ທ່ານ ເທໂດຣສ ໃຫ້ຮູ້ວ່າ: ປະຊາຄົມສາກົນພວມຊ່ວຍເຫຼືອລັດຖະບານ ສປ ກົງໂກ ຮັບມືກັບພະຍາດດັ່ງກ່າວ. ເຖິງຢ່າງໃດກໍຕາມ, ທ່ານເນັ້ນໜັກວ່າ ຕ້ອງມີແຫຼ່ງການເງິນຈາກບັນດາປະເທດ ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຄົມທ້ອງຖິ່ນ, ລວມທັງຄວາມພະຍາຍາມຕ້ານຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ຈິດຕະສາດບໍ່ເຊື່ອໝັ້ນຕໍ່ບັນດາມາດຕະການທາງການແພດ. ທ່ານ ເທໂດຣສ ຮຽກຮ້ອງໃຫ້ບັນດາປະເທດທີ່ໄດ້ຈັດວາງຄຳສັ່ງຈຳກັດການໄປມາ ຫຼື ປິດປະຕູດ່ານຊາຍແດນ ຍ້ອນມີຄວາມວິຕົກກັງວົນຕໍ່ການລະບາດຂອງພະຍາດອີໂບລານັ້ນ ພິຈາລະຈາຄືນບັນດາມາດຕະການນີ້, ພ້ອມທັງເນັ້ນໜັກເຖິງຄວາມສ່ຽງເຮັດໃຫ້ວຽກງານຮັບມືສັບສົນຂຶ້ນຕື່ມ ແລະ ກີດກັ້ນຄວາມໂປ່ງໃສ, ການຮ່ວມມືທີ່ຈຳເປັນເພື່ອຄວບຄຸມພະຍາດລະບາດ.
ຄໍາເຫັນ