ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ
ເນື່ອງ​ໃນ​ໂອ­ກາດ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົົົົົົົົົົົົົົົົົົົົົົ້ນ​ໄມ​ແຫ່ງ​ຊາດ ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ຈັດ​ພິ­ທີ​​ສະ­ເຫຼີມ­ສະ­ຫຼອງ​ວັນ​ສຳ­ຄັນ​ດັ່ງ­ກ່າວ​ຂຶ້ນ​ໃນ​ວັນ​ທີ 30 ພຶດ­ສະ­ພາ​ຜ່ານ​ມາ​ທີ່​ໂຮງ­ຮຽນ​ດັ່ງ­ກ່າວ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ​ເພັດ​ສະ­ໄໝ ໄຊ​ຍະ​ມຸງ​ຄົນ ພັນ​ລະ​ຍາ​ຜູ້​ອໍາ​ນວຍ​ກາຍ​ໂຮງ­ໝໍມະ­ໂຫ­ສົດ, ທ່ານ ພອນ​ປະ­ດິດ ສັງ​ໄຊ​ຍະ​ລາດ ປະ­ທານ​ສະ­ຫະ­ພັນ​ກຳ­ມະ­ບານ​ກະ­ຊວງ, ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ,ມີ​ບັນດາ​ຫຼານ​ນ້ອຍ, ພໍ່​ແມ່​ຜູ້​ປົກ­ຄອງ​ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ທ່ານນາງ ອົ້ນ ພອນສະຫວັດ ຜູ້ອໍານວຍການໂຮງ­ຮຽນອະ­ນຸ­ບານກະ­ຊວງສາ­ທາ­ລະ­ນະສຸກໄດ້ກ່າວວ່າ: ເນື່ອງໃນໂອ­ກາດສະ­ເຫຼີມ­ສະ­ຫຼອງວັນ­ເດັກ­ນ້ອຍສາ­ກົນ ແລະ ວັນປູກຕົ້ນ­ໄມ້ແຫ່ງຊາດ 1 ມິຖຸນາ ໂຮງ­ຮຽນອະ­ນຸ­ບານກະ­ຊວງສາ­ທາ­ລະ­ນະສຸກໄດ້ຮ່ວມກັນຈັດກິດ­ຈະ­ກຳ ແລະ ນໍາພາຫຼານນ້ອຍພາຍໃນໂຮງຮຽນຈໍານວນ 200 ກວ່າຄົນ ສະ­ເຫຼີມ­ສະ­ຫຼອງວັນດັ່ງ­ກ່າວໃຫ້ມີບັນ­ຍາ­ກາດຟົດ­ຟື້ນມ່ວນ­ຊື່ນ ແລະ ອີກດ້ານໜຶ່ງກໍເປັນການສົ່ງ­ເສີມຄວາມຮູ້ຄວາມສາ­ມາດ ແລະ ຄວາມກ້າສະ­ແດງອອກໃນສິ່ງທີ່ຖືກ­ຕ້ອງ, ເປັນຄົນດີຂອງສັງ­ຄົມ ແລະ ຄອບ­ຄົວ, ບັນ­ດາຜູ້ປົກ­ຄອງເພີ່ມທະ­ວີຄວາມເອົາ­ໃຈ­ໃສ່ ແລະ ການປົກປ້ອງເດັກ, ມີສ່ວນຮ່ວມ, ເດັກໄດ້ຮັບການຍ້ອງ­ຍໍສັນ­ລະ­ເສີນ ແລະໄດ້ຮັບການຊຸກ­ຍູ້ສົ່ງ­ເສີມໃຫ້ມີການພັດ­ທະ­ນາທຸກດ້ານເພື່ອອະ­ນາຄົດອັນແຈ່ມໃສຂອງຊາດ ແລະ ທຸກຄົນຈົ່ງພ້ອມກັນສະ­ແດງຄວາມຮູ້­ສຶກດັ່ງ­ກ່າວອອກມາຢ່າງສະໝໍ່າສະ­ເໝີໃນຊີ­ວິດປະ­ຈຳວັນ ແລະ ຈົ່ງພ້ອມ­ພຽງກັນມອບແຕ່ສິ່ງດີໆ ໃຫ້ລູກຫຼານຂອງຕົນໂດຍຖືເອົາວັນທີ 1 ມິ­ຖຸ­ນາ ເປັນສັນ­ຍາລັກໃຫ້ແກ່ຄວາມຮູ້­ສຶກທີ່ດີ­ງາມດັ່ງ­ກ່າວເພາະ­ວ່າການສ້າງສັງ­ຄົມທີ່ມີສະ­ພາບແວດລ້ອມຂອງຄອບ­ຄົວ, ຊຸມຊົນ ແລະ ສັງ­ຄົມ ທີ່ເຕັມໄປດ້ວຍຄວາມຮັກ, ຄວາມອົບອຸ່ນ, ຄວາມເຂົ້າ­ໃຈ ແລະ ໃຫ້ໂອ­ກາດເດັກແມ່ນກຽດອັນສູງສົ່ງ ແລະ ຄວາມພູມ­ໃຈຂອງທຸກຄົນ"

(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວສືກສາ-ກິລາ

ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ວັນທີ 10 ພະຈິກ 2025, ທີ່ໂຮງຮຽນປະຖົມສົມບູນສົມບູນ ບ້ານຫຼັກສອງ ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບໂຮງຮຽນບ້ານດັ່ງກ່າວ (ການກໍ່ສ້າງ - ສ້ອມແປງ ແລະ ຕໍ່ເຕີມອາຄານຮຽນ) ຈຳນວນ 2 ຫຼັງ, ມູນຄ່າ 282,700,000 ກີບ ໂດຍໄດ້ຮັບທຶນຈາກສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ທ່ານ ອາໂອອິສ ແຄສະເລີ ປະທານສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ໃນວັນທີ 10 ພະຈິກ 2025, ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ໄດ້ມີພິທີມອບ-ຮັບການສະໜັບສະໜູນຈາກຫຼາຍສ່ວນ ຕາງໜ້າຮັບໂດຍທ່ານ ພອນປະເສີດ ອິນທະສອນ ປະທານກຸ່ມພັດທະນາ 3ເອັດ ພັດທະນາ ຈຳກັດ ທັງເປັນປະທານສະຫະພັນແລ່ນ-ລານ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນເຂົ້າຮ່ວມ ໃນໂອກາດທີ່ລົງຕິດຕາມໃຫ້ກຳລັງໃຈຄະນະນຳ, ຄູຝຶກ ແລະ ນັກກິລາແລ່ນລານ ນະຄອນຫຼວງວຽງຈັນ (ນວ).
ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ ຈັດຂຶ້ນວັນທີ 10 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກຳກິລາຄັ້ງທີ XII, ທ່ານ ສົມພູ ພົງສາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດ, ຄະນະຮັບຜິດຊອບ, ຄູຝຶກ, ອະນຸກຳມະການແຕ່ລະພາກສ່ວນ ພ້ອມດ້ວຍກ້ອນກຳລັງຕ່າງໆ ແລະ ສື່ມວນຊົນເຂົ້າຮ່ວມ.
ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ພິທີເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນ ທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ "ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຫັນສູ່ຄວາມທັນສະໄໝ" ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງທົ່ວປະເທດ, ນ້ອງໆທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ເພີ່ມເຕີມ