WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມໂລກ (WMO) ໄດ້ຢືນຢັນວ່າປີ 2025 ຕິດອັນດັບໜຶ່ງໃນສາມປີທີ່ມີສະພາບອາກາດຮ້ອນທີ່ສຸດເທົ່າທີ່ເຄີຍມີມາ ຊຶ່ງສະທ້ອນໃຫ້ເຫັນເຖິງອຸນຫະພູມໂລກມີທ່າອ່ຽງຢູ່ໃນລະດັບສູງຢ່າງຕໍ່ເນື່ອງ.
ການວິເຄາະຂໍ້ມູນແບບປະສົມປະສານ 8 ຊຸດພົບວ່າ: ອຸນຫະພູມສະເລ່ຍຂອງພື້ນຜິວໂລກໃນປີ 2025 ສູງກວ່າລະດັບສະເລ່ຍຂອງປີ 1850-1900 ເຖິງ 1.44 ອົງສາ. ໂດຍຂໍ້ມູນ 2 ຊຸດຈັດອັນດັບປີ 2025 ເປັນປີທີ່ຮ້ອນທີ່ສຸດອັນດັບ 2 ໃນຮອບ 176 ປີ, ໃນຂະນະທີ່ອີກ 6 ຊຸດຈັດອັນດັບໃຫ້ຢູ່ອັນດັບທີ 3.
ໃນໄລຍະ 3 ປີທີ່ຜ່ານມາຄື: ປີ 2023, 2024 ແລະ 2025 ຖືເປັນ 3 ປີທີ່ຮ້ອນທີ່ສຸດໃນບັນຂໍ້ມູນທັງ 8 ຊຸດ, ໂດຍອຸນຫະພູມສະເລ່ຍໃນລະຫວ່າງປີ 2023-2025 ສູງກວ່າລະດັບກ່ອນຍຸກອຸດສາຫະກຳເຖິງ 1.48 ອົງສາ.
ທ່ານ ເຊເລສເຕ ເຊົາໂລ ເລຂາທິການໃຫຍ່ WMO ກ່າວວ່າ: ປີ 2025 ເລີ່ມຕົ້ນ ແລະ ສິ້ນສຸດລົງດ້ວຍປະກົດການລານີຢາທີ່ຊ່ວຍຫຼຸດຜ່ອນອຸນຫະພູມ, ແຕ່ຍັງຄົງຕິດອັນດັບຢູ່ໃນໄລຍະປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ. ເນື່ອງຈາກການສະສົມຂອງອາຍແກ໊ສເຮືອນແກ້ວທີ່ກັກເກັບຄວາມຮ້ອນໄວ້ໃນຊັ້ນບັນຍາກາດ,
ທ່ານ ເຊົາໂລ ກ່າວຕື່ມວ່າ: ອຸນຫະພູມຂອງພື້ນດິນ ແລະ ມະຫາສະໝຸດທີ່ເພີ່ມຂຶ້ນແມ່ນປັດໄຈຫຼັກທີ່ກະຕຸ້ນໃຫ້ເກີດເຫດການສະພາບອາກາດທີ່ຮຸນແຮງເຊັ່ນ: ຄື້ນຄວາມຮ້ອນ, ຝົນຕົກໜັກ ແລະ ພາຍຸໄຊໂຄລນເຂດຮ້ອນທີ່ຮ້າຍແຮງ ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຕ້ອງການອັນຮີບດ່ວນໃນການພັດທະນາລະບົບເຕືອນໄພລ່ວງໜ້າ.
ອົງການ WMO ລະບຸວ່າ: ຜົນການສຶກສາທີ່ພິມໃນວາລະສານຄວາມກ້າວໜ້າທາງວິທະຍາສາດດ້ານບັນຍາກາດ (Advances in Atmospheric Sciences) ພົບວ່າ: ອຸນຫະພູມຂອງມະຫາສະໝຸດໃນປີ 2025 ເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ຊຶ່ງສະທ້ອນໃຫ້ເຫັນເຖິງການສະສົມຄວາມຮ້ອນໃນໄລຍະຍາວຂອງລະບົບສະພາບອາກາດ. ໂດຍຄວາມຮ້ອນສ່ວນເກີນຈາກພາວະໂລກຮ້ອນ ປະມານ 90% ຖືກກັກເກັບໄວ້ໃນມະຫາສະໝຸດ, ເຮັດໃຫ້ຄວາມຮ້ອນຂອງມະຫາສະໝຸດເປັນຕົວຊີ້ບອກຫຼັກຂອງການປ່ຽນແປງສະພາບອາກາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ເພິ່ນເນັ້ນໜັກວ່າ: “ສິ່ງສຳຄັນຂອງການປະຕິວັດໂດຍຕົນເອງຂອງພັກແມ່ນຢູ່ນຳການຄຸ້ມຄອງການໃຊ້ອຳນາດ, ການຂັງອຳນາດຢູ່ໃນໂກງແຫ່ງລະບຽບການເປັນໜ້າທີ່ສຳຄັນໜຶ່ງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກ ໃໝ່.” “ຕ້ອງຍົກສູງຄວາມໂປ່ງໃສຂອງວຽກງານພັກ ແລະ ລັດຕື່ມອີກ, ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ.”
ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ປະເທດປາຣາກວາຍ, ສະຫະພາບ ເອີຣົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມຣິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.
ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ຂ່າວສານຊີອາໄອລາຍງານວ່າ: ທະນາຄານປະຊາຊົນຈີນ ຊຶ່ງເປັນທະນາຄານກາງຂອງຈີນເປີດເຜີຍໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທະນາຄານປະຊາຊົນຈີນ ກັບທະນາຄານກາງການາດາ ໄດ້ຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ, ຍອດມູນຄ່າການແລກປ່ຽນເງິນຕາລະຫວ່າງສອງຝ່າຍບັນລຸເຖິງ 200 ຕື້ຢວນ, ສັນຍາສະບັບດັ່ງກ່າວມີຜົນບັງຄັບໃຊ້ 5 ປີ ແລະ ສາມາດຕໍ່ອອກໄປໄດ້ໂດຍອີງຕາມຄວາມເຫັນດີຂອງສອງຝ່າຍ.
ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ສະຫະປະຊາຊາດ ພ້ອມກັບບັນດາຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີມູນຄ່າ 1.5 ຕື້ໂດລາ ເພື່ອຊ່ວຍເຫຼືອປະຊາຊົນ ຈຳນວນ 4.3 ລ້ານຄົນ ຢູ່ປະເທດອາຟຣິກາ ໃນປີ 2026.
13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີທ່ານ ສີຈິ້ນຜິງ ເປັນແກນກາງໄດ້ເລີ່ມຕົ້ນຈາກການ ວາງ ແລະ ຈັດຕັ້ງປະຕິບັດຂໍ້ກຳນົດ 8 ຂໍ້ ຫຼື ທີ່ຮູ້ກັນວ່າກົດເຫຼັກ 8 ຂໍ້ຂອງສູນກາງ, ຢຶດໝັ້ນ ແຕ່ເທິງລົງລຸ່ມ, ຂັ້ນເທິງນຳພາຂັ້ນລຸ່ມ, ໄດ້ແກ້ໄຂບັນຫາທີ່ວ່າ ພາຍໃຕ້ສະພາບການໃໝ່, ການກໍ່ສ້າງແບບແຜນຄວນສຸມໃສ່ຫຍັງ ແລະ ເຮັດແນວໃດ.
ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ມັງກອນຜ່ານມາວ່າ: ລັດຖະບານມຽນມາໄດ້ປະກາດວ່າ, ກອງກຳລັງຮັກສາຄວາມປອດໄພໄດ້ປາບປາມການດຳເນີນງານດ້ານໂທລະຄົມມະນາຄົມ ແລະ ການພະນັນທາງອອນລາຍທີ່ຜິດກົດໝາຍຫຼາຍແຫ່ງໃນພາກເໜືອຂອງລັດຊານ ຊຶ່ງນຳໄປສູ່ການຢຶດອຸປະກອນຈຳນວນຫຼາຍ ລວມທັງອຸປະກອນດາວທຽມ Starlink.
ການ​ຜະ​ລິດ ແລະ​ ​ຈຳ​ໜ່າຍ​ລົດ​​ຍົນ​ຂອງ​ຈີນ ​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປີ 2025

ການ​ຜະ​ລິດ ແລະ​ ​ຈຳ​ໜ່າຍ​ລົດ​​ຍົນ​ຂອງ​ຈີນ ​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປີ 2025

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ສະ​ພາ​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຈີນ​ໄດ້​ເປີດ​ເຜີຍ​ໂຕ​ເລກ​ສະ​ຖິ​ຕິ​ໃໝ່ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2025, ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ຈີນ​​ສືບ​ຕໍ່ມີ​ຄວາມ​ໜຽວ​ແໜ້ນ ແລ​ະ ​ມີ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ. ໂຕ​ເລກ​ສະ​ຖິ​ຕິຫຼາຍ​ຢ່າງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ອີກ​ຄັ້ງ.
ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6

ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 15 ມັງກອນ ຜ່ານມາວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຮ່ວມມືດີຈີຕອນ ອາຊຽນ ແລະ ປາຖະໜາຢາກສ້າງປະຊາຄົມດີຈີຕອນ ອາຊຽນ ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ. ນີ້ແມ່ນຄຳຢືນຢັນຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃນກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6 ທີ່ຈັດຂຶ້ນວັນທີ 15 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ

ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ສະມາຄົມປະຫວັດສາດທຳມະຊາດເມືອງຕໍເຣສ ເວດຣາສ ໃນປະເທດປອກຕຸຍການ ໄດ້ເປີດເຜີຍການຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ ຈາກຍຸກຈູຣາສສິກຕອນປາຍ ບໍລິເວນໜ້າຜາໃກ້ກັບຫາດຊາຍຊານຕາຄຣູຊ ໃກ້ກັບເມືອງຕໍເຣສເວຣາສ ຊຶ່ງຫ່າງຈາກ ນະຄອນຫຼວງລິສບອນ ໄປທາງທິດເໜືອປະມານ 50 ກິໂລແມັດ.
ການປ່ຽນແປງນະໂຍບາຍ ກຳລັງສັ່ນສະເທືອນຕະຫຼາດລົດໄຟຟ້າທົ່ວໂລກ

ການປ່ຽນແປງນະໂຍບາຍ ກຳລັງສັ່ນສະເທືອນຕະຫຼາດລົດໄຟຟ້າທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ການລົງທະບຽນລົດໄຟຟ້າ (EV) ທົ່ວໂລກເພີ່ມຂຶ້ນ 20% ໃນປີ 2025, ແຕ່ມີທ່າອ່ຽງຈະຊ້າລົງໃນປີ 2026 ເນື່ອງຈາກການຊະລໍຕົວຂອງຕະຫຼາດຈີນ ແລະ ການຜ່ອນຄາຍເປົ້າໝາຍການຫັນປ່ຽນໄປສູ່ພະລັງງານໄຟຟ້າໃນຫຼາຍປະເທດ. ສົ່ງຜົນເຮັດໃຫ້ການເຕີບໂຕຂອງຍອດຂາຍໃນເດືອນທັນວາເພີ່ມຂຶ້ນໃນອັດຕາຕໍ່າທີ່ສຸດນັບຕັ້ງແຕ່ເດືອນກຸມພາ 2024, ອີງຕາມຂໍ້ມູນທີ່ເປີດເຜີຍໃນວັນທີ 14 ມັງກອນ ຜ່ານມາ.
ເພີ່ມເຕີມ