![]() |
ທ່ານ ສົມບັດ ຈະເລີນມີໄຊ ປະທານແນວລາວສ້າງຊາດເມືອງ ໄດ້ຂຶ້ນກ່າວເປີດວ່າ: ຈຸດປະສົງການຈັດການແຂ່ງຂັນກອງແອວໃນຄັ້ງນີ້, ແມ່ນເພື່ອເປັນການອານຸລັກຮັກສາຮີດຄອງປະເພນີອັນດີງາມ, ທີ່ເປັນເອກະລັກທາງດ້ານວັດທະນະທຳຂອງເມືອງໄຊຍະບູລີ ກໍຄືແຂວງໄຊຍະບູລີທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຕິດພັນກັບການໂຄສະນາດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວເມືອງ ແລະ ແຂວງໄຊຍະບູລີໃຫ້ນັບມື້ເພີ້ມຂຶ້ນ.
ການແຂ່ງຂັນຕີກອງແອວໃນຄັ້ງນີ້, ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 24 ຄະນະ; ຜ່ານການແຂ່ງຂັນອັນດັບທີ 1 ໄດ້ແກ່ບ້ານນາຍາວ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ, ທີ 2 ໄດ້ແກ່ບ້ານຜາປູນໄດ້ຮັບເງິນສົດ 1 ລ້ານ 2 ແສນກີບ, ທີ 3 ໄດ້ແກ່ບ້ານບຸ່ງ ໄດ້ຮັບເງິນສົດ 1 ລ້ານ 1 ແສນກີບ, ທີ 4 ແມ່ນໄດ້ແກ່ບ້ານໃຫຍ່ໄດ້ຮັບເງິນສົດ 9 ແສນກີບ ແລະ ໄດ້ຮັບເຂົ້າຮອບ 8 ທີມໄດ້ໄດ້ຮັບທີມລະ 8 ແສນ, ໄດ້ເຂົ້າຮອບ 16 ທີມໄດ້ຮັບທີມລະ 7 ແສນກີບ ແລະ ລາງວັນຊົມເຊີຍໄດ້ຮັບທີມລະ 6 ແສນກີບ.
![]() |
(ຂ່າວ-ພາບ: ສົມພົງ ສີສະຫວັດ)
ຄໍາເຫັນ