ບົດລາຍງານທ່າອ່ຽງ ແລະ ສະຖິຕິການຄ້າໂລກສະບັບຫຼ້າສຸດຂອງອົງການດັ່ງກ່າວ ຄາດຄະເນວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ທົ່ວໂລກ ຈະເພີ່ມຂຶ້ນ 2.7% ໃນປີ 2025 ແລະ 2.6% ໃນປີ 2026. ໂດຍປະລິມານການຄ້າທົ່ວໂລກ ຊຶ່ງວັດແທກຈາກຄ່າສະເລ່ຍຂອງການສົ່ງອອກ ແລະ ນຳເຂົ້າ, ເພີ່ມຂຶ້ນ 4.9% ເມື່ອທຽບລະຫວ່າງປີຕໍ່ປີ ໃນເດືອນມັງກອນ ຫາ ເດືອນມິຖຸນາ 2025.
ອົງການດັ່ງກ່າວລະບຸວ່າ: ການຂະຫຍາຍຕົວທີ່ເຂັ້ມແຂງນີ້ມາຈາກຫຼາຍປັດໄຈເຊັ່ນ: ການເລັ່ງນໍາເຂົ້າສິນຄ້າໃນ ອາເມຣິກາເໜືອກ່ອນການຂຶ້ນອັດຕາພາສີຂອງສະຫະລັດ ອາເມຣິກາ, ອັດຕາເງິນເຟີ້ທີ່ຫຼຸດລົງ ແລະ ນະໂຍບາຍການເງິນທີ່ສະໜັບສະໜູນຕໍ່ເສດຖະກິດ, ການເຕີບໂຕທີ່ໝັ້ນຄົງໃນຕະຫຼາດທີ່ເກີດໃໝ່ ແລະ ການຂະຫຍາຍຕົວຂອງການຄ້າສິນຄ້າທີ່ກ່ຽວຂ້ອງກັບປັນຍາປະດິດ (AI).
ການຄ້າໃນບັນດາປະເທດພວມພັດທະນາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຍອດມູນຄ່າການຄ້າລະຫວ່າງບັນດາປະເທດຮ່ວມມືໃຕ້-ໃຕ້ ເພີ່ມຂຶ້ນ 8% ເມື່ອທຽບປີຕໍ່ປີໃນໄລຍະທຳອິດຂອງປີ 2025 ຊຶ່ງສູງກວ່າການເຕີບໂຕ 6% ຂອງມູນຄ່າການຄ້າທົ່ວໂລກ. ໂດຍສິນຄ້າທີ່ກ່ຽວຂ້ອງກັບ AI ເຊັ່ນ: semiconductors, ເຊີບເວີ ແລະ ອຸປະກອນໂທລະຄົມມະນາຄົມມີບົດບາດສໍາຄັນ ຊຶ່ງກວມເອົາເກືອບເຄິ່ງໜຶ່ງຂອງການເຕີບໂຕຂອງການຄ້າທັງໝົດໃນໄລຍະເວລາດັ່ງກ່າວ. ໃນຂະນະທີ່ມູນຄ່າການຄ້າສິນຄ້າເຫຼົ່ານີ້ເພີ່ມຂຶ້ນ 20% ເມື່ອທຽບປີຕໍ່ປີ.
ທ່ານ ເອັນໂກຊີ ໂອຄອນໂຈ - ອິເວຍລາ ຜູ້ອໍານວຍການໃຫຍ່ WTO ໃຫ້ຮູ້ວ່າ: ເຖິງວ່າມີສິ່ງທ້າທາຍຈາກບັນດາມາດຕະການຝ່າຍດຽວຂອງ ສະຫະລັດ ອາເມຣິກາ ແລະ ຄວາມບໍ່ແນ່ນອນຂອງນະໂຍບາຍການຄ້າທີ່ເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ, ແຕ່ການຄ້າຍັງຄົງສະແດງໃຫ້ເຫັນເຖິງຄວາມຍືດຍຸ່ນ, ສະແດງໃຫ້ເຫັນວ່າລະບົບການຄ້າຫຼາຍຝ່າຍຍັງຄົງມີແກນຫຼັກທີ່ດຳເນີນການໄດ້ເປັນຢ່າງດີ.
ບົດລາຍງານລະບຸວ່າ: ຄວາມສ່ຽງຕົ້ນຕໍທີ່ອາດສົ່ງຜົນກະທົບທາງລົບຕໍ່ການຄາດຄະເນເສດຖະກິດແມ່ນການແຜ່ຂະຫຍາຍຂອງຂໍ້ຈຳກັດດ້ານການຄ້າ ແລະ ຄວາມບໍ່ແນ່ນອນດ້ານນະໂຍບາຍທີ່ຂະຫຍາຍກວມເອົາກຸ່ມເສດຖະກິດ ແລະ ພາກສ່ວນອື່ນໆຫຼາຍຂຶ້ນ. ທ່ານກ່າວເຕືອນວ່າ, ລາຄາສິນຄ້ານຳເຂົ້າທີ່ສູງຂຶ້ນ ແລະ ການຂົນສົ່ງສິນຄ້າທີ່ຊ້າລົງ ອາດເປັນສັນຍານຂອງອັດຕາເງິນເຟີ້ໃນທ້າຍປີ 2025 ເນື່ອງຈາກການຫຼຸດລົງຂອງສິນຄ້າຄ້າງສາງໃນພາກສ່ວນທີ່ໄດ້ຮັບຜົນກະທົບຢ່າງໜັກຈາກອັດຕາພາສີ.
ຜົນປະກອບການທາງການຄ້າແຕກຕ່າງກັນຢ່າງຫຼວງຫຼາຍໃນແຕ່ລະພາກພື້ນ, ໂດຍຄາດວ່າການສົ່ງອອກຂອງອາຊີແລະ ອາຟຣິກາ ຈະເຕີບໂຕໄວທີ່ສຸດໃນປີ 2025, ໃນຂະນະທີ່ການເຕີບໂຕຂອງເອີຣົບຄາດວ່າຈະຊ້າລົງ ແລະ ອາເມຣິກາເໜືອອາດຈະປະເຊີນກັບການສົ່ງອອກທີ່ຫຼຸດລົງ. ເຖິງວ່າການເຕີບໂຕຂອງການສົ່ງອອກຂະແໜງບໍລິການຈະໄດ້ຮັບຜົນກະທົບທາງອ້ອມຈາກມາດຕະການພາສີ, ແຕ່ຄາດວ່າຈະຊ້າລົງຈາກ 6.8% ໃນປີ 2024 ເປັນ 4.6% ໃນປີ 2025 ແລະ ສືບຕໍ່ຫຼຸດລົງເປັນ 4.4% ໃນປີ 2026.
ທັງນີ້, ບົດລາຍງານຄາດຄະເນວ່າ: ເອີຣົບ ຈະນຳໜ້າການເຕີບໂຕຂອງການສົ່ງອອກຂະແໜງບໍລິການໃນປີ 2025, ຖັດມາແມ່ນອາຊີ, ຕາເວັນອອກກາງ ແລະ ລັດເອກະລາດ (CIS).
ຄໍາເຫັນ