ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ສິງຫາ ຜ່ານມາ, ເຈົ້າໜ້າທີ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ ແຈ້ງໃຫ້ຮູ້ວ່າ, ຈຳນວນຜູ້ຕິດເຊື້ອພະຍາດອີໂບລາ ໃນ ສປ ກົງໂກ ມີຫຼາຍກວ່າ 5.500 ກໍລະນີ, ໃນນັ້ນ ເສຍຊີວິດ 2.600 ກວ່າຄົນ. ຕາມໂຕເລກທາງການ ທີ່ອັບເດດໃນວັນທີ 22 ສິງຫາ ຜ່ານມາ, ສປ ກົງໂກ ມີຜູ້ຕິດເຊື້ອ 5.514 ກໍລະນີ ແລະ ເສຍຊີວິດ 2.642 ກໍລະນີ , ເທົ່າກັບອັດຕາການເສຍຊີວິດແມ່ນເກືອບ 48%, ໃນຂະນະທີ່ຜູ້ຫາຍດີແລ້ວມີ 1.200 ກໍລະນີ. ພະຍາດໄດ້ແຜ່ລາມສູ່ 57 ເຂດ ສາທາລະນະສຸກ ທີ່ຂຶ້ນກັບບັນດາແຂວງຄື: ອີຕູຣີ, ກີວູ ເໜືອ, ກີວູໃຕ້, ຮົວ-ອູເລ, ບາດ - ອູເລ ແລະ ທີຊອບ.
ໃນວັນດຽວກັນ, ອົງການອະນາໄມໂລກ (WHO) ໃຫ້ຂໍ້ສັງເກດວ່າ: ພະຍາດນີ້ໄດ້ກ້າວເຂົ້າສູ່ໄລຍະເວລາທີ່ມີລັກສະນະຕັດສິນ ແລ້ວ, 100 ກວ່າວັນ ຫຼັງຈາກທີ່ອາຟຣິກາ ປະກາດກ່ຽວກັບພະຍາດນີ້. WHO ໃຫ້ຂໍ້ສັງເກດວ່າ ນີ້ແມ່ນໄລຍະທີ່ພະຍາດອີໂບລາລະບາດໄວທີ່ສຸດຢູ່ ສປ ກົງໂກ, ພ້ອມທັງ ເຕືອນວ່າ ລະດັບການຕິດເຊື້ອຍັງລື່ນກາຍຄວາມສາມາດຄວບຄຸມພະຍາດ.
ຄໍາເຫັນ