ໄຊຍະບູລີ ຕີລາຄາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝຂອງແຜນການ 5 ປີ 

ໄຊຍະບູລີ ຕີລາຄາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝຂອງແຜນການ 5 ປີ 
ກອງປະຊຸມຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝຂອງແຜນການ 5 ປີ ແລະ ການເຄື່ອນໄຫວວຽກງານປະຈໍາປີ 2023 ທິດທາງ ປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດເຂດ 7 ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7, ມີສະມາຊິກສະພາແຫ່ງຊາດປະຈໍາເຂດ 7 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນກອງປະຊຸມ, ທ່ານ ເພັງນິລັນ ຄໍາພັນເພັງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ໃຫ້ກຽດກ່າວເປີດກອງປະຊຸມວ່າ:  ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າພິຈາລະນາບັນຫາສໍາຄັນຂອງທ້ອງຖິ່ນ ແລະ ວຽກງານກາງສະໄໝຂອງແຜນການ 5 ປີ ແລະ ແຜນປະຈໍາປີ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຈະໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ເອກະຊົນສູນກາງຄຸ້ມຄອງຈັດຕັ້ງປະຕິບັດຢູ່ແຂວງໄຊຍະບູລີ ກາງສະໄໝຂອງແຜນການ 5 ປີ (2021-2025), ວຽກງານຈຸດສຸມຮອດທ້າຍສະໄໝ 2025 ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນທີ່ສູນກາງຄຸ້ມຄອງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງອົງການປົກຄອງແຂວງ, ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງ ທີ່ຈັດຕັ້ງປະຕິບັດຢູ່ແຂວງກາງສະໄໝຂອງແຜນການ 5 ປີ (2021-2025), ວຽກງານຈຸດສູມຮອດທ້າຍສະໄໝ 2025  ແລະ ການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງອົງການປົກຄອງແຂວງ ໂດຍພະແນກການເງິນແຂວງ ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025 ຂອງອົງການປົກຄອງແຂວງ ໂດຍພະແນກແຜນການ ແລະ ການລົງທຶນ, ຮັບຟັງການປະກອບຄໍາເຫັນ ຂອງຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ເອກະຊົນທີ່ສູນກາງຄຸ້ມຄອງຈັດຕັ້ງປະຕິບັດຢູ່ແຂວງ ກາງສະໄໝຂອງແຜນການ 5 ປີ (2021-2025), ວຽກງານຈຸດສຸມຮອດທ້າຍສະໄໝ 2025 ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນທີ່ສູນກາງຄຸ້ມຄອງ ປະຈໍາປີ 2023, ທິດທາງແຜນການ ປີ 2024, ການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງທີ່ຈັດຕັ້ງປະຕິບັດຢູ່ແຂວງ ໃນໄລຍະຜ່ານມາ (2021-2023) ແລະ ການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງ ປະຈໍາປີ 2023, ທິດທາງແຜນການ ປີ 2024 ແລະ ວຽກງານຈຸດສຸມຮອດປີ 2025, ຮັບຟັງການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງຮັບຟັງການຊີ້ແຈງ ແລະ ຕອບຄໍາຊັກຖາມຂອງບັນດາຫົວໜ້າພະແນກການຂອງແຂວງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝຂອງແຜນການ 5 ປີ (2021-2025), ທິດທາງແຜນການທ້າຍສະໄໝຮອດປີ 2025 ແລະ ການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາປີ 2023, ທິດທາງແຜນການ ປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຮັບຟັງການຜ່ານຮ່າງມະຕິກອງປະຊຸມວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝປີ 2025, ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຮັບຟັງການຜ່ານຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ເອກະຊົນທີ່ສູນກາງຄຸ້ມຄອງຢູ່ແຂວງ, ການຈັດເກັບລາຍຮັບພູດສູນກາງຄຸ້ມຄອງຢູ່ແຂວງ ກາງສະໄໝຂອງແຜນການ 5 ປີ (2021-2025), ວຽກງານຈຸດສຸມຮອດທ້າຍປີ 2025, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ເອກະຊົນ; ລາຍຮັບພູດສູນກາງຄຸ້ມຄອງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ແລະ  ການຈັດຕັ້ງປະຕິບັດວາລະແຫ່ງຊາດ 3 ປີ ຜ່ານມາ (2021-2023). ຈາກນັ້ນ ຄະນະຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນຊີ້ແຈງ ແລະ ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມຢ່າງເລິກເຊິ່ງແນ່ໃສຮັບປະກັນເນື້ອໃນທີ່ນໍາມາຄົ້ນຄວ້າພິຈາລະນາຖືກຮັບຮອງເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດຂັ້ນຕໍ່ໄປ.    (ຂ່າວ+ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະບໍລິຈາກເລືອດ ຊ່ວຍເຫຼືອສັງຄົມຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສຳນັກງານໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການ ອົງກອນ, ສັງຄົມ ແລະ ຄວາມຍືນຍົງ ເລຂາພັກຮາກຖານ ບໍລິສັດເບຍ ລາວ ຈຳກັດ, ທ່ານ ຄຳຈັນ ຈັນມະນີວົງ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ, ທ່ານ ນາງ ວັນດາລີ ສຸວັນນະສຸກ ອຳນວຍການຝ່າຍກົດໝາຍ ແລະ ພົວພັນລັດຖະບານ ບໍລິສັດເບຍລາວ ຈຳກັດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ,ກຳມະກອນ ພາຍໃນບໍລິສັດ ເຂົ້າຮ່ວມ.
ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ,ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ ແນໃສ່ຫຼຸດຜ່ອນຄວາມແອອັດ ແລະ ຍົກລະດັບການບໍລິການໃຫ້ຕອບສະໜອງຄວາມຕ້ອງການຂອງປະຊາຊົນ.
ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ໃນວັນທີ 12 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງ ທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັັັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາທ່ານຫົວໜ້າ - ຮອງຫົວໜ້າກົມ ແລະ ວິທະຍາກອນຈາກພາກສ່ວນກ່ຽວຂ້ອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ພະແນກ ແລະ ວິຊາການຈາກຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງເຂົ້າຮ່ວມຢ່າງພ້ອມພຽງ.
ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ສະ​ຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດ ລາວ-ຍີ່ປຸ່ນ (ສລຍ) ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ​ລາງວັນ​ຮອນ​ດາ ​ສຳລັບ​ນັກ​ວິທະຍາ​ສາດ ​ແລະ ວິສະວະກອນໜຸ່ມ (Honda Y-E-S Award) ປະຈຳປີ 2026 ຂຶ້ນໃນວັນ​ທີ 11 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ Dr ນາງ Nobuko Kayashima ຜູ້ອໍານວຍການບໍ ລິຫານມູນນິທິຮອນດາ ປະເທດຍີ່ປຸ່ນ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ JICA ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ວັນທີ 11 ພະຈິກຜ່ານມາ, ທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ໄດ້ຈັດພິທີປະກາດບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ ໂດຍການເປັນປະທານຂອງທ່ານ ພູຊະນະ ໄຊໂກສີ ເລຂາຄະນະພັກຮາກຖານ, ຫົວໜ້າດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ, ມີທ່ານ ນິກອນ ພົມວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 30 ປີ (11/11/1996-11/11/2026) ຂຶ້ນໃນວັນທີ 11 ພະຈິກຜ່ານມາ ທີ່ໂຮງແຮມແລນມາກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

ໃນວັນທີ10 ພະຈິກ ຜ່ານມາ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ສະບັບເລກທີ 76/ກມສພ, ລົງວັນທີ 30 ຕຸລາ 2026, ເພື່ອຮັບປະກັນໃຫ້ສື່ມວນຊົນລາວ ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ທັນການ ຊຶ່ງໃຫ້ກຽດເຜີຍແຜ່ ໂດຍທ່ານນາງ ຟອງສະໝຸດ ອັນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນໍາ, ພະນັກງານ-ລັດຖະກອນ.
ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.
ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ຢູ່ເມືອງ ປາກຊັນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2026ທີ່ ຫ້ອງການບ້ານ ປາກປຶງ ຕາແສງໄຊຈະເລີນ ເມືອງ ປາກຊັນ ແຂວງ ບໍລີຄຳໄຊ ການ​ເຂົ້າ​ຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ປາກຊັນ, ທ່ານ ວຽງແກ້ວ ໄຊພັກດີ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ,ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ