ໂອກາດດັ່ງກ່າວ, ສະຫາຍ ເຊັ່ງເລົ່າ ຫວາເຈີລໍ່ ຕາງໜ້າຄະນະຈັດຕັ້ງພິທີ ຂຶ້ນຜ່ານຂໍ້ຕົກລົງ ຂອງຫົວໜ້າສະຖາບັນໂຮງຮຽນການເມືອງ ແລະ ການປົກຄອງ ແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານຫຼັກແຫຼ່ງທົ່ວແຂວງ ເຂົ້າຮຽນທິດສະດີການເມືອງ ຂັ້ນກາງ ໄລຍະ 6 ເດືອນ ຮຸ່ນທີ ll ມີທັງໝົດ 60 ສະຫາຍ ຍິງ 12 ສະຫາຍ.
![]() |
ພ້ອມນີ້ ຍັງໄດ້ຮັບຟັງການຜ່ານແຜນການຮຽນ-ການສອນ ໃນຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ ll ຈາກ ສະຫາຍ ຄຳປານ ດວງພະຈັນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງ.
ທັງນີ້ ກໍເພື່ອເປັນການກໍ່ສ້າງ, ບຳລຸງທິດສະດີການເມືອງ ໃຫ້ພະນັກງານນຳພາ-ຄຸ້ມຄອງ, ນາຍທະຫານ ແລະ ນາຍຕຳຫຼວດ ທີ່ພວມດຳລົງຕຳແໜ່ງບໍລິຫານ ແລະ ຍົກລະດັບຄວາມຮູ້-ຄວາມສາມາດ ທາງດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ ເຮັດໃຫ້ພະນັກງານ ມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ,
![]() |
(ພາບ-ຂ່າວ: ນາງ ຟອງ ນໍນິນທາ)
ຄໍາເຫັນ