ພິທີຄັ້ງນີ້, ໂດຍການກ່າວມອບຂອງ ທ່ານ ນາງ ບົວໄພລິນ ບຸບຜາວັນ ແລະ ກ່າວຮັບໂດຍ ທ່ານ ສອນໄຊ ລາດຊະວົງ. ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ລາດຊະວົງ ໄດ້ສະແດງຄວາມຂອບໃຈຢ່າງສູງ ຈາກຄອບຄົວ ທ່ານ ບົວສອນ ບຸບຜາວັນ ແລະ ຄອບຄົວ ທ່ານ ໂຊກໄຊ ສຸຂະວົງ; ຄອບຄົວ ທ່ານລັດຖະມົນຕີກະຊວງສາທາລະນະສຸກ, ທີ່ໄດ້ລົງມາຢ້ຽມຍາມ ແລະ ສົ່ງຄວາມຮັກຄວາມແພງ ພ້ອມກັບສະໜັບສະໜູນອຸປະກອນເຄື່ອງຫຼິ້ນ ສໍາລັບການພັດທະນາທັກສະຂອງເດັກນ້ອຍໃຫ້ເປັນຜູ້ສືບທອດໃນການປົກປັກຮັກສາປະເທດຊາດ ໃນອະນາຄົດ.
ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີຂອງຫຼານນ້ອຍໂຮງຮຽນລ້ຽງເດັກ-ອະນຸບານ ອີກດ້ວຍ.
ຂ່າວ: ຍຸພິນທອງ
ຄໍາເຫັນ