ໄຊສົມບູນ  ປາຖະກະຖາ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ໄຊສົມບູນ  ປາຖະກະຖາ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ
ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ປາຖະກະຖາ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ(ວັນທີ 8 ກຸມພາ 1924 ຫາ ວັນທີ 8 ກຸມພາ 2024) ຂຶ້ນໃນວັນທີ 11 ທັນວາ ນີ້ ທີ່ຫ້ອງວ່າການແຂວງໄຊສົມບູນ ໂດຍໃຫ້ກຽດປາຖະກະຖາ ໂດຍ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ,ໂດຍມີ ທ່ານ ພົນຕີ ວົງສອນ ອິນປານພີມ ຮອງເລຂາພັກຜູ້ຊີ້ນຳວຽກງານພັກ ແລະ ພະນັກງານ, ມີຄະນະກຳມະການພັກແຂວງ ພ້ອມດ້ວຍພະນັກງານ,ລັດຖະກອນ ພາຍໃນແຂວໄຊສົມບູນເຂົ້າຮ່ວມ.
   ການປາຖະກະຖາຄັ້ງນີ້ເພື່ອລະນຶກເຖິງຄຸນງາມຄວາມດີຂອງ ປະທານ ຄຳໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້  ແລະ ນຳເອົາແບບຢ່າງທີ່ດີຂອງເພິ່ນມາໆໝູນໃຊ້ເຂົ້າໃນການຈັດຕັ້ງ,ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ,ສະມາຊິກພັກ,ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາປະເທດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ ແລະ ໄດ້ຍົກໃຫ້ເຫັນເຖິງ ຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນປະຫວັດ ການເຄື່ອນໄຫວ ຂອງປະທານ ຄຳໄຕ ສີພັນດອນ ໃນແຕ່ລະໄລຍະ ນັບຕັ້ງແຕ່ ປີ 1931 ເຖິງ 2006 ປີ ຈົນເຖິງປັດຈຸບັນ.   ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງ ໃນບັນດາຜູ້ນຳຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດ ຢູ່ປະເທດເຮົາຊຶ່ງເວລາໃດກໍໜັກ
ແໜ້ນທາງດ້ານການເມືອງ,ສະຕິຕໍ່ການຈັດຕັ້ງ,ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ,ເລີ່ມຈາກພະນັກງານທຳມະດາ ກາຍເປັນຜູ້ຊີ້ນຳ-ບັນຊາ ແລະ ນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ,ຄຽງບ່າຄຽງໄຫຼກັບ ປະທານ ໄກສອນ ພົມວິຫານ,ປະທານ ສຸພານຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວລາວຮັກຊາດ ໄດ້ຮັບໄຊຊະນະ,  ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ຕໍ່ຈາກນັ້ນ ກໍໄດ້ປະກອບສ່ວນຄົ້ນຄວ້າ ແລະ ກຳນົດທິດທາງຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ,ສອດຄ່ອງທັງໄດ້ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດໃນຫຼາຍດ້ານ.ທັງໝົດນັ້ນກໍເພື່ອໃຫ້ຄະນະພັກ,ສະມາຊິກພັກ-ພະນັກງານທະຫານ,ຕຳຫຼວດ, ມະຫາຊົນ ແລະ ຄົນຮຸ່ນຫຼັງຂອງແຂວງ ໄຊສົມບູນໄດ້ນຳເອົານໍ້າໃຈເສຍສະຫຼະ,ຄຸນສົມບັດສິນທຳປະຕິວັດ,ແບບແຜນນຳພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນການດຳລົງຊີວິດຕະຫຼອດຮອດແນວຄິດຊີ້ນໍາຂອງເພິ່ນ ໄປຮໍ່າຮຽນ, ເປັນແວ່ນແຍງ ແລະ ເປັນການຜັນຂະຫຍາຍ ເພື່ອນຳໄປປະຕິບັດເຂົ້າ                       ໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບມີຜົນສຳເລັດຕາມການມອບໝາຍ. 
ຂ່າວ-ຮູບ:  ບຸນຕອມ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ  ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຫົວໜ້າອະນຸກໍາມະການເນື້ອໃນສະເຫຼີມສະຫຼອງ 3 ວັນປະຫວັດສາດຂັ້ນສູນກາງ; ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ພ້ອມດ້ວຍບັນດາສະຫາຍການນໍາຈາກກະຊວງ, ອົງການ36 ພາກສ່ວນ ແລະ ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ (LABA) ໄດ້ຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ທີ່ນະຄອນຫຼວງວຽງຈັນ ໃນເມື່ອບໍ່ດົນມານີ້, ເພື່ອສ້າງຄວາມເປັນໜຶ່ງດຽວ ໃຫ້ທຸກພາກສ່ວນຮ່ວມກັນຫັນກະສິກໍາໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງຕ໋ອງໂສ້ການຜະລິດ ແລະ ຕະຫຼາດເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງ ທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວ ສູ່ຕະຫຼາດໂລກ.
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ບຸນໂຈມ ອຸບົນປະເສີດ ແຂວງເຈົ້າແຂວງສະຫວັນນະເຂດ, ມີຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າ ແລະ ປະທານຄະນະກຳມະການປົກຄອງເມືອງ 14 ເມືອງ, 1 ນະຄອນ ເຂົ້າຮ່ວມ.
ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບໍລິສັດ ບິກຊີຊຸບເປີເຊັນເຕີລາວ ຈຳກັດ ໄດ້ເປັນເຈົ້າພາບເຈົ້າສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອລະດົມທຶນມາສ້າງສາພັດທະນາວັດດັ່ງກ່າວ. ບຸນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ພະຈິກຜ່ານມາ ໂດຍມີພະເຖລາ ນຸເຖລະ ຈາກວັດແຫ່ງຕ່າງໆພາຍໃນ ນວ, ມີທ່ານ ບຸນຊູ ພະວິເສດ ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ, ມີອອກຕົນຍາດໂຍມຈາກບ້ານຕ່າງໆພາຍໃນ ນວ, ບ້ານອ້ອມຂ້າງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ  ຄົບຮອບ 1 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດຄົບຮອບ 1 ປີໄດ້ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມານີ້, ຢູ່ທີ່ຕະຫຼາດຫຼັກຊັບລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີສະຫວາດ ດວງສະຫວັນ ຜູ້ອໍານວຍການຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ມີຮອງປະທານບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງເອກະລັກສະເພາະຂອງເມືອງຊໍາເໜືອ ແຂວງຫົວພັນໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ຂອງຄົນລາວແທ້.
ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ພັກ, ລັດໄດ້ຖືເອົາວຽກງານກະສິກຳ ເປັນຂະແໜງການທີ່ສຳຄັນເປັນພິເສດ ເພື່ອເປັນພື້ນຖານໃນການພັດທະນາເສດຖະກິດຂອງຊາດ ເພີ່ມການຜະລິດໃຫ້ຫຼາຍ ຄໍ້າປະກັນສະບຽງອາຫານໃຫ້ສັງຄົມຢ່າງທົ່ວເຖິງ-ພຽງພໍ ແລະ ສົ່ງອອກສູ່ຕະຫຼາດສາກົນ ໂດຍໄດ້ກຳນົດວ່າ: “ກະສິກຳເປັນແນວຮົບອັນດັບໜຶ່ງ, ການກະສິກໍາ ແລະ ປ່າໄມ້ ຍັງແມ່ນຂະແໜງພື້ນຖານໃນໂຄງປະກອບເສດຖະກິດແຫ່ງຊາດຂອງພວກເຮົາ”.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ , ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ , ຄາດຄະເນຜົນຜະລິດ 122,748 ໂຕນ .
ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ໃນວັນທີ 2 ພະຈິກຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນ, ບໍລິສັດ ສະມໍຣບີ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ປປຊ ນວ) ໄດ້ນຳພານ້ອງໆຊາວໜຸ່ມອາສາສະໝັກ ທີ່ມາຈາກ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ແລະ ມສ ວຽງຈັນ ຈໍານວນ 20 ຄົນ ເຮັດກິດຈະກໍາເດີນຂະບວນໂຄສະນາປະຊາສໍາພັນ ໃຫ້ປະຊາຊົນ ກໍຄືສັງຄົມທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ແລະ ພໍ່ຄ້າແມ່ຄ້າ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ, ຖືກຖັງ, ຖືກວິທີຕາມຈຸດທີ່ກຳນົດໄວ້ ນຳພາໂດຍ ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າວຽກງານການຕະຫຼາດ ບໍລິສັດ ສະມໍຣບີ ແລະ ທ່ານ ສີລິວັນ ຫຼຽນວິໄລສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປຊ ນວ.
ເພີ່ມເຕີມ