ໄຊສົມບູນ ປິດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຂະແໜງຈັດຕັ້ງ, ກໍ່ສ້າງພະນັກງານ

ໄຊສົມບູນ ປິດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຂະແໜງຈັດຕັ້ງ, ກໍ່ສ້າງພະນັກງານ
ພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳພາ-ຄຸ້ມຄອງ ຂະແໜງຈັດຕັ້ງ, ກໍ່ສ້າງພະນັກງານ ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມ ຂອງສະຫາຍ ທອງຈັນ ໂຂງພູມຄຳຮອງຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍການນຳຈາກ 5 ເມືອງ ຕະຫຼອດຮອດ ຄະນະຈັດຕັ້ງແຂວງ ແລະ ເມືອງເຂົ້າຮ່ວມ.
ຊຸດຝຶກອົບຮົມ ດັ່ງກ່າວໄດ້ດຳເນີນມາເປັນເວລາ15 ວັນ ຊຶ່ງໃນຊຸດຝຶກອົບຮົມບັນດາສຳມະນາກອນ ແມ່ນໄດ້ຮັບຟັງການແລກປ່ຽນ, ສົ່ງຄວາມຮູ້ຈາກວິທະຍາກອນທີ່ມາຈາກຄະນະຈັດຕັ້ງສູນກາງພັກ ຊຶ່ງມັນໄດ້ເປັນການຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມ ກ່ຽວກັບພື້ນຖານທິດສະດີ, ນິຕິກຳ, ລະບຽບການ, ຫຼັກການ ກ່ຽວກັບວຽກງານພັກ-ພະນັກງານ ແລະ ກົງຈັກການຈັດຕັ້ງຂຶ້ນຕື່ມກ້າວໜຶ່ງ ພ້ອມນີ້ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຍົກສູງຄຸນນະພາບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ຜູ້ທີ່ຮັບຜິດຊອບຕົວຈິງກາຍເປັນມືອາຊີບພ້ອມນີ້ຍັງເປັນການປັບປຸງທັດສະນະຫຼັກໝັ້ນການເມືອງ, ປັບປຸງແບບແຜນວິທີເຮັດວຽກ, ຍົກສູງຄວາມຮູ້-ຄວາມສາມາດ ທັງເປີດໂອກາດໄດ້ຄົ້ນຄວ້າແລກປ່ຽນບົດຮຽນຈາກການຈັດຕັ້ງປະຕິບັດໃນພຶດຕິກຳຕົວຈິງຢູ່ໃນຂະແໜງການ ແລະ ທ້ອງຖິ່ນ ພ້ອມທັງສ້າງໄດ້ເຄືອຂ່າຍປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອແລກປ່ຽນທາງດ້ານວິຊາການກ່ຽວກັບວຽກງານຈັດຕັ້ງໃຫ້ດີຂຶ້ນກວ່າເກົ່າ. ໂອກາດດຽວກັນນີ້ກໍໄດ້ມີພິທີມອບໃບຢັ້ງຢືນ ໂດຍແມ່ນສະຫາຍ ທອງຈັນ ໂຂງພູມຄຳ ເປັນຜູ້ມອບ ໃຫ້ແກ່ສຳມະນາກອນທີ່ເຂົ້າຮ່ວມ.
ໃນໂອກາດມີຄຳເຫັນກ່າວປິດຊຸດຝຶກອົບຮົມ ສະຫາຍ ທອງຈັນ ໂຂງພູມຄຳ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມໃຫ້ສືບຕໍ່ຄົ້ນຄວ້າ, ກຳແໜ້ນທົບທວນບົດຮຽນໃນຄັ້ງນີ້ໃຫ້ເລິກເຊິ່ງ ເພື່ອນຳເອົາໄປໝູນໃຊ້ໃນວຽກງານຕົວຈິງພາຍໃນກົມກອງ ພ້ອມທັງໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍຂອງພັກ, ຮັບປະກັນຕາມທິດນຳຫຼັກການກໍ່ສ້າງພັກ ຄຽງຄູ່ກັນນີ້ ວຽກງານພະນັກງານ ກໍຕ້ອງເອົາໃຈໃສ່ເປັນເຈົ້າການໃນການບຳລຸງຍົກລະດັບພະນັກງານ, ດຳເນີນມາດຕະການຕໍ່ບຸກຄະລາກອນ ທີ່ລະເມີດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ທັງຮັບປະກັນຄວາມຍຸຕິທໍາ. ພ້ອມນີ້ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳຂອງແຂວງໃຫ້ສືບຕໍ່ຊີ້ນໍາ ແລະ ເອົາບົດຮຽນໃນຄັ້ງນີ້ໄປຜັນຂະຫຍາຍ ທັງລວງເລິກ ແລະ ລວງກວ້າງ ພ້ອມທັງຝຶກອົບຮົມໃຫ້ແກ່ພະນັກງານທີ່ເຮັດວຽກງານຈັດຕັ້ງຢູ່ບັນດາພະແນກການຂອງແຂວງ, ຫ້ອງການຂອງເມືອງ ແລະ ວິຊາການທີ່ເຮັດວຽກງານຈັດຕັ້ງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ສາມາດກຳໄດ້ບົດຮຽນດັ່ງກ່າວ ແລະ ເອົາໄປນຳໃຊ້ໃນໜ້າວຽກໃຫ້ເກີດປະໂຫຍດສູງສຸດ.
ຂ່າວ-ພາບ: ວຽງໃຈ ຄຳມະນີວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ