ໃນກອງປະຊຸມ, ທ່ານ ສີທະນົນໄຊ ທອງເທພາ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1775/ຈຂ ຊຍ, ລົງວັນທີ 1 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈໍາປີ 2025 ຢູ່ເມືອງ ໄຊຍະບູລີ, ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມມີ 6 ທ່ານ ໂດຍແມ່ນທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ເປັນຫົວໜ້າ, ແຕ່ງຕັ້ງຄະນະຮັບຜິດຊອບຮັບແຂກການນໍາຂັ້ນສູງລວມມີ 13 ທ່ານ, ແຕ່ງຕັ້ງຄະນະຮັບຜິດຊອບເສດຖະກິດລວມມີ 11 ທ່ານ, ແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນຄວາມສະຫງົບ-ຄວາມປອດໄພລວມມີ 5 ທ່ານ ແລະ ແຕ່ງຕັ້ງຄະນະຮັບຜິດຊອບເນື້ອໃນລວມມີ 10 ທ່ານ.ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ໄດ້ຮັງຟັງການໂອ້ລົມຂອງທ່ານຮອງເຈົ້າແຂວງ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດໜ້າທີ່ຂອງໃຜລາວໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ພ້ອມກັນເປັນເຈົ້າພາບທີ່ດີໃນການຈັດງານບຸນຄັ້ງນີ້ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ເຮັດໃຫ້ແຂກທີ່ມາຮ່ວມງານເຫັນໄດ້ຄວາມສາມັນຄື ແລະ ວັດທະນະທໍາ-ຮີດຄອງປະເພນີຂອງຊາວແຂວງ ໄຊຍະບູລີ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)
ຄໍາເຫັນ