ຂ່າວລະບຸວ່າ: ກອງປະຊຸມຈະດຳເນີນເປັນເວລາ 5 ວັນ ດ້ວຍຫົວຂໍ້ “ການຮ່ວມມືໃຫ້ແກ່ສັງກາດອັດສະລິຍະ”, ແລະ ຈະເຕົ້າໂຮມຜູ້ແທນເກືອບ 3,000 ຄົນ ທີ່ມາຈາກຫຼາຍພາກພື້ນ ແລະ ຂົງເຂດອຸດສາຫະກຳ ເພື່ອປຶກສາຫາລືບັນດາບັນຫາໃນ 5 ຂົງເຂດຫຼັກແຫຼ່ງຄື: ກຳນົດການເຕີບໂຕຄືນໃໝ່, ບັນດາຂະແໜງອຸດສາຫະກຳໃນສັງກາດອັດສະລິຍະ, ການລົງທຶນເຂົ້າແຫຼ່ງຊັບພະຍາກອນມະນຸດ, ປົກປັກຮັກສາໜ່ວຍໂລກ ແລະ ສ້າງຄວາມເຊື່ອໝັ້ນຄືນໃໝ່.
ທ່ານເຄົລາ ຊະວັບ ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF ເນັ້ນໜັກວ່າ: ກອງປະຊຸມປະຈຳປີ ຈະຊຸກຍູ້ການຮ່ວມມືທີ່ມີລັກສະນະສ້າງສັນດ້ວຍເປົ້າໝາຍກຳນົດສັງກາດອັດສະລິຍະຈະມາເຖິງ ຕາມວິທີການຍືນຍົງ ແລະ ຮອບດ້ານກວ່າເກົ່າ.
ຄໍາເຫັນ