ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ
ພິທີປະດັບຫຼຽນໄຊແຮງງານຊັ້ນ I, II, III,ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານລາວໃຫ້ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ) ລວມເຖິງຄູຝຶກນັກກິລາ ແລະ ບັນດາຜູ້ສະໜັບສະໜູນຂຶ້ນໃນວັນທີ 31 ພຶດສະພາຜ່ານມາທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໃຫ້ກຽດປະດັບຫຼຽນໄຊໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ,

 

ມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານ ສພກລ ພ້ອມດ້ວຍຄະນະຄູຝຶກນັກກິລາ, ຕາງໜ້າຜູ້ສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສພກລ ກ່າວວ່າ: ໃນປີ 2024 ສພກລ ສົ່ງຄະນະນໍາຄູຝຶກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນເວທີສາກົນ ປະກອບມີ: ເຂົ້າຮ່ວມແຂ່ງຂັນເພາະກາຍຊີງແຊັມອາຊຽນຄັ້ງທີ 18 ທີ່ ສປປ ລາວ ສາມາດຍາດໄດ້ 5 ຫຼຽນຄໍາ 4 ຫຼຽນເງິນ ແລະ 15 ຫຼຽນທອງ, ເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີ ຄັ້ງທີ 56 ທີ່ປະເທດອິນໂດເນເຊຍ ຍາດໄດ້ 1 ຫຼຽນເງິນ ແລະ ເຂົ້າຮ່ວມແຂ່ງຂັນຊີງແຊັມໂລກຄັ້ງທີ 15 ທີ່ປະເທດເມົາດິບ ຍາດໄດ້ 2 ຫຼຽນຄໍາ 2 ຫຼຽນເງິນ ແລະ 1 ຫຼຽນທອງ ຜົນງານຄະນະບໍລິຫານງານສະຫະພັນ ແລະ ນັກກິລາເພາະກາຍທີມຊາດລາວ ໄດ້ຮັບການຍ້ອງຍໍຈາກລັດຖະບານ ແລະ ໄດ້ຮັບເງິນອຸດໜູນຈາກຜົນງານຫຼຽນລາງວັນ ລວມເປັນເງິນ 388 ລ້ານກວ່າກີບ.

ຈາກຜົນງານດັ່ງກ່າວ, ລັດຖະບານໄດ້ມອບຫຼຽນໄຊແຮງງານຊັ້ນ I ມີຈໍານວນ 6 ທ່ານຄື: ທ່ານ ຄໍາພະໄພວັນ ວົງໄຊ, ທ່ານ ກົງປະເສີດ ແພງແສນ, ທ່ານນາງ ຢາດຝົນ ກົມມະດໍາ, ທ່ານ ທະວີສັກ ຊື່ນນະພາ, ທ່ານນາງ ຈິນຕະນາ ຄໍາບຸນເຮືອງ ແລະ ທ້າວ ຄໍາຫຼ້າ ສາມະວົງ, ສ່ວນຫຼຽນໄຊແຮງງານຊັ້ນ II ລວມມີ 4 ທ່ານ ປະກອບມີທ່ານ ມະໂນທອງ ວົງໄຊ, ທ່ານ ເພັດສະລັດ ສະຫວັນ, ທ່ານ ນັນທະລັກ ສຸນາເຄນ ແລະ ທ່ານ ອິນກອນ ສີວິໄລ. ຂະນະທີ່ຫຼຽນໄຊແຮງງານຊັ້ນ III ລວມມີ 6 ທ່ານ, ປະກອບມີທ່ານ ດາວທະວີ ເທບສຸວັນ, ທ່ານ ສັນຕິສຸກ ດວງແກ້ວມະນີ, ທ່ານ ສຸທິດາວີ ວົງສຸທິ, ທ່ານນາງ ກຽງຄໍາ ໝື່ນດວງ, ທ່ານ ຄໍາລີງ ຈະເລີນ, ທ່ານ ແກ້ວຕາ ພະພິລົມລາສັກ. ນອກນັ້ນ, ຍັງມີຫຼຽນກາແຮງງານຈໍານວນ 12 ໜ່ວຍ, ໃບຍ້ອງຍໍຂັ້ນລັດຖະບານ10 ໃບ, ໃບຍ້ອງຍໍຂັ້ນກະຊວງ 12 ໃບມອບໃຫ້ຄະນະບໍລິຫານງານສະຫະພັນ, ຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດບັນດາຜູ້ໃຫ້ການສະໜູນກິລາດັ່ງກ່າວອີກດ້ວຍ.

ຂ່າວ: ສີພອນ

ຄໍາເຫັນ

ຂ່າວສືກສາ-ກິລາ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ

ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ

ວັນທີ 15 ທັນວານີ້, ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດຫຼັກ 16 ໄດ້ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ເປັນກຽດເຂົ້າຮ່ວມຂອງທ່ານ ພອນວິໄລ ຫຼວງຄໍາຫານ ຮອງປະທານສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ກິລາຍົກນໍ້າໜັກຄົນພິການ

ສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ກິລາຍົກນໍ້າໜັກຄົນພິການ

ກິລາຍົກນໍ້າໜັກ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຊີງທັງໝົດ 11 ລາຍການ. ຜ່ານການແຂ່ງຂັນເປັນເວລາ 2 ວັນຄື: ວັນທີ 13 ແລະ 14 ທັນວາ 2025 ຊີງ 7 ລາຍການແຂ່ງຂັນທີ່ເດີ່ນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ປະກົດວ່າ: ແຂວງສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ຈາກລາຍການ 50 ກິໂລຍິງນາງ ປໍຈູ ສີປະເສີດ, ລາຍການ 54 ກິໂລຊາຍ ທ້າວ ລອນ ນິດາ, ລາຍການ 59 ກິໂລຊາຍ ທ້າວ ເປ້ຍ ລາວພັກດີ ແລະ ລາຍການ 65 ກິໂລຊາຍ ທ້າວ ເກັງ ພິມວົງສາ ແລະ ໄດ້ອີກ 2 ຫຼຽນເງິນ.
ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ກອງປະຊຸມຄົ້ນຄວ້າຕໍາແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈັດຂຶ້ນໃນວັນທີ 10 ທັນວາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ), ມີບັນດາຜູ້ຊົງຄຸນວຸດທິ, ຄະນະກໍາມະການຄົ້ນຄວ້າຕໍາແໜ່ງວິຊາການຄູ ແລະ ກອງເລຂາເຂົ້າຮ່ວມ.
ເພີ່ມເຕີມ