![]() |
ທ່ານ ຈັນເພັງ ອູ່ທອງຄໍາ ໄດ້ກ່າວວ່າ: ຕາແສງ ໄຊຍະມຸງຄຸນ ມີເນື້ອທີ່ທັງໝົດ 26,628.54 ກິໂລຕາແມັດ; ປະກອບມີ 23 ບ້ານຄື: ບ້ານວັງຊອຍ, ບ້ານສວນ, ບ້ານນາລາ, ບ້ານນາຍາວ, ບ້ານທ່ານາ, ບ້ານປົ່ງ, ບ້ານສີມຸງຄຸນ, ບ້ານສີເມືອງ, ບ້ານຖິ່ນ, ບ້ານນາໄຮ, ບ້ານດອນໃໝ່, ບ້ານດອນເງິນ, ບ້ານບຸ່ງ, ບ້ານຜາປູນ, ບ້ານໃຫຍ່, ບ້ານໜອງແຊງ, ບ້ານແກ້ງ, ບ້ານນາເລົາ, ບ້ານນາຕໍນ້ອຍ, ບ້ານນາຕໍໃຫຍ່, ບ້ານວັງຂາມ, ບ້ານລ້ອງປໍ ແລະ ບ້ານໂນນສະຫວັນ, ມີ 635 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 7,137 ຄອບຄົວ, ມີພົນລະເມືອງທັງໝົດ 35,757 ຄົນ, ຍິງ 17,913 ຄົນ; ປະກອບມີ 8 ເຜົ່າ: ເຜົ່າລາວ ກວມເອົາ 87.98%, ເຜົ່າມົ້ງ ກວມເອົາ 6.7%, ເຜົ່າກຶມມຸ ກວມເອົາ 0.5%, ເຜົ່າອີວມຽນ ກວມເອົາ 3.7% ແລະ ເຜົ່າອື່ນໆ.
![]() |
ໂຄງປະກອບການຈັດຕັັ້ງຂອງຕາແສງ ປະກອບມີ 5 ໜ່ວຍງານຄື: ໜ່ວຍງານວຽກງານບໍລິຫານ-ປົກຄອງ, ໜ່ວຍງານວຽກງານພັກ-ອົງການຈັດຕັ້ງມະຫາຊົນ, ໜ່ວຍງານວຽກງານເສດຖະກິດ-ການເງິນ, ໜ່ວຍງານວຽກງານວັດທະນະທຳ-ສັງຄົມ, ໜ່ວຍງານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍແມ່ນທ່ານ ສໍລະສິນ ຂັນຕິສາລີ ກໍາມະການພັກເມືອງ ເປັນປະທານຄະນະກໍາມະການປົກຄອງຕາແສງໄຊຍະມຸງຄຸນ ເມືອງໄຊຍະບູລີ, ທ່ານ ພູລັດ ແພງດວງ ແລະ ທ່ານ ນາງ ລານີ ໄຊຍະວົງ ເປັນຮອງປະທານ.
![]() |
ຂ່າວ+ພາບ: ຄໍາໝັ້ນ



ຄໍາເຫັນ