ໂດຍ: ຕະວິນຍານ
ການລົງທຶນທັງພາກລັດແລະເອກະຊົນເປັນປັດໄຈສຳຄັນຍູ້ແຮງຂອງການເຕີບໂຕເສດຖະກິດຂອງແຂວງ, ການລົງທຶນຂອງພາກເອກະຊົນໃນໂຄງການຂະໜາດໃຫ່ຍເຊັ່ນ: ເຂື່ອນໄຟຟ້ານ້ຳຂອງ, ໂຄງການໄຟຟ້າຫົງສາໄດ້ດໍາເນີນການຜະລິດສົ່ງອອກ; ເຂື່ອນໄຟຟ້ານ້ຳຮຸ່ງ 1 ແລະ ໂຄງການຂຸດຄົ້ນແຮ່ຄຳຢູ່ເມືອງປາກລາຍກຽມເຂົ້າສູ່ຂະບວນການຜະລິດ, ຫົວໜ່ວຍການຜະລິດທຸລະກິດຂະໜາດນ້ອຍ, ຂະໜາດກາງໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນໄລຍະ 2021-2023 ນີ້, ແຂວງໄຊຍະບູລີ ສາມາດລະດົມທຶນທົ່ວສັງຄົມ ສະເລ່ຍໄດ້ທັງໝົດ 2.690,27 ຕື້ກີບ ກວມເອົາ 21,8% ຂອງ GDPທຽບໃສ່ແຜນຍັງບໍ່ທັນບັນລຸ (28%) ທຶນຂອງລັດປະຕິບັດ ໄດ້ທັງໝົດ 181,66 ຕື້ກີບ, ກວມເອົາ 6,75% ຂອງທຶນທັງໝົດ,ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ມູນຄ່າ 11,22 ລ້ານ ໂດລາ ຫຼື ເທົ່າກັບ190,82 ຕື້ກີບ,ກວມເອົາ 7,09% ຂອງທຶນທັງໝົດ, ສາມາດດຶງດູດການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້1.787,62 ຕື້ກີບກວມເອົາ 66,45% ຂອງທຶນທັງໝົດ, ດ້ານສິນເຊື່ອທະນາຄານ ສາມາດປ່ອຍສິນເຊື່ອໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການທຸລະກິດ ໄດ້ທັງໝົດ 530,17 ຕື້ກີບ ກວມເອົາ 19,71% ຂອງທຶນທັງໝົດ.
ນັບແຕ່ປີນີ້ໄປເຖິງ 2025 ແຂວງຈະສູ້ຊົນລະດົມແຫຼ່ງທຶນເພື່ອພັດທະນາບໍ່ໃຫ້ຫຼຸດ28% ຂອງລວມຍອດຜະລິດຕະພັນພາຍໃນແຕ່ລະປີໃນນີ້:ການລົງທຶນຈາກງົບປະມານພາຍໃນ ກວມເອົາ 7% ຂອງການລົງທຶນທັງໝົດ,ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA)ກວມເອົາ15% ຂອງການລົງທຶນທັງໝົດ,ການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດກວມເອົາ55% ຂອງການລົງທຶນທັງໝົດ,ສິນເຊື່ອຂອງທະນາຄານກວມເອົາ23% ຂອງການລົງທຶນທັງໝົດ; ນອກຈາກ 4 ແຫຼ່ງທຶນແລ້ວຂະແໜງການຕ່າງໆ ຕ້ອງໄດ້ສົ່ງເສີມການລົງທຶນຈາກແຫຼ່ງທຶນຕ່າງໆເຊັນ: ທຶນພັດທະນາ ແລະ ການລົງທຶນຂອງປະຊາຊົນ.

ຄໍາເຫັນ