ທ່ານ ຄູຕຸ້ຍ ເເສນສົມພອນ ອໍານວຍການ ໂຮງຮຽນໄດ້ລາຍງານວ່າ: ໂຮງຮຽນມສ ເມືອງນາເເລ ສ້າງຕັ້ງຂຶ້ນໃນປີ 1993, ມີເນື້ອທີ່ປະມານ 2 ເຮັກຕາ, ມີຄູອາຈານສອນຕົວຈິງ 41 ທ່ານຍິງ 23 ທ່ານ, ມີນັກຮຽນລວມທັງໝົດ 599 ຄົນຍິງ 291 ຄົນ, ມີອາຄານຮຽນ 2 ຫຼັງ, ມີ 17 ຫ້ອງຮຽນ.ສໍາລັບທຶນກໍ່ສ້າງນໍ້າລິນແມ່ນໄດ້ມາຈາກການຊ່ວຍເຫຼືອຂອງທິມງານ ທ່ານ ອຸໄທ ຫອມນ້ານ ໃນການສ້າງກອງບຸນທອດກະຖິ່ນຜ້າປ່າສາມັກຄີລາວ -ໄທ ແລະ ຊາວພຸດສາສະນິກກະຊົນ ຊາວເມືອງນາເເລ ໃນຄັ້ງວັນທີ 6 ທັນວາ 2024ລວມທຶນທີ່ໄດ້ທັງໝົດ 82,434,000ກີບ ເເລະ ເລີ້ມລົງມືກໍ່ສ້າງນໍ້າລິນໃນວັນທີ12 ມີນາ -12 ພຶດສະພາ 2025 ຊຶ່ງໃຊ້ເວລາໃນການກໍ່ສ້າງ 2 ເດືອນໄດ້ສໍາເລັດ 100%, ຊຶ່ງມີຂະໜາດຂອງອ່າງເກັບນໍ້າ 3x3x1,8 ເເມັດ, ບໍລິມາດສຸດທິ 9,1 ເເມັດກ້ອນ ລວມມູນຄ່າການກໍ່ສ້າງທັງໝົດ 66,651,000 ກີບ. ຈາກນັ້ນ ທ່ານ ອຸໄທ ຫອມນ້ານ ຕາງໜ້າທິມງານຈາກປະເທດໄທ ໄດ້ກ່າວມອບ ແລະ ກ່າວຮັບໂດຍທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງ, ພ້ອມທັງສະເເດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ໃຫ້ທຶນ ແລະ ຄະນະຮັບຜິດຊອບການກໍ່ສ້າງນໍ້າລິນດັ່ງກ່າວຈົນໄດ້ຮັບຜົນສໍາເລັດ.
(ຂ່າວ: ອຸດົມສຸກ ວັນສະໝ)
ຄໍາເຫັນ