ໄຊພູທອງ ກຽມຄວາມພ້ອມບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ໄຊພູທອງ ກຽມຄວາມພ້ອມບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ໄຊພູທອງ ກຽມຄວາມພ້ອມບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V
ໃນວັນທີ 13 ມັງກອນ 2026 ທີ່ຫ້ອງສະໂມສອນຂອງຫ້ອງວ່າການປົກຄອງເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 10 ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີV ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊພູທອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ,ຄະນະອະນຸກໍາມະການເລືອກຕັ້ງຂັ້ນເມືອງເຂົ້າຮ່ວມ.
ໄຊພທອງ ກຽມຄວາມພອມບນເລອກຕງ ສສຊ ຊດທ X ແລະ ສສຂ ຊດທ V - image 1
 

ທ່ານ ສົມພິດ ໄຊຍະບົວສີ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ຂຶ້ນຜ່ານມະຕິແຕ່ງຕັ້ງຄະນະກໍາມະການເລືອກຕັ້ງເມືອງໄຊພູທອງ ເພື່ອດໍາເນີນການເລືອກຕັ້ງ ວ່າດ້ວຍການແຕ່ງຕັ້ງອະນຸກໍາມະການຊ່ວຍວຽກ ເພື່ອກະກຽມແລະດໍາເນີນການເລືອກຕັ້ງ ສສຊ ຊຸດທີ ແX ລະ ສສຂ ຊຸດທີ V. ຈາກນັ້ນ, ບັນດາຄະນະປະຈຳພັກເມືອງ, ຄະນະຮັບຜິດຊອບຕ່າງກໍ່ໄດ້ຂຶ້ນປະກອບຄຳຄິດເຫັນກ່ຽວກັບວິທີການຈັດຕັ້ງປະຕິບັດ, ການກຽມຄວາມພ້ອມໃນບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີVໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບ. ທົ່ວເມືອງໄຊພູທອງ ປະກອບມີໜ່ວຍຫີບບັດຈໍານວນທັງໝົດ 46 ໜ່ວຍ.

ຈຸດປະສົງ, ກໍເພື່ອເຮັດໃຫ້ແຕ່ລະອະນຸກໍາມະການເລືອກຕັ້ງຂັ້ນເມືອງກຳແໜ້ນເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ດຳເນີນຖືກຕ້ອງຕາມກົດໝາຍ ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ, ເອກະສານຄຳແນະນຳ ຄະນະກຳມະການລະດັບຊາດ ກ່ຽວກັບການເພີ່ມທະວີນຳພາຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V.

ໃນຕອນທ້າຍ, ທ່ານ ວັນແສງ ແກ້ວບຸນພັນ ໄດ້ເນັ້ນໜັກຫຼາຍບັນຫາຕໍ່ກັບການຈັດຕັ້ງປະຕິບັດບັ້ນເລືອກຕັ້ງ ສສຊ ຊຸດທີX ແລະ ສສຂ ຊຸດທີ V ທີ່ຈະມາເຖິງນີ້ແມ່ນຕ້ອງຮັບປະກັນໃຫ້ບັນລຸ 100%.

(ແຫຼ່ງຂ່າວ: ເມືອງໄຊພູທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫາລື ການປັບປຸງກົງຈັກການຈັດຕັ້ງໃນຂະແໜງ ສສກ

ຫາລື ການປັບປຸງກົງຈັກການຈັດຕັ້ງໃນຂະແໜງ ສສກ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂຶ້ນໃນວັນທີ 12 ມັງກອນ ຜ່ານມາ ທີ່ສຳນັກງານດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຂດພັດທະນາກວມລວມໄຊເຊດຖາ ເປັນສັນຍາລັກແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ

ເຂດພັດທະນາກວມລວມໄຊເຊດຖາ ເປັນສັນຍາລັກແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ,​ ຄະນະຜູ້ແທນໄດ້ເຄື່ອນໄຫວຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາ ໃຫ້ກຽດຕ້ອນຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາພະນັກງານຂອງບໍລິສັດເຂົ້າຮ່ວມ.
ສາລະວັນ ຮັບຮອງ 5 ເປັນເຈົ້າ ໄດ້ 357 ຮາກຖານເທົ່າກັບ 94.44%

ສາລະວັນ ຮັບຮອງ 5 ເປັນເຈົ້າ ໄດ້ 357 ຮາກຖານເທົ່າກັບ 94.44%

ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງສາລະວັນ ຄັ້ງທີ 1 ສະໄໝທີVIII, ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2026, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
2 ພາກສ່ວນລົງນາມ ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່

2 ພາກສ່ວນລົງນາມ ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່

ວັນທີ 9 ມັງກອນ ຜ່ານມາ, ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ກົມເສນາຮັກ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບວຽກງານກັນ ແລະ ຄຸບຄຸມວັນນະໂລກ, ເຊື້ອເຮັສໄອວີ, ພະຍາດເອດ, ພະຍາດຕິດຕໍ່ທາງເພດສໍາພັນ, ໄຂ້ຍຸງມາລາເຣຍ ແລະ ພະຍາດອື່ນໆ. ໂດຍການເປັນປະທານຂອງທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ພົຕ ໜູຈອນ ກ້ອນທອງດຳ ຫົວໜ້າກົມໃຫຍ່ພະລາ ທິການ ກະຊວງ ປກສ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຂອງພັກມີຄວາມສຳຄັນຕໍ່ກັບການພັດທະນາປະເທດຊາດ

ກອງປະຊຸມໃຫຍ່ຂອງພັກມີຄວາມສຳຄັນຕໍ່ກັບການພັດທະນາປະເທດຊາດ

ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄຳພູວົງ ແລະ ສວນບັນດາເຜົ່າ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເມື່ອວັນທີ 12 ມັງກອນ ຜ່ານມາວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ ປະກອບສ່ວນ ເງິນ ຈຳນວນ 300 ລ້ານກີບ ເຖິງວ່າຈະບໍ່ຫຼາຍ ແຕ່ກໍແມ່ນຄວາມຕັ້ງໃຈ ທີ່ຢາກປະກອບສ່ວນໃຫ້ແກ່ປະ ເທດຊາດ, ໃນນາມເປັນນັກທຸລະກິດຄົນລາວຍາມໃດກໍຢາກຜັກດັນຊ່ວຍເຫຼືອໃຫ້ແກ່ວຽກງານຂອງພັກ - ລັດ ດຳເນີນວຽກງານໃຫ້ເດີນແມ່ນແລ່ນສະດວກເພື່ອພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ຂຶ້ນເລື້ອຍໆ.
ໂພນສະຫວ່າງ ລະດົມທຶນຫຼາຍກວ່າ 448 ລ້ານກີບ ສ້າງທາງຮ່ອມ​ພາຍ​ໃນ​ບ້ານ

ໂພນສະຫວ່າງ ລະດົມທຶນຫຼາຍກວ່າ 448 ລ້ານກີບ ສ້າງທາງຮ່ອມ​ພາຍ​ໃນ​ບ້ານ

ອົງການປົກຄອງບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ໃນວັນທີ 9 ມັງກອນ ຜ່ານມາໂດຍການເປັນປະທານຂອງທ່ານ ນະຊະນິກອນ ອິນທິລາດ ນາຍບ້ານ, ໂດຍມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ພ້ອມດ້ວຍການນໍາ ແລະ ປະຊາຊົນເຂົ້າຮ່ວມ.
ຖອດຖອນບົດຮຽນຜົນສຳເລັດການຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ  ມາສະຫຼອງວັນຊາດ ຄົບຮອບ 50 ປີ

ຖອດຖອນບົດຮຽນຜົນສຳເລັດການຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມາສະຫຼອງວັນຊາດ ຄົບຮອບ 50 ປີ

ວັນທີ 12 ມັງກອນ ຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ຜົນ ສຳເລັດການຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີໃນລະຫວ່າງວັນທີ 29 ພະຈິກ ຫາ 5 ທັນວາ 2025 ຜ່ານມາ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານ ສນຊ, ມີທ່ານ ຫຽມ ພົມມະຈັນ ຮອງປະທານ ສນຊ ຜູ້ບໍ່ປະຈໍາການ ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຈ່ວປາບໍ້າກຸ້ງຕ້ອງລອງ ເປັນທີ່ຮັບຮູ້ທັງພາຍໃນ ແລະ ຕ່າງປະເທດ

ແຈ່ວປາບໍ້າກຸ້ງຕ້ອງລອງ ເປັນທີ່ຮັບຮູ້ທັງພາຍໃນ ແລະ ຕ່າງປະເທດ

ແຈ່ວປາບໍ້າກຸ້ງຕ້ອງລອງທີ່ມີລົດຊາດເປັນເອກະລັກຂອງແຂວງຫົວພັນ ເປັນທີ່ຮັບຮູ້ທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ ໂດຍໄດ້ເຮັດໃຫ້ລາຍຮັບຈາກການຂາຍມີຍອດສູງເຖິງ 300 ລ້ານກີບຕໍ່ເດືອນ, ໃນຂະນະດຽວກັນຍັງມີແຜນຈະເພີ່ມການຜະລິດເພື່ອເອົາຜະລິດຕະພັນດັ່ງກ່າວສົ່ງອອກໄປວາງຂາຍຢູ່ຕ່າງປະເທດຕື່ມອີ່ກ
ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ປະກອບຄໍາເຫັນໃນຫົວຂໍ້: “ການນໍາພາຂອງຄະນະພັກແຂວງ ໃນການປູກກາເຟເປັນສິນຄ້າ ຂອງຄອບຄົວຕົວແບບຢູ່ແຂວງເຊກອງ" ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດວ່າ:
ມອບເຄື່ອງຊ່ວຍເຫລືອ ໃຫ້ຄອບຄົວຜູ້ທຸກຍາກບ້ານໃຫຍ່ນາວາ ເມືອງລະມາມ

ມອບເຄື່ອງຊ່ວຍເຫລືອ ໃຫ້ຄອບຄົວຜູ້ທຸກຍາກບ້ານໃຫຍ່ນາວາ ເມືອງລະມາມ

ໃນວັນທີ 12 ມັງກອນ 2026ນີ້, ທ່ານ ນາງ ຈັນສະໄໝ ວິໄລສານ ແລະທ່ານ ໄຂຄໍາ ດອຍສີທົນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ ຮ່ວມກັບຜູ້ຕາງໜ້າທະນາຄານພັດທະນາລາວ ສາຂາແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ຄອບຄົວ ທ້າວ ເຕັງ ຊຶ່ງເປັນຄອບຄົວທຸກຍາກ ຢູ່ບ້ານໃຫຍ່ນາວາ ເມືອງລະມາມ ແຂວງເຊກອງ, ໂດຍມີຄະນະພັກ-ອົງການປົກຄອງບ້ານ ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ