ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ  (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)
ໂດຍ: ພູວັນ ເດັກນ້ອຍໃນວັນນີ້ ຄືຜູ້ໃຫຍ່ທີ່ມີອະນາຄົດສົດໃສໃນວັນໜ້າ ວັນເດັກນ້ອຍສາກົນເປັນວັນທີ່ມີຄວາມໝາຍສຳຄັນເພາະເດັກນ້ອຍແມ່ນໜໍ່ແໜງທີ່ຈະສືບຕໍ່ວຽກງານທີ່ສຳຄັນຈາກຮຸ່ນນີ້ສູ່ຮຸ່ນຕໍ່ໆໄປ, ພັກ ແລະ ລັດຖະບານເວລາໃດກໍ ໃຫ້ຄວາມສຳຄັນຕໍ່ເດັກນ້ອຍ, ທາງໂຮງຮຽນໄດ້ອົບຮົມບົ່ມສອນ, ພັດທະນາ ແລະ ສົ່ງເສີມໃຫ້ເດັກນ້ອຍຂອງພວກເຮົາເປັນຄົນທີ່ມີຄຸນນະພາບ, ມີຄຸນນະທໍາ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

 

 

ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາທີ່ຈະມາເຖິງນີ້, ທ່ານນາງ ພຸດດາລົມ ເພັງນາມມະຈັກຜູ້ອຳນວຍການໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີ ໄດ້ກ່າວສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 29ພຶດສະພານີ້ວ່າ: ວັນເດັກນ້ອຍສາກົນຖືເປັນວັນບຸນໃຫຍ່ສຳລັບເດັກ ເປັນວັນທີ່ມີຄວາມໝາຍສຳຄັນຕິດພັນກັບປະຫວັດສາດຂອງຊາດ ຊຶ່ງກິດຈະກຳວັນເດັກປີນີ້ທາງໂຮງຮຽນປັນຍາມະນີຈະໄດ້ຈັດຂຶ້ນໃນວັນທີ 3ມິຖຸນາ 2025 ນັບຈາກຊັ້ນລ້ຽງເດັກ ຫາ ຊັ້ນປະຖົມສຶກສາ. ໃນນັ້ນຈະໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງວັນເດັກນ້ອຍສາກົນເພື່ອໃຫ້ເຂົາເຈົ້າຮູ້ເຖິງຄວາມໝາຍ ແລະ ຄວາມສຳຄັນຂອງເຂົາເຈົ້າພ້ອມທັງປູກຈິດສຳນຶກໃຫ້ເຂົາເຈົ້າຮູ້ຮັກສະຖາບັນຄອບຄົວ ແລະ ຮັກປະເທດຊາດຂອງຕົນ. ນອກນີ້ຍັງມີການສະແດງຂອງນ້ອງໆແຕ່ລະຊັ້ນ ບໍ່ວ່າຈະເປັນກິດຈະກຳຮັກໂລກເຊັ່ນ: ການເດີນແບບຊຸດທີ່ເຮັດຈາກສິ່ງເສດເຫຼືອ, ການປູກຕົ້ນໄມ້, ວິທີການຮັກສາຕົ້ນໄມ້, ການລະບາຍສີໃສ່ແຜ່ນເຈ້ຍ, ການສ້າງເມືອງຈຳລອງທີ່ເອີ້ນວ່າເມືອງສີຂຽວ, ກິດຈະກຳຖາມ-ຕອບວິທະຍາສາດກ່ຽວກັບສິ່ງອ້ອມຕົວ ແລະ ກິດຈະກຳມ່ວນຊື່ນອື່ນໆເປັນຕົ້ນ.

ທ່ານນາງ ພຸດດາລົມ ເພັງນາມມະຈັກ ກ່າວໃຫ້ຮູ້ອີກວ່າ: ໃນສົກຮຽນປີ 2024-2025 ນີ້, ທາງໂຮງຮຽນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ຮ່ວມກິດຈະກຳຫຼາກຫຼາຍກັບໂຮງຮຽນພາກລັດ ບໍ່ວ່າຈະເປັນກິດຈະກຳການຕັ້ງຄ້າຍ, ການມອບອຸປະກອນການຮຽນເປັນຕົ້ນ. ນອກຈາກນີ້, ໄດ້ຈັດໂຄງການລິເລີ່ມເພື່ອປູກຈິດສຳນຶກໃຫ້ນັກຮຽນໄດ້ຮູ້ຈັກການແຍກຂີ້ເຫຍື້ອ, ການປູກຝັງລ້ຽງສັດຈຳລອງ, ກິດຈະກຳແຂ່ງຂັນການຄິດໄລ່ຄະນິດສາດ ແລະ ກິດຈະກຳທີ່ພົວພັນເຖິງຂະນົບທຳນຽມປະເພນີວັດທະນະທຳອັນດີງາມຂອງຊາດລາວເຮົາ. ທາງໂຮງຮຽນພ້ອມສົ່ງເສີມພັດທະນານັກຮຽນທີ່ຮຽນດີ-ຮຽນເກັ່ງດ້ວຍການມອບທຶນການສຶກສາໃຫ້ນ້ອງໆທີ່ມີຜົນການຮຽນພົ້ນເດັ່ນປະຈຳປີພາຍໃຕ້ຄຳຂວັນທີ່ວ່າ “ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ” ເຂົ້າໃນວຽກງານການພັດທະນາພະນັກງານຄູ ແລະ ນັກຮຽນໃຫ້ມີເຕັກນິກການສອນທີ່ຫຼາກຫຼາຍເນັ້ນເອົານັກຮຽນເປັນຈຸດໃຈກາງໃນການສອນ, ໃຫ້ນັກຮຽນມີການຮຽນທີ່ພົ້ນເດັ່ນ, ການສະແດງອອກທີ່ກ້າຫານ ແລະ ມີຄວາມສາມາດຮອບດ້ານ. ປັດຈຸບັນພວກເຮົາມີນັກຮຽນທັງໝົດ 190 ຄົນ, ພະນັກງານຄູ 14 ຄົນ, ພະນັກງານອື່ນໆ 6 ຄົນລວມເປັນ 20 ຄົນ.

ທ່ານນາງ ພຸດດາລົມ ເພັງນາມມະຈັກ ກ່າວເນັ້ນຕື່ມອີກວ່າ: ໃນສົກຮຽນປີ 2025-2026 ທີ່ຈະມາເຖິງນີ້, ທາງໂຮງຮຽນຈະເປີດຮັບເອົານັກຮຽນໃໝ່ນັບແຕ່ເດືອນມິຖຸນາເປັນຕົ້ນໄປ ເພື່ອຮອງຮັບເອົານັກຮຽນທີ່ຮອດເກນອາຍຸເຂົ້າຮຽນ ແລະຈະນຳໃຊ້ອາຄານຮຽນຫຼັງໃໝ່ທີ່ຈະສຳເລັດການກໍ່ສ້າງໃນທ້າຍເດືອນສິງຫາ 2025 ແລະ ແຜນການຈະປັບປຸງອາຄານຫຼັງເກົ່າໃຫ້ມີຫ້ອງຮຽນທີ່ທັນສະໃໝໄປພ້ອມກັນ, ນຳເອົາໂປຣແກຣມການຮຽນກ່ຽວກັບການຄິດໄລ່ເລກໄວເຂົ້າໃນການຮຽນ-ການສອນ ແລະ ການຮຽນຄອມພິວເຕີນັບແຕ່ຊັ້ນອະນຸບານ 3 ຈົນເຖິງຊັ້ນປະຖົມສຶກສາເພື່ອພັດທະນາເດັກນ້ອຍລາວໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດ.

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ