ໄຊຍະບູລີ ເຜີຍແຜ່ມະຕິ 2 ຂອງຄະບໍລິຫານສູນກາງພັກ ແລະ ມະຕິ 03/ຄບສພ

ໄຊຍະບູລີ ເຜີຍແຜ່ມະຕິ 2 ຂອງຄະບໍລິຫານສູນກາງພັກ ແລະ ມະຕິ 03/ຄບສພ

ໄຊຍະບູລີ ເຜີຍແຜ່ມະຕິ 2 ຂອງຄະບໍລິຫານສູນກາງພັກ ແລະ ມະຕິ 03/ຄບສພ
ກອງປະຊຸມເຜີຍແຜ່ມະຕິ 2 ຂອງຄະບໍລິຫານສູນກາງພັກກ່ຽວກັບກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ມະຕິ 03/ຄບສພ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

 

 ໄດ້ຈັດຂຶ້ນໃນວັນທີ 24 ມີນາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ນັບແຕ່ການສ້າງຕັ້ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ເປັນຕົ້ນມາ, ກົງຈັກການຈັດຕັ້ງ ຂອງລະບອບການເມືອງປະຊາທິປະໄຕປະຊາຊົນ ໄດ້ຮັບການປັບປຸງ ບູລະນະຢ່າງຕໍ່ເນື່ອງເຮັດໃຫ້ການນໍາພາ ຊີ້ນໍາ, ການບໍລິຫານຄຸ້ມຄອງ ໄດ້ມີຈິດໃຈໃໝ່ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ສາມາດເສີມຂະຫຍາຍ ແລະ ດໍາລົງບົດບາດ ໃນການຫັນແນວທາງ ປ່ຽນແປງໃໝ່ຂອງພັກ ມາເປັນນະໂຍບາຍ, ເປັນແຜນພັດທະນາ, ເປັນກົດໝາຍ ເພື່ອອໍານວຍຄວບຄຸມການບໍລິຫານ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເມື່ອທຽບກັບໜ້າທີ່ການເມືອງຂອງພາລະກິດປະຕິວັດຂອງພັກເຮົາແລ້ວ ກົງຈັກການຈັດຕັ້ງຂອງປະເທດເຮົາ ຍັງບໍ່ທັນໜັກແໜ້ນ, ເຂັ້ມແຂງ ໄດ້ຢ່າງເຕັມສວນ, ຈຶ່ງຕ້ອງໄດ້ມີການປັບປຸງປ່ຽນແປງໄປຕາມລະດັບການຂະຫຍາຍຕົວທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ກໍຄື ການປ່ຽນແປງດ້ານແນວທາງ, ແຜນນະໂຍບາຍ ຂອງພັກ ໃນແຕ່ລະໄລຍະ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ມະຕິ 02/ຄບສພ ລົງວັນ ທີ 7 ມີນາ 2025 ຂອງຄະບໍລິຫານງານສູນກາງພັກ ກ່ຽວກັບກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິ 03/ຄບສພ ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ຜ່ານແຈ້ງການຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 971/ກມປສ ລົງວັນທີ 24 ກຸມພາ 2025, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 138/ຄພຂ.ຊຍ ລົງວັນທີ 20 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ. ພ້ອມດຽວກັນນີ້ ຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມເພື່ອໃຫ້ກອງປະຊຸມດັ່ງກ່າວໄດ້ຮັບຜົນຕາມທີ່ວາງໄວ້.

(ຂ່າວ+ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວການເມືອງ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ໃນວັນທີ3ກັນຍານີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ຄົບຮອບ 51 ປີ (23/8/1975-23/8/2026); ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ຈັດພິທີເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ກອງພັນນັກຮຽນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 2 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການສຳຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກະສານສຳຄັນ ຂອງພັກ ຂຶ້ນໃນວັນທີ 2 ກັນຍານີ້ ທີ່ ຫສພ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານດັ່ງກ່າວ ຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ - ລັດຖະກອນ ທີ່ຮັບຜິດຊອບວຽກງານກວດກາ ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 31 ສິງຫານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ ຮອງລັດຖະມົນຕີ ຮອງປະທານ ຄລທ ຜູ້ປະຈໍາການ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາສະຫາຍກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງ ຈາກກະຊວງ, ອົງການ, ສະຫາຍເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກຂອງບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ຄລທ, ຕາງໜ້າບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງ ທັງສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ອົງການກາແດງແຫ່ງຊາດລາວ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ

ອົງການກາແດງແຫ່ງຊາດລາວ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ

ຫ້ອງການອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII, ໃນວັນທີ 24 ສິງຫານີ້ ທີ່ຫ້ອງປະຊຸມຂອງສະຖາບັນເລືອດແຫ່ງຊາດ. ເປັນກຽດໃນພິທີ ພ້ອມທັງເຜີຍແຜ່ ໂດຍ ທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ຈັນທະລາ ສຸກສາຄອນ ຮອງເລຂາຄະນະພັກ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ສະຖາບັນ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ

ສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ (12 ສິງຫາ 1976-12 ສິງຫາ 2026) ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2026 ນີ້, ໂດຍການເຂົ້າຮ່ວມປະດັບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ໂຮງໝໍສູນກາງ 103 ກອງທັບ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາກົມ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ, ສປ ຈີນ, ສ ກຸຍບາ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຕາງໜ້າບັນດາໂຮງໝໍສູນກາງ, ສູນ, ສະຖາບັນ, ກະຊວງປ້ອງກັນຄວາມສະຫງົບ, ໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດນາມ, ໂຮງໝໍ ຊິຈິງ ກອງທັບປົດປ່ອຍປະຊາຊົນຈີນ, ພະນັກງານອາວຸໂສ-ບໍານານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງບຸກຄະລາກອນ ປະຈໍາ 2 ເຂດເລືອກຕັ້ງພາກເໜືອ

ປະກາດແຕ່ງຕັ້ງບຸກຄະລາກອນ ປະຈໍາ 2 ເຂດເລືອກຕັ້ງພາກເໜືອ

‎ ວັນທີ 19-20 ສິງຫານີ້, ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານສະພາປະຊາຊົນແຂວງ (ສພຂ); ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ 2 ແຂວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ເປີດຮຽນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX

ຄຳມ່ວນ ເປີດຮຽນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX ໃນວັນທີ 18 ສິງຫານີ້ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ, ມີຄະນະນຳໂຮງຮຽນ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.
ພະແນກ ກ​ສ ແຂວງຄໍາມ່ວນເຊື່ອມຊຶມກົດລະບຽບຂອງພັກສະ​ໄໝ​ທີXII

ພະແນກ ກ​ສ ແຂວງຄໍາມ່ວນເຊື່ອມຊຶມກົດລະບຽບຂອງພັກສະ​ໄໝ​ທີXII

ກອງປະຊຸມເຜີຍແຜ່-ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ເຜີຍແຜ່ຄໍາແນະນໍາສະບັບເລກທີ 303/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ຈັດຂຶ້ນໃນວັນທີ 11 ສິງຫາຜ່ານ​ມາທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມ (ກ​ສ) ແຂວງຄໍາມ່ວນ ໂດຍການເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ສີປະໄທ ເພົ່າພົງສະຫວັດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ມີ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ຮັບ​ຟັງ.
ເພີ່ມເຕີມ