ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ

ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ

ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ
ການແຂ່ງຂັນເຕະບານ ເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ສຕ ນວ) ຄັ້ງທີ 1 ປະຈຳປີ 2025 ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ 2025) ໃຫ້ເປັນຂະບວນການຄືກຄື້ນ. ດັ່ງນັ້ນໃນວັນທີ 4 ມີຖຸນາ ຜ່ານມາ ຈຶ່ງໄດ້ຈັດກອງປະຊຸມເພື່ອເຜີຍແຜ່ກົດລະບຽບກະຕິກາກຽມຈັດການແຂ່ງຂັນທີ່ຫ້ອງການຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິວັນ ເຊີນວິໄລ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນສົງ ອິນທິຈັກ ຮອງຫົວໜ້າຂະແໜງກິລາ-ກາຍະກຳ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກແຕ່ສະໂມສອນ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມ.

 

ຈບສະຫາກແບງກມລາຍການແຂງຂນເຕະບານ ເຍາວະຊນ ຊງຊນປະທານ ສຕນວ - image 1
 

 

ໃນພິທີ, ທ່ານ ສົງການ ພັນແພງດີ ຫົວໜ້າຮັບຜິດຊອບຈັດການແຂ່ງຂັນເຕະບານລາຍການດັ່ງກ່າວລາຍງານໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ຈະຈັດຂຶ້ນ ໃນວັນທີ 7 ມິຖຸນາ 2025 ທີ່ສະໜາມກິລາເຕະບານໜອງໄຮ ເພື່ອເປັນການສົ່ງເສີມເດັກນ້ອຍເຍົາວະຊົນພາຍໃນນະຄອນຫຼວງວຽງຈັນ ໄດ້ມີການເຄື່ອນໄຫວພັດທະນາຕົນເອງກ້າວສູ່ການເປັນນັກກິລາ ນະຄອນຫຼວງວຽງຈັນ ກໍຄື ທີມຊາດ ໃນອະນາຄົດ ຊຶ່ງໄດ້ມີການກຳນົດໃຫ້ມີການຊີງໄຊ 2 ຮຸ່ນ ກໍຄື ຮຸ່ນອາຍຸບໍ່ເກີນ 12 ປີ ແລະ ຮຸ່ນອາຍຸ 14 ປີ ຮຸ່ນລະ 8 ທີມ ຈັດແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 4 ທີມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສຳລັບທີມທີ 1 (ແຊັມ) ທັງສອງຮຸ່ນຈະໄດ້ຮັບຂັນຊະນະເລີດ ແລະ ທຶນການສຶກສາ ທີມລະ 1 ລ້ານກີບ, ທີ 2 ຈະໄດ້ຮັບທຶນການສຶກສາທີມລະ 5 ແສນກີບ ແລະ ທີ 3 ຮ່ວມກໍຈະໄດ້ຮັບທຶນການສຶກສາທີມລະ 3 ແສນກີບ.

ທ່ານ ສົງການ ພັນແພງດີ ກ່າວຕື່ມອີກວ່າ: ສຳລັບນັກກິລາຮຸ່ນອາຍຸບໍ່ເກີນ 12 ປີ ໃນຈຳນວນ 8 ທີມທີ່ສົ່ງເຂົ້າຮ່ວມ ສະເພາະກຸ່ມ ເອ ປະກອບມີ ສະໂມສອນ ອາເອັນເອັດ ເມືອງຫາດຊາຍຟອງ, ໂຮງຮຽນນານາຊາດ ກຽດຕິສັກ ເມືອງສີສັດຕະນາກ, ສະໂມສອນ ສາມເອັດ ການໄຟຟ້າ ຈາກເມືອງນາຊາຍທອງ ແລະ ສະໂມສອນ ທ່າຊ້າງ ຢູໄນເຕັດ ຈາກເມືອງປາກງື່ມ ແລະ ກຸ່ມ ບີ ປະກອບມີສະໂມສອນ ເບ ສະຫວັນ ເອັບຊີ ຈາກເມືອງໄຊເຊດຖາ, ສະໂມສອນ ມັດສະດ້າ ຈີບີ ຈາກເມືອງສີໂຄດຕະບອງ, ສະໂມສອນ ບີໄອເອັດ ເອັບຊີ ຈາກເມືອງນາຊາຍທອງ, ສະໂມສອນ ດັບເບິນຢູ ໄອຈີ ນາຄາ ຈາກເມືອງຫາດຊາຍຟອງ.

ສ່ວນຮຸ່ນອາຍຸບໍ່ເກີນ 14 ປີ ມີ 8 ທີມເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ເຊັ່ນກັນ ກຸ່ມ ເອ ປະກອບມີ ສະໂມສອນ ເບ ສະຫວັນ ເອັບຊີ ຈາກເມືອງໄຊເຊດຖາ, ສະໂມສອນ ມັດສະດ້າ ຈີບີ ຈາກເມືອງສີໂຄດຕະບອງ, ສະໂມສອນ ດັບເບິນຢູ ໄອຈີ ນາຄາ ຈາກເມືອງຫາດຊາຍຟອງ ແລະ ສະໂມສອນ ບີໄອເອັດ ເອັບຊີ ຈາກເມືອງນາຊາຍທອງ ແລະ ກຸ່ມ ບີ ສະໂມສອນ ແສງດາລາ ຈາກເມືອງສີສັດຕະນາກ, ສະໂມສອນ ໄຊຊະນະ ອາຄາເດມີ້ ເມືອງສີສັດຕະນາກ, ສະໂມສອນ ທ່າຊ້າງ ຢູໄນເຕັດ ຈາກເມືອງປາກງື່ມ ແລະ ສະໂມສອນ ເຄດີດີ ຈາກເມືອງຫາດຊາຍຟອງ.

ໃນກອງປະຊມກໍຍັງມີພິທີມອບ-ຮັບການສະໜັບສະໜູນການແຂ່ງຂັນລາຍການນີ້ ໂດຍສະເພາະຕາງໜ້າບໍລິສັດ ອີຊູຊຸ ມອບການສະໜັບສະໜູນ ຊຶ່ງເປັນເງິນສົດ 3 ລ້ານກີບ ແລະ ນໍ້າດື່ມ 50 ແພັກ, ຕາງໜ້າບໍລິສັດ ວົງພະຈັນ ຂົນສົ່ງ ແລະ ບໍລິສັດ BM ມອບການສະໜັບສະໜູນຂັນລາງວັນຊະນະເລີດ ໃນຈໍານວນ 2 ຂັນ ລວມມູນຄ່າ 4 ລ້ານກີບ, ບໍລິສັດ ເຄື່ອງກິລາພິມລາຍ ໄອ-ສະປອດ ມອບການສະໜັບສະໜູນເຄື່ອງກິລາ ລວມມູນຄ່າ 3 ລ້ານກີບ, ຕາງໜ້າບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ແລະ ຮ້ານບັນເທີງ ບີບີ 999 ອຸປະຖຳເງິນສົດ ມູນຄ່າ 2 ລ້ານກີບ ແລະ ຕາງໜ້າບໍລິສັດ ມິດທິນ ອຸປະຖຳເງິນສົດ ມູນຄ່າ 2 ລ້ານກີບ.

ໂອກາດນີ້, ທ່ານ ສຸລິວັນ ເຊີນວິໄລ ກໍໄດ້ໂອ້ລົມເນັ້ນໃຫ້ຂະບວນການແຂ່ງຂັນໃຫ້ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ ໂດຍທຸກພາກສ່ວນ ບໍ່ວ່າຈະເປັນ ຄະນະນຳ, ຄູຝຶກ ແລະ ນັກກິລາ ຕ້ອງຮູ້ໄດ້ຮູ້ເສຍ ແລະ ຮູ້ໃຫ້ອະໄພຊຶ່ງກັນ ແລະ ໃຫ້ສຸມໃສ່ການເຮັດໜ້າທີ່ໃຜລາວຢ່າງຕັ້ງໜ້າ ໂດຍສະເພາະແມ່ນແຜນລະບົບການຫຼິ້ນອັນໃດທີ່ເປັນຈຸດບົກຜ່ອງ ເຮັດໃຫ້ທີມມີປະສິດທິພາບ ແລະ ປະສິດທິຜົນ ທັງນີ້ ທັງນັ້ນ ກໍເພື່ອຜົນປະໂຫຍດອັນລວມ ທີ່ມີເປົ້າໝາຍຢາກເຫັນການພັດທະນານັກກິລາໃຫ້ກ້າວໜ້າພົ້ນເດັ່ນກາຍເປັນນັກກິລາຮຸ່ນສືບທອດໃຫ້ແກ່ນະຄອນຫຼວງວຽງຈັນ ຕໍ່ໄປ.

(ຂ່າວ-ພາບ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ