ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ສະຖານເອກອັກຄະລັດຖະທູດອົສຕຣາລີ ສະເຫຼີມສະຫຼອງ ການຈັດຕັ້ງປະຕິບັດ ແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ການຮ່ວມມືເພື່ອການຫັນປ່ຽນໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ, ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກ, ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ.

 

 

ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ, ພ້ອມດ້ວຍບັນດາຄະນະຮັບຜິດຊອບຈາກກະຊວງ ສສກ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ເມແກນ ຈອນສ ໄດ້ກ່າວວ່າ: ຂີດໝາຍອັນສຳຄັນນີ້ ແມ່ນສ່ວນໜຶ່ງຂອງເສັ້ນທາງການຮ່ວມມືທີ່ມີມາຍາວນານເກືອບ 30 ປີ ທີ່ລັດຖະບານອົສຕຣາລີໄດ້ໃຫ້ການສະໜັບສະໜູນຂະແໜງການສຶກສາຢູ່ ສປປ ລາວ. ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງລັດຖະບານອົສຕຣາລີທີ່ວ່າພະລັງຂອງການສຶກສາແມ່ນຈະປ່ຽນແປງຊີວິດໄດ້ ແລະ ການຮ່ວມມືຢ່າງໃກ້ຊິດກັບກະຊວງ ສສກ ຈະເຮັດໃຫ້ການສຶກສາ ສາມາດເຂົ້າເຖິງໄດ້, ສົ່ງເສີມການຮຽນຮ່ວມ ແລະ ມີຄຸນນະພາບທີ່ດີຂຶ້ນ ເພື່ອເດັກຍິງ ແລະ ເດັກຊາຍທຸກຄົນ.

ທ່ານ ພຸດ ສິມມາລາວົງ ກ່າວວ່າ: ການຮ່ວມມືກັບລັດຖະບານອົສຕຣາລີ ໄດ້ມີບົດບາດສໍາຄັນໃນການຫັນປ່ຽນການສຶກສາຂັ້ນປະຖົມສຶກສາໃນປະເທດຂອງພວກເຮົາ, ການສຶກສາແມ່ນເປັນພື້ນຖານຂອງສັງຄົມທີ່ເຂັ້ມແຂງ. ລັດຖະບານອົສຕຣາລີໄດ້ເປັນຄູ່ຮ່ວມພັດທະນາທີ່ສຳຄັນ ທີ່ໄດ້ຊ່ວຍເຫຼືອຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອສົ່ງເສີມການຮຽນຮ່ວມ ແລະ ມີຄຸນນະພາບຫຼາຍຂຶ້ນເປັນບ່ອນທີ່ເດັກນ້ອຍທຸກຄົນ, ບໍ່ວ່າຈະມາຈາກພື້ນຖານຄອບຄົວໃດ, ເພດໃດ ຫຼື ຢູ່ໃສກໍຕາມ, ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ສ້າງອະນາຄົດທີ່ດີກວ່າໃຫ້ກັບຕົນເອງ ແລະ ຊຸມຊົນຂອງເຂົາເຈົ້າ, ນັບແຕ່ເລີ່ມສ້າງຕັັ້ງແຜນງານໃນປີ 2015, ແຜນງານບີຄວາ ທີ່ສະໜັບສະໜູນໂດຍ ລັດຖະບານອົສຕຣາລີ ມີເປົ້າໝາຍເພື່ອປັບປຸງການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ, ໂດຍສະເພາະແມ່ນເພື່ອເດັກນ້ອຍທີ່ຢູ່ເຂດຫ່າງໄກ ແລະ ດ້ອຍໂອກາດ ແມ່ນໜຶ່ງໃນຜົນສຳເລັດອັນສຳຄັນທີ່ສຸດໃນຮອບ 10 ປີຜ່ານມາ, ແມ່ນການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດຢ່າງຮອບດ້ານ ໂດຍການນຳພາຂອງ ສສກ. ຫຼັກສູດໃໝ່ໄດ້ແນະນຳວິທີການສອນ ແລະ ການຮຽນທີ່ທັນກັບຍຸກສະໄໝ, ເນັ້ນໃສ່ຖືເອົານັກຮຽນເປັນສຳຄັນ.

ປັດຈຸບັນ, ນັກຮຽນໄດ້ຮັບການສົ່ງເສີມໃຫ້ຮຽນດ້ວຍການປະຕິບັດຕົວຈິງ, ຮ່ວມມືກັບເພື່ອນຮ່ວມຫ້ອງ ແລະ ນຳໃຊ້ຄວາມຮູ້ເຂົ້າໃນຊີວິດປະຈຳວັນ, ສ່ວນຄູກໍາລັງປັບຕົວໃຫ້ຊິນເຄີຍກັບວິທີການສອນ ທີ່ເນັ້ນໃຫ້ຫ້ອງຮຽນມີບັນຍາກາດການສົນທະນາ ຢ່າງຕໍ່ເນື່ອງຫຼາຍຂຶ້ນ. ໂດຍລວມແລ້ວ, ການປັບປ່ຽນການຮຽນ-ການສອນ ທີ່ໄດ້ອອກແບບມາເພື່ອໃຫ້ເໝາະສົມກັບວັດທະນະທຳ ແລະ ສັງຄົມລາວ, ທີ່ສົ່ງເສີມໃຫ້ມີການຮຽນຮ່ວມ, ການປະກອບສ່ວນ ແລະ ມີຄຸນນະພາບຂອງລະບົບການສຶກສາທີ່ດີຂຶ້ນກວ່າເກົ່າ ຊຶ່ງຈະກະກຽມຄວາມພ້ອມໃຫ້ນັກຮຽນເພື່ອອະນາຄົດ”.

ທ່ານ ເມແກນ ຈອນສ ຍັງໄດ້ຍົກໃຫ້ເຫັນເຖິງການປັບປຸງຫຼັກສູດແມ່ນເປັນດັ່ງສັນຍາລັກຂອງຄວາມພະຍາຍາມໃນການຮ່ວມມືລະຫວ່າງສອງປະເທດ, ການປັບປຸງຫຼັກສູດແຫ່ງຊາດ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນອັນເລິກຊຶ່ງຂອງລັດຖະບານ ສປປ ລາວ ຕໍ່ລັດຖະບານອົສະຕຣາລີ ປຽບເໝືອນເປັນເພື່ອນທີ່ຮູ້ຈັກກັນມາຫຼາຍປີ. ຄວາມສຳເລັດຂອງພວກເຮົາຜ່ານແຜນງານບິຄວາ ເປັນການຢັ້ງຢືນເຖິງຄວາມເຂັ້ມແຂງຂອງການຮ່ວມມື ແລະ ຄໍາໝັ້ນສັນຍາຮ່ວມກັນ, ເພື່ອຮັບປະກັນໃຫ້ການພັດທະນາຊັບພະຍາກອນມະນຸດ ແລະ ເສດຖະກິດມີຄວາມຍືນຍົງ.

ໃນໄລຍະ 10 ປີ ຜ່ານມາ, ແຜນງານບີຄວາກໍຍັງໄດ້ໃຫ້ການສະໜັບສະໜູນລັດຖະບານລາວ ໃຫ້ມີຄວາມກ້າວໜ້າທີ່ໂດດເດັ່ນ, ດ້ານສົ່ງເສີມໃຫ້ການສຶກສາມີການຮຽນຮ່ວມ ແລະ ເຂົ້າເຖິງໄດ້ວຽກງານທີ່ລິເລີ່ມແມ່ນ ສື່ການຮຽນ-ການສອນວິຊາຝຶກເວົ້າພາສາລາວ ສຳລັບນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກຢູ່ເຮືອນ ທີ່ໄດ້ສະແດງໃຫ້ເຫັນວ່າເປັນສື່ການຮຽນ-ການສອນທີ່ສ້າງຂຶ້ນມາສະເພາະ ແລະ ມີການຝຶກອົບຮົມທີ່ມີປະສິດທິພາບ ສ້າງໄດ້ຄວາມແຕກຕ່າງໃຫ້ແກ່ປະສົບການຮຽນໃນໂຮງຮຽນຂອງນັກຮຽນຊົນເຜົ່າທັງຍິງ - ຊາຍ.

(ຂ່າວ-ພາບ: ບຸນອຸ້ມ)

ຄໍາເຫັນ

ຂ່າວສືກສາ-ກິລາ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໃນວັນທີ 2 ຕຸລາ 2026, ອົງການກາແດງ ແຂວງອັດຕະປື, ນຳໂດຍ ທ່ານ ນາງ ຫົງຄຳ ສີສະຫວາດ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານປຸກລະດົມບໍລິຈາກເລືອດຂອງແຂວງ ໄດ້ລົງເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື, ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄຳກ້ຽງ ໄຊຍະເສນາ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.
ເພີ່ມເຕີມ