີກດ້ວຍພາບ ແລະ ສຽງ, ສ່ວນບັນດາລາຍການວິທະຍຸ ກໍໄດ້ມີການປັບປຸງຫຼາກຫຼາຍຮູບແບບເພື່ອກະຈາຍຄື້ນສຽງສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້, ສາລະບັນເທີງໄປທົ່ວທຸກພື້ນທີ່ໃນທົ່ວປະເທດສາມາດດຶງດູດຜູ້ຟັງໄດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານຕ່າງໆໄດ້ຢ່າງວ່ອງໄວ ແລະ ໄດ້ຮັບຄວາມນິຍົມຊົມຊອບໄວ້ເນື້ອເຊື່ອໃຈຈາກພະນັກງານ-ນັກຮົບ ກໍຄືປະຊາຊົນລາວບັນດາເຜົ່າ, ດ້ານເນື້ອໃນລາຍການວິທະຍຸລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເຖິງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການປົກປັກຮັກສາມູນມໍລະດົກວັດທະນະທຳອັນດີງາມຂອງຊາດລາວທັງເປັນການໂຄສະນາປຸກລະດົມຊຸກຍູ້ຂະບວນການປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບແບບ ແລະ ທັນສະໄໝໄປຕາມທິດນຳຂອງກະຊວງປ້ອງກັນປະເທດວາງອອກ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະກົມກອງ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ສະຫາຍ ພັນໂທ ໜູມາດ ອູ່ນໃຈດີ ໄດ້ອວຍພອນໄຊອັນປະເສີດມາຍັງທ່ານການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ການເມືອງກອງທັບ ກໍຄືກົມໂຄສະນາອົບຮົມ ຕະຫຼອດຮອດພະນັກງານ-ນັກຮົບຕາໜ່າງຂ່າວເພື່ອນຮ່ວມງານຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ທີ່ເຮັດວຽກງານສື່ມວນຊົນໃນທົ່ວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນສືບຕໍ່ເປັນກະບອກສຽງ ໂຄສະນາແນວທາງຂອງພັກ ກໍຄືຂອງກອງທັບໃຫ້ທັນສະໄໝວ່ອງໄວ ແລະ ມີປະສິດທິຜົນກວ່າເກົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ