ໄຊຍະບູລີ ປັບປຸງການຈັດຕັ້ງຫ້ອງການ ຍທຂ ເມືອງ

ໄຊຍະບູລີ ປັບປຸງການຈັດຕັ້ງຫ້ອງການ ຍທຂ ເມືອງ
ໃນວັນທີ 4 ເມສານີ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຢູ່ທີ່ຫ້ອງປະຊຸມຫ້ອງການ ຍທຂ ເມືອງ ໂດຍການເປັນປະທານຂອງທ່ານ ຄຳພຸດ ອິນທະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂອງເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
    ໃນພິທີ, ທ່ານ ສີສຸກ ສີພານິດ ຫົວໜ້າຫ້ອງການ ຍທຂ ເມືອງ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼູບການຊີ້ນຳ-ນຳພານັບແຕ່ປີ 2014-2023 ບາງຕອນທ່ານກ່າວວ່າ: ສຳລັບຫ້ອງການ ຍທຂ ເມືອງ ທີ່ໄດ້ຈັດຕັ້ງປະຕິບັດຢູ່ພາຍໃນເມືຶອງ ໄຊຍະບູລີທີ່ພົ້ນເດັ່ນມີດັ່ງນີ້: ໂຄງການຈັດຕັ້ງປະຕິບັດຕາມແຜນງົບປະມານມີ 18 ໂຄງການ ມູນຄ່າ 90 ຕື້້ກວ່າກີບ, ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 12 ໂຄງການ ມູນຄ່າ 49 ຕື້ກວ່າກີບ ແລະ ກຳລັງສືບຕໍ່ຈັດຕັ້ງປະຕິບັດ 8 ໂຄງການ ມູນຄ່າ 41 ຕື້ກວ່າກີບ, ໂຄງການທືນຊ່ວຍເຫຼືອປະກອບມີ 6 ໂຄງການ ມູນຄ່າ 164 ຕື້ກວ່າກີບ ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 100%, ໂຄງການທືນຊົນນະບົດ ມີ 2 ໂຄງການ ມູນຄ່າ 8 ຕື້໊ກວ່າກີບ, ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 100%, ໂຄງການກໍ່ສ້າງສ້ອມແປງສຸກເສີນ ມີ 19 ໂຄງການມູນຄ່າ 22 ຕື້ກວ່າກີບ ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 100%, ໂຄງການກໍ່ສ້າງສ້ອມແປງຫຼັງລະດູຝົນມີ 8 ໂຄງການມູນຄ່າ 12 ຕື້ກວ່າກີບ ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 100%, ໂຄງການກໍ່ສ້າງຕ້ານເຈື່ອນ ມີ 12 ໂຄງການ ມູນຄ່າ 11 ຕື້ກວ່າກີບ ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 100% ມີ 9 ໂຄງການ ແລະ ກໍາລັງສືບຕໍ່ຈັດຕັ້ງປະຕິບັດມີ 3 ໂຄງການ, ໂຄງການກໍ່ສ້າງສ້ອມແປງຕ້ານເຈື່ອນຫຼັງລະດູຝົນ ມີ 2 ໂຄງການ ມູນຄ່າທັງໝົດ 4,5 ຕື້ກວ່າກີບ ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 100%, ຜົນສຳເລັດການກໍ່ສ້າງທາງຊອຍເບຕົງໃນເທດສະບານເມືອງ ຈຳນວນ 15 ເສັ້ນ ລວງຍາວ 2.450 ແມັດ ລວມມູນຄ່າ 3,372 ລ້ານກວ່າກີບ. ໃນນີ້, ທືນຂອງລັດ 1,642 ລ້ານກວ່າກີບ ສົບທົບທືນປະຊາຊົນ  1,498 ລ້ານກວ່າກີບ, ພັນທະອາກອນ 249 ລ້ານກວ່າກີບ ກວມເອົາ 11 ບ້ານ. ຈາກນັ້ນ, ໃນພິທີ ກໍໄດ້ເຊັນບົດບັນທືກມອບ-ຮັບລະຫວ່າງ ທ່ານ ສີສຸກ ສີພານິດ ຫົວໜ້າຫ້ອງການ ຍທຂ ເມືອງ (ຜູ້ເກົ່າ) ແລະ ທ່ານ ເພັດມັງກອນ ສິວິໄລ ຫົວໜ້າຫ້ອງການ ຍທຂ ເມືອງ (ຜູ້ໃໝ່).
(ຂ່າວ-ພາບ: ສົມພົງ ສີສະຫວັດ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມຈັດຕັ້ງຜັນ​ຂະ​ຫຍາຍ​ເນື້ອ​ໃນ​​ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ​ ແລະ ວຽກງານກວດກາ ທົ່ວປະເທດປະຈໍາປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025
ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ ຜ່ານມາ ທີ່ສຳນັກງານດັ່ງກ່າວ ໂດຍການເປັນປະທານຂອງທ່ານນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທຳ, ມີທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ທ່ານນາງ ຈັນໂສດາ ພອນທິບ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ

ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ

ໃນວັນທີ 13 ພຶດສະພາຜ່ານມາ, ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ຮ່ວມກັບຄະນະພັກ -ຄະນະບັນຊາ ກອງບັນຊາການທະຫານແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ຕິດຕາມ, ຊຸກຍູ້ວຽກງານການທະຫານຊາຍແດນ ແລະ ບ້ານຈຳນວນໜຶ່ງ ຕາມ​ຊາຍແດນລາວ, ຫວຽດນາມ ແລະ ກຳປູເຈຍຄື: ກອງປະຕິບັດງານ 207 ເຂດບ້ານສົມບູນ,
ຮອງເຈົ້າແຂວງຊຽງຂວາງມອບເຄື່ອງໃຫ້ບ້ານລ້ອງຄາວ

ຮອງເຈົ້າແຂວງຊຽງຂວາງມອບເຄື່ອງໃຫ້ບ້ານລ້ອງຄາວ

ວັນທີ 13 ພຶດສະພາຜ່ານມານີ້, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບ້ານລ້ອງຄາວເມືອງພູກູດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ ສັງກະສີຈຳນວນ 100 ແຜ່ນ, ຜ້າຫົ່ມ 26 ຜືນ, ມຸ້ງ 26 ດາງ, ເກືອ 2 ເປົາ, ເຄື່ອງສຸຂະອະນາໄມ 26 ຊຸດ ລວມມູນຄ່າ15 ລ້ານກີບ.
ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມພະສົງ-ສາມະເນນ

ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມພະສົງ-ສາມະເນນ

ຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ອົງການແນວລາວສ້າງຊາດແຂວງສາລະວັນ ຈັດອົບຮົມພະສົງ-ສາມະເນນ ພາຍໃນເທດສະບານເມືອງ ແລະ ແຂວງສາລະວັນ ຈັດຂຶ້ນໃນວັນທີ 13 ພຶດສະພາຜ່ານມາ ທີ່ສະໂມສອນຂອງແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ມີພະອາຈານ ດ໋ອງ ດາວວະດິງ ຄະນະປະຈຳ ອພສ ແຂວງ ຫົວໜ້າກັມມາທິການສາທາລະນຸປະການ ປະທານ ອພສ ເມືອງສາລະວັນ.
ປະທານ ປກຊ-ປກສ ແຂວງເຊກອງ ເຄື່ອນໄຫວເຮັດວຽກຢູ່ໂຮງຮຽນການທະຫານທ້ອງຖິ່ນ

ປະທານ ປກຊ-ປກສ ແຂວງເຊກອງ ເຄື່ອນໄຫວເຮັດວຽກຢູ່ໂຮງຮຽນການທະຫານທ້ອງຖິ່ນ

ໃນຕອນບ່າຍວັນທີ 13 ພຶດສະພາຜ່ານມາ, ທ່ານ ເຫຼັກໄຫຼລ ສີວິໄລ ເຈົ້າແຂວງເຊກອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ໂຮງຮຽນການທະຫານທ້ອງຖິ່ນ ບ້ານແກ້ງຫຼວງ ເມືອງລະມາມ ໂດຍທ່ານ ພັທ ເພັດສະຫວັນ ເຮືອງປັນຍາ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນ ພ້ອມດ້ວຍນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ.
ແນະນໍາເຄື່ອງມືຕິດຕາມ-ຄາດຄະເນການປ່ຽນແປງປ່າໄມ້ ແລະ​ ແຜນກິດຈະກໍາສໍາລັບການທົດລອງນໍາໃຊ້

ແນະນໍາເຄື່ອງມືຕິດຕາມ-ຄາດຄະເນການປ່ຽນແປງປ່າໄມ້ ແລະ​ ແຜນກິດຈະກໍາສໍາລັບການທົດລອງນໍາໃຊ້

ວັນ​ທີ 13 ພຶດສະພາ 2025,​ ພະແນກ​ກະສິກໍາ​ ແລະ​ ປ່າໄມ້​ 2 ແຂວງ​ ຄື: ແຂວງຈໍາປາສັກ​ ແລະ​ ແຂວງອັດຕະປື​ ຮ່ວມກັບ​ ອົງການອະນຸລັກສັດປ່າໂລກ ຫຼື​ World Wide Fund for Nature (WWF) ໄດ້ຈັດ​ກອງປະຊຸມວິຊາການແນະນໍາເຄື່ອງມືຕິດຕາມ ແລະ​ ຄາດຄະເນການປ່ຽນແປງປ່າໄມ້ (Forest Foresight) ແລະ​ ແຜນກິດຈະກໍາສໍາລັບການ​ທົດລອງ​ ຂຶ້ນໃນ​ວັນ​ທີ 13 ພຶດສະພາຜ່ານມາ​ ຢູ່ສູນໂພນງາມ​ ນະຄອນປາກເຊ​ ໂດຍການ​ເປັນປະທານຮ່ວມຂອງ​ທ່ານ​ ຄໍາເຜີຍ​ ບຸດໂທ​ ຮອງຫົວໜ້າ​ພະແນກ​ກະສິກຳ​ ແລະ​ ປ່າໄມ້ແຂວງ​ຈໍາປາສັກ,​ ທ່ານ​ ທອງສະຫວັດ ສິດທິຈັກ ພະແນກກະສິກໍາ ແລະ ປ່າໄມ້ແຂວງອັດຕະປື.
ສານປະຊາຊົນສູງສຸດ ສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ສານປະຊາຊົນສູງສຸດ ສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ກອງປະຊຸມສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂອງສານປະຊາຊົນສູງສຸດ (ສປສສ) ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ ນີ້ ທີ່ສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ວຽງທາອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ ແລະ ພະນັກຫຼັກແຫຼ່ງອ້ອມຂ້າງ ສປສສ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດ ສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ

ອົງການກວດສອບແຫ່ງລັດ ສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ

ອົງການກວດສອບແຫ່ງລັດໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2024 ແລະ ເປີດຂໍ້ແຂ່ງຂັນພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2025 ຂຶ້ນໃນວັນທີ 12 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງອົງການກວດສອບແຫ່ງລັດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງລັດ; ມີຄະນະນໍາອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ, ພ້ອມດ້ວຍພະນັກງານ-ລັດຖະກອນ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ດອກໄມ້ປະດິດ ເປັນທີ່ສົນໃຈຈາກລູກຄ້າພາຍໃນ ແລະ ຕ່າງປະເທດ

ດອກໄມ້ປະດິດ ເປັນທີ່ສົນໃຈຈາກລູກຄ້າພາຍໃນ ແລະ ຕ່າງປະເທດ

ໂດຍ: ແສງຈັນ ຜະລິດຕະພັນດອກໄມ້ທີ່ຜະລິດຈາກວັດຖຸດິບ (ດິນ) ນໍາເຂົ້າຈາກປະເທດຍີ່ປຸ່ນ ເລີ່ມເປັນທີ່ສົນໃຈຈາກສັງຄົມ ກໍຄືລູກຄ້າທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກຜະລິດຕະພັນດັ່ງກ່າວແມ່ນຜະລິດອອກມາຈາກສີໄມ້ລາຍມືຂອງຄົນລາວທີ່ມີຄວາມປານີດ ແລະ ມີຄວາມສວຍສົດງົດງາມໃນເວລານໍາໄປຕົບແຕ່ງ ເອ້-ຢ້ອງ.
ເພີ່ມເຕີມ