WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້

WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້

WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ການວິເຄາະລະດັບໂລກຄັ້ງໃໝ່ທີ່ດຳເນີນໂດຍອົງການອະນາໄມໂລກ (WHO) ແລະ ອົງການຄົ້ນຄວ້າມະເຮັງສາກົນຊີ້ໃຫ້ເຫັນວ່າ, ມະເຮັງທົ່ວໂລກຫຼາຍກວ່າ 40% ສາມາດປ້ອງກັນໄດ້. ໂດຍການສຶກສາໄດ້ເນັ້ນກວດສອບປັດໄຈສ່ຽງທີ່ສາມາດປ້ອງກັນໄດ້ 30 ຢ່າງ, ລວມທັງການໃຊ້ຢາສູບ ແລະ ເຫຼົ້າ, ດັດຊະນີມວນກາຍສູງ, ການຂາດກິດຈະກຳທາງດ້ານຮ່າງກາຍ, ມົນລະພິດທາງອາກາດ, ລັງສີອັນຕຣາໄວໂອເລັດ ແລະ ເປັນຄັ້ງທຳອິດທີ່ລວມເອົາການຕິດເຊື້ອ 9 ຊະນິດ ທີ່ຖືເປັນປັດໄຈສ່ຽງເຮັດໃຫ້ເກີດມະເຮັງ.

 

ການວິເຄາະປະເມີນວ່າ 37% ຂອງຄົນເຈັບພະຍາດມະເຮັງໃໝ່ໃນປີ 2022 ຫຼື ປະມານ 7.1 ລ້ານຄົນ, ແມ່ນກ່ຽວຂ້ອງກັບສາເຫດທີ່ສາມາດປ້ອງກັນໄດ້ ຊຶ່ງການຄົ້ນພົບເຫຼົ່ານີ້ເນັ້ນໃຫ້ເຫັນເຖິງທ່າແຮງອັນໃຫຍ່ຫຼວງຂອງມາດຕະການປ້ອງກັນເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດມະເຮັງທົ່ວໂລກ.

ບົດລາຍງານທີ່ພິມໃນວາລະສານ Nature Medicine ລະບຸວ່າ: ການວິເຄາະຂໍ້ມູນຈາກ 185 ປະເທດ ແລະ ມະເຮັງ 36 ຊະນິດ ພົບວ່າ: ຢາສູບເປັນສາເຫດຫຼັກຂອງມະເຮັງທີ່ສາມາດປ້ອງກັນໄດ້ທົ່ວໂລກ ຊຶ່ງກວມເອົາ 15% ຂອງຄົນເຈັບກໍລະນີໃໝ່ທັງໝົດ, ຮອງລົງມາຄືການຕິດເຊື້ອ ແລະ ການດື່ມເຫຼົ້າ.

ມະເຮັງປອດ, ມະເຮັງກະເພາະອາຫານ ແລະ ມະເຮັງປາກມົດລູກ ເປັນມະເຮັງ 3 ຊະນິດທີ່ກວມເອົາເກືອບເຄິ່ງໜຶ່ງຂອງກໍລະນີຄົນເຈັບມະເຮັງທັງໝົດທີ່ສາມາດປ້ອງກັນໄດ້ທັງໃນຜູ້ຊາຍ ແລະ ແມ່ຍິງ, ໂດຍມະເຮັງປອດສ່ວນໃຫຍ່ແມ່ນກ່ຽວຂ້ອງກັບການສູບຢາ ແລະ ມົນລະພິດທາງອາກາດ, ມະເຮັງກະເພາະອາຫານສ່ວນໃຫຍ່ແມ່ນເກີດຈາກການຕິດເຊື້ອ Helicobacter pylori ແລະ ມະເຮັງປາກມົດລູກເກືອບທັງໝົດແມ່ນເກີດຈາກເຊື້ອ HPV (Human Papillomavirus).

ທ່ານ ອັງເດຣ ອິລບາວີ ຫົວໜ້າທີມຄວບຄຸມພະຍາດມະເຮັງຂອງ WHO ກ່າວວ່າ: ນີ້ແມ່ນການວິເຄາະລະດັບໂລກຄັ້ງທຳອິດທີ່ສະແດງໃຫ້ເຫັນວ່າຄວາມສ່ຽງຂອງພະຍາດມະເຮັງມາຈາກສາເຫດທີ່ຄົນເຮົາສາມາດປ້ອງກັນໄດ້ຫຼາຍໜ້ອຍພຽງໃດ. ການສຶກສາຮູບແບບ ແລະ ທ່າອ່ຽງໃນບັນດາປະເທດ ແລະ ກຸ່ມປະຊາກອນທີ່ຫຼາກຫຼາຍຊ່ວຍໃຫ້ມີຂໍ້ມູນທີ່ສະເພາະເຈາະຈົງຫຼາຍຂຶ້ນ ເພື່ອສະໜັບສະໜູນທັງພາກລັດຖະບານ ແລະ ປະຊາຊົນໃນການປ້ອງກັນກໍລະນີການເປັນມະເຮັງຈຳນວນຫຼວງຫຼາຍກ່ອນທີ່ມັນຈະເກີດຂຶ້ນ.

ບົດລາຍງານຊີ້ໃຫ້ເຫັນວ່າ: ອັດຕາສ່ວນຂອງມະເຮັງທີ່ສາມາດປ້ອງກັນໄດ້ໃນຜູ້ຊາຍແມ່ນສູງກວ່າແມ່ຍິງຢ່າງຫຼວງຫຼາຍ, ໂດຍຄົນເຈັບພະຍາດມະເຮັງໃໝ່ຂອງຜູ້ຊາຍ 45% ເປັນກໍລະນີທີ່ສາມາດປ້ອງກັນໄດ້ ເມື່ອທຽບກັບ 30% ໃນແມ່ຍິງ.

ສຳລັບຜູ້ຊາຍ, ການສູບຢາເປັນສາເຫດຂອງມະເຮັງ ຄິດເປັນປະມານ 23% ຂອງຄົນເຈັບພະຍາດມະເຮັງໃໝ່ທັງໝົດ, ຕິດຕາມດ້ວຍການຕິດເຊື້ອ (9%) ແລະ ການດື່ມເຫຼົ້າ (4%). ໃນຂະນະທີ່ແມ່ຍິງທົ່ວໂລກ, ການຕິດເຊື້ອຄິດເປັນ 11% ຂອງກໍລະນີມະເຮັງໃໝ່, ຕິດຕາມດ້ວຍການສູບຢາ (6%) ແລະ ດັດຊະນີມວນກາຍສູງ (3%).

ອົງການ WHO ລະບຸວ່າ: ການຄົ້ນພົບເຫຼົ່ານີ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນຂອງຍຸດທະສາດການປ້ອງກັນທີ່ ເໝາະສົມກັບສະພາບການ, ລວມທັງມາດຕະການຄວບຄຸມຢາສູບທີ່ເຂັ້ມງວດ ແລະ ການຄວບຄຸມການດື່ມເຫຼົ້າ, ການສັກຢາວັກຊິນປ້ອງກັນການຕິດເຊື້ອທີ່ກໍ່ໃຫ້ເກີດມະເຮັງເຊັ່ນ: HPV ແລະ ຕັບອັກເສບບີ, ການປັບປຸງຄຸນນະພາບອາກາດ, ສະຖານທີ່ເຮັດວຽກທີ່ປອດໄພກວ່າ ແລະ ການສ້າງສະພາບແວດລ້ອມດ້ານອາຫານ ແລະ ການອອກກຳລັງກາຍທີ່ເປັນປະໂຫຍດຕໍ່ສຸຂະພາບຫຼາຍຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ