ຝົນຕົກລິນໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກປົກຄຸມໃນທົ່ວແຂວງໄຊຍະບູລີ

ໄຊຍະບູລີ ໄດ້ຮັບຜົນກະທົບຈາກພາຍຸຢາກິ ຢ່າງໜັກໜ່ວງ

ໄຊຍະບູລີ ໄດ້ຮັບຜົນກະທົບຈາກພາຍຸຢາກິ ຢ່າງໜັກໜ່ວງ
ນັບຕັ້ງເເຕ່ ຕົ້ນເດືອນກັນຍາ 2024 ນີ້, ເກີດມີຝົນຕົກລິນໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກປົກຄຸມໃນທົ່ວແຂວງໄຊຍະບູລີ ຕິດຕໍ່ກັນຫຼາຍວັນ ບວກກັບພາຍຸຢາກິ ພັດເຂົ້າມາແຂວງໄຊຍະບູລີຕື່ມອີກ ເຮັດ ໃຫ້ແມ່ນໍ້າສາຍຕ່າງໆສູງຂຶ້ນ

ເຮັດໃຫ້ນໍ້າໄຫຼຊຸ-ອັ່ງຖ້ວມທີ່ຢູ່ອາໄສ, ພື້ນຖານໂຄງລ່າງ, ເສັ້ນທາງ, ເນື້ອທີ່ທໍາການຜະລິດ ແລະ ສັດລ້ຽງຂອງປະຊາຊົນ ຈໍານວນ 9 ເມືອງຄື: ເມືອງພຽງ, ປາກລາຍ, ແກ່ນທ້າວ, ບໍ່ແຕນ, ຫົງສາ, ໄຊຍະບູລີ, ເງີນ, ຊຽງຮ່ອນ ແລະ ເມືອງໄຊສະຖານ ລວມທັງໝົດ 42 ບ້ານ, 295 ຄອບຄົວ, 713 ຄົນ. ໃນນີ້ ຖືກນໍ້າປ່າໄຫຼພັດປະຊາຊົນບ້ານນາອອນ ເມືອງຊຽງຮ່ອນ ຈໍານວນ 2 ຄົນ (ເສຍຊີວິດ 1 ຄົນ); ເກີດເຫດຟ້າຜ່າງົວຕາຍ 5 ໂຕ, ງົວໄຫຼນໍ້າ 1 ໂຕ, ເສັ້ນທາງຖືກດິນສະໄລ້ຖົມ ແລະ ນໍ້າຍື່ງຖ້ວມທາງເສຍຫາຍຈໍານວນ 5 ເສັ້ນ, ໂຮງໝໍນ້ອຍ 2 ແຫ່ງ, ເສົາໄຟຟ້າຫັກ 1 ຕົ້ນ, ເນື້ອທີ່ນາ ແລະ ສວນເສຍຫາຍ 29,9 ເຮັກຕາ, ເຮືອນປະຊາຊົນຖືກນໍ້າພັດໄຫຼ 6 ຫຼັງ (ຢູ່ເມືອງຫົງສາ 4 ຫຼັງ, ເມືອງເງີນ 2 ຫຼັງ) ລວມມູນຄ່າເສຍຫາຍທີ່ສາມາດເກັບກໍາໄດ້ເບື້ອງຕົ້ນ 6,050,739,000 ກີບ.

ທ່ານ ໜູເກນ ພັນລັກ ຮອງປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຜູ້ປະຈໍາການລາຍງານໃຫ້ຊາບວ່າ: ຜົນເສຍຫາຍຢູ່ເມືອງໄຊຍະບູລີຕາມການລາຍງານເບື້ອງຕົ້ນປະມານ 3,761,440,000 ກີບ. ນໍ້າຖ້ວມເຮືອນ ຈໍານວນ 4 ບ້ານຄື: ບ້ານປາກຮຸ່ງ, ບ້ານຫ້ວຍຂົວຫຼວງ, ບ້ານຄົກຟາກ, ບ້ານນາຂອນແກ່ນ ຈໍານວນ 153 ຄອບຄົວ (ຍັງບໍ່ໄດ້ປະເມີນມູນຄ່າເສຍຫາຍ). ຖ້ວມເນື້ອທີ່ທໍາການຜະລິດຂອງປະຊາຊົນ ມີຈໍານວນ 4 ບ້ານຄື: ບ້ານປາກຮຸ່ງ, ຫ້ວຍຂົວຫຼວງ, ຄົກຟາກ ແລະ ບ້ານນາຂອນແກ່ນ (ຍັງບໍ່ໄດ້ປະເມີນມູນຄ່າເສຍຫາຍ). ໂຮງໝໍນ້ອຍ 2 ແຫ່ງຖືກນໍ້າຖ້ວມ (ຍັງບໍ່ໄດ້ ປະເມີນມູນຄ່າເສຍຫາຍ). ເມືອງພຽງ: ຖືກຜົນກະທົບ ຈໍານວນ 2 ບ້ານລວມມີ 50 ຄອບຄົວ, ຈໍານວນ 329 ຄົນ. ມູນຄ່າເສຍຫາຍ 985,702,000 ກີບ. ນໍ້າຖ້ວມທົ່ງນາປະຊາຊົນ 2 ບ້ານ (ບ້ານນາຊິງ, ບ້ານນໍ້າພອນ) ລວມມີ 50 ຄອບຄົວ, ຈໍານວນ 329 ຄົນ, ເນື້ອທີ່ນາທີ່ໄດ້ຮັບຄວາມເສຍຫາຍ 25,77 ເຮັກຕາ ມູນຄ່າເສຍຫາຍ 985,702,000 ກີບ. ເມືອງຫົງສາຖືກຜົນກະທົບ ຈໍານວນ 3 ບ້ານ 47 ຄອບຄົວ, 269 ຄົນ ມູນຄ່າຜົນເສຍຫາຍທັງໝົດ 764,756,000 ກີບ. ນໍ້າຖ້ວມເຮືອນຂອງປະຊາຊົນມີ 2 ບ້ານຄື: ບ້ານທ່າຊ່ວງ ແລະ ບ້ານແກ້ງແອນ ມີ 13 ຄອບຄົວ, ຈໍານວນ 60 ຄົນ. ໃນນີ້ ເຮືອນຖືກນໍ້າພັດໄຫຼ ຈໍານວນ 4 ຫຼັງ, ເຮືອນຄົວເຂື່ອນ 1 ຫຼັງ, ນໍ້າຖ້ວມເລົ່າເຂົາ 2 ຫຼັງ, ຖຽງສວນ 2 ຫຼັງ ມູນຄ່າເສຍຫາຍ 652,934,000 ກີບ. ເນື້ອທີ່ນາ ຖືກນໍ້າເຊາະເຈື່ອນ ແລະ ດີນສະໄລ້ຖົມນາ 2,396 ເຮັກຕາ, ເນື້ອທີ່ສວນ 0.258 ເຮັກຕາ ມູນຄ່າເສຍຫາຍ 111,822,000 ກີບ. ເມືອງໄຊສະຖານ: ໄດ້ຮັບຜົນກະທົບ 1 ບ້ານ 25 ຄອບຄົວ ນໍ້າຖ້ວມເນື້ອທີ່ນາ 8.50 ເຮັກຕາ ລວມມູນຄ່າເສຍຫາຍ 272,000,000 ກີບ. ເມືອງເງີນ: ໄດ້ຮັບຜົນກະທົບຈໍານວນ 2 ບ້ານຄື: ບ້ານຫ້ວຍເງີຍ ແລະ ບ້ານປາກຫ້ວຍແຄນ ມີ 10 ຄອບຄົວ, ຈໍານວນຄົນ 49 ຄົນ ມູນຄ່າຜົນເສຍຫາຍທັງຫມົດ 241,841,000 ກີບ. ນໍ້າຊຸເຮືອນໄຫຼ ຈໍານວນ 2 ຫຼັງ ມູນຄ່າເສຍຫາຍທັງໝົດ 183,841,000 ກີບ. ນໍ້າຖ້ວມເນື້ອທີ່ນາ, ສວນສາລີ 2 ເຮັກຕາກວ່າ ແລະ ອື່ນໆ ມູນຄ່າເສຍຫາຍ 58,000,000 ກີບ. ເສັ້ນທາງເສຍຫາຍ 3 ເສັ້ນ: ນໍ້າໜຶ່ງຖ້ວມບໍ່ສາມາດສັນຈອນໄດ້ (ບໍ່ທັນມີມູນຄ່າເສຍຫາຍ). ເມືອງປາກລາຍ: ໄດ້ຮັບຜົນກະທົບ 5 ບ້ານຄື: ບ້ານນໍ້າຊົ້ງ, ຫວ້ຍລາຍນ້ອຍ, ສີສະອາດຊົມພູ, ໄຊຍະມຸງຄຸນ ແລະ ບ້ານ ບຸ່ງມ່າ (ຍັງບໍ່ທັນມີຂໍ້ມູນຜົນເສຍຫາຍ). ນອກຈາກນັ້ນ, ຍັງມີເມືອງອື່ນໆ ແລະ ບ້ານຈໍານວນໜຶ່ງກໍມີຄວາມເສຍຫາຍສົມຄວນ.

ທ່ານ ໜູເກນ ພັນລັກ ກ່າວຕື່ມວ່າ: ພາຍຫຼັງເກີດໄພພິບັດ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ເມືອງກໍໄດ້ສົມທົບກັບອົງການປົກຄອງບ້ານລະດົມທຸກກໍາລັງ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ຍ້າຍເຄື່ອງຂອງທີ່ຈໍາເປັນ, ສັດລ້ຽງ ແລະ ຜູ້ທີ່ຊ່ວຍເຫຼືອຕົວເອງບໍ່ໄດ້ ອອກຈາກພື້ນທີ່ໆໄດ້ຮັບຜົນກະທົບ ໄປສູ່ພື້ນທີ່ປອດໄພຊົ່ວຄາວ. ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອບັນເທົາທຸກແກ່ຄອບຄົວປະຊາຊົນທີ່ໄດ້ຮັບຜົນເສຍຫາຍ ລວມເປັນມູນຄ່າ 23,840,000 ກີບ. ມອບເຄື່ອງຊ່ວຍເຫຼືອສຸກເສີນ ໃຫ້ເມືອງທີ່ຖືກຜົນກະທົບ ເປັນເຂົ້າສານ ຈໍານວນ 600 ກິໂລ ແລະ ນໍ້າດື່ມ ຈໍານວນ 130 ແພັກ. ແກ້ໄຂເສັ້ນທາງທີ່ໄດ້ຮັບຜົນກະທົບຈາກດີນເຈື່ອນຖົມທາງເມືອງຫົງສາ 2 ຈຸດ (ຊາຍແດນຫົງສາ-ໄຊຍະເຂດຫ້ວຍທອງ, ທາງໄປບ້ານທ່າຊ່ວງ), ເມືອງເງິນ 1 ຈຸດ (ທາງໄປບ້ານປາງບົງ) ໃຫ້ທຽວໄດ້ ແລະ ໄດ້ສ້ອມແປງໄຟຟ້າໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ.

ປັດຈຸບັນ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ເມືອງ ຍັງສືບຕໍ່ລົງເກັບກໍາຂໍ້ມູນຜົນເສຍຫາຍທີ່ເກີດຂຶ້ນຢູ່ເມືອງທີ່ຖືກຜົນກະທົບໃຫ້ສໍາເລັດ, ແກ້ໄຂ ແລະ ຟື້ນຟູຜົນເສຍຫາຍ ດ້ານຕ່າງໆ ແລະ ລົງກວດກາສຸຂະພາບຂອງປະຊາຊົນບ້ານທີ່ໄດ້ຮັບຜົນກະທົບ ເຝົ້າລະວັງຕໍ່ກັບພະຍາດທີ່ຈະມາກັບລະດູຝົນ.

(ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ເພີ່ມເຕີມ