ກອງປະຊຸມແລກປ່ຽນບົດຮຽນວຽກງານສຶກສາທິການ ແລະ ກິລາ

ໄຊສົມບູນ - ວິທະຍາໄລເຊີນລາ ແລກປ່ຽນບົດຮຽນດ້ານສຶກສາທິການ ແລະ ກິລາ

ໄຊສົມບູນ - ວິທະຍາໄລເຊີນລາ ແລກປ່ຽນບົດຮຽນດ້ານສຶກສາທິການ ແລະ ກິລາ
ກອງປະຊຸມແລກປ່ຽນບົດຮຽນວຽກງານສຶກສາທິການ ແລະ ກິລາລະຫວ່າງພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ສປປ ລາວ ແລະ ວິທະຍາໄລເຊີນລາ ແຂວງເຊີນລາ ສສ ຫວຽດນາມໄດ້ຈັດຂຶ້ນໃນວັນທີ29ສິງຫາຜ່ານມານີ້

ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊສົມບູນ ນໍາໂດຍທ່ານ ຢົງຢີລີເຍ່ຍວືຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ, ຕາງໜ້າຝ່າຍວິທະຍາໄລເຊີນລາ ນຳພາໂດຍ ທ່ານຫວງຽນວັນມີງຮອງຜູ້ອຳນວຍການໂຮງຮຽນວິທະຍາໄລເຊີນລາ ພ້ອມດ້ວຍຄະນະ ຕະຫຼອດພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານຢົງຢີ ລີເຍ່ຍວືໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການສຶກສາ ແລະ ກິລາຢູ່ ແຂວງໄຊສົມບູນ ໃຫ້ທ່ານ ຮອງຜູ້ອຳນວຍການໂຮງຮຽນວິທະຍາໄລເຊີນລາ ພ້ອມຄະນະ ໄດ້ຮັບຊາບວ່າ: ແຂວງໄຊສົມບູນ ມີໂຮງຮຽນແຕ່ຊັ້ນອະນຸບານຮອດຊັ້ນມັດທະຍົມສຶກສາຕອນປາຍ157 ແຫ່ງ. ສໍາລັບທຶນຮຽນຕໍ່ຕ່າງປະເທດໄລຍະຜ່ານມາແຕ່ປີ 2017-2024ແຂວງໄຊສົມບູນໄດ້ຮັບການຊ່ວຍເຫຼືອທຶນການສຶກສາຈາກ ແຂວງເຊີນລາ ຮຽນຕໍ່ໃນລະດັບຊັ້ນສູງ 81 ທຶນ, ຊັ້ນປະລິນຍາຕີ 76 ທຶນ, ສໍາລັບທຶນຮຽນຕໍ່ຫຼືທຶນຍົກລະດັບພະນັກງານພາຍໃນແຂວງ ແມ່ນຄະນະຈັດຕັ້ງ ແຂວງໄຊສົມບູນ ເປັນພາກສ່ວນຈັດສັນຕາມຕົວເລກທີ່ໄດ້ຮັບ.

ການຈັດກອງປະຊຸມທັງສອງຝ່າຍ ຄັ້ງນີ້ ກໍເພື່ອເປັນການປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງ ແຂວງໄຊສົມບູນ ແລະ ວິທະຍາໄລເຊີນລາ ແຂວງເຊີນລາ ສສຫວຽດນາມ ເພື່ອວາງແຜນການກະກຽມຄວາມພ້ອມ ໃຫ້ແກ່ການສົ່ງນັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນທີ່ຈະໄປສຶກສາຕໍ່ແລະຍົກລະດັບຄວາມຮູ້ຄວາມສາມາດຢູ່ວິທະຍາໄລເຊີນລາໃຫ້ມີຄວາມພ້ອມໃນທຸກດ້ານໃນຕໍ່ໜ້າ. ທັງໝົດນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ, ຮັກແພງ, ໄມຕີຈິດທີ່ດີທີ່ສອງພັກ-ສອງລັດເຮົາມີຕໍ່ກັນມາແຕ່ດົນນານ ແລະ ຈະສືບຕໍ່ມູນເຊື່ອດັ່ງກ່າວ ໃຫ້ເກີດດອກອອກຜົນ ແລະ ງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ.

(ຂ່າວ: ນ. ຄຳໝັ້ນ ພຽງພິລາ)

ຄໍາເຫັນ

ຂ່າວການຮ່ວມມື

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບປະທານປະເທດ ແຫ່ງ ສສ ຫວຽດນາມ

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 25 ເມສາ ນີ້ ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ເລືອງ ເກືອງກໍາມະການກົມການເມືອງສູນກາງພັກປະທານປະເທດ ແຫ່ງ ສສ ຫວຽດນາມ
ສະຫາຍ ເລືອງ ເກືອງ ຢ້ຽມ​ຊົມ​ພິ​ພິ​ທະ​ພັນໄກ​ສອນພົມ​ວິ​ຫານ

ສະຫາຍ ເລືອງ ເກືອງ ຢ້ຽມ​ຊົມ​ພິ​ພິ​ທະ​ພັນໄກ​ສອນພົມ​ວິ​ຫານ

ພາຍຫຼັງທີ່ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ພ້ອມຄະນະຄະນະຜູ້ແທນຂັ້ນສູງ ​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ຕໍ່​ໜ້າ​ຮູບ​ປັ້ນຫຼໍ່ ປະ​ທານ​ໄກ​ສອນພົມ​ວິ​ຫານໃນວັນທີ 25 ເມສານີ້ ທີ່ ພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ
ຄະນະຜູ້ແທນນຂັ້ນສູງຂອງ ສສ ຫວຽດນາມ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນນຂັ້ນສູງຂອງ ສສ ຫວຽດນາມ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ

ໃນວັນທີ 25 ເມສານີ້, ຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ນໍາໂດຍ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງສສ ຫວຽດນາມ ໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

ໃນລະຫວ່າງວັນທີ 22-26 ເມສາ ນີ້ ທີ່ ເມືອງກຸຈິງແຂວງສາລະວັກປະເທດມາເລເຊຍ; ທ່ານ ວັນສີ ກົວມົວຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33, ພາຍໃຕ້ຫົວຂໍ້: “ການມີສ່ວນຮ່ວມຢ່າງທົ່ວເຖິງ
ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ
ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 24 ເມສາ ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 24-25 ເມສາ 2025.

ລາວ-ຈີນ ແລກປ່ຽນບົດຮຽນ ເພື່ອລົງເລິກກິດຈະກຳລະອຽດ ໃນການລ້ຽງງົວ

ລາວ-ຈີນ ແລກປ່ຽນບົດຮຽນ ເພື່ອລົງເລິກກິດຈະກຳລະອຽດ ໃນການລ້ຽງງົວ

ໃນລະຫວ່າງວັນທີ20-26ເມສາ ນີ້,ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ແລະພັດທະນາຊົນນະບົດຊຶ່ງນຳພາໂດຍທ່ານເພັດມະນີແສງຊ້າງໄຊຍະສານຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ແລະພັດທະນາຊົນນະບົດແລະທ່ານພັນທະວົງວົງສຳພັນຮອງຫົວໜ້າກົມລ້ຽງສັດແລະການປະມົງ
ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ໃນ​ລະຫວ່າງວັນທີ 22 – 23 ເມສານີ້, ທ່ານ ນາງ ແຄັດເທີຣິນ ເວສທຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການພັດທະນາແຫ່ງສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດແລະອຽກ​ລັງ​ເໜືອທັງເປັນຜູ້ຮັບຜິດຊອບວຽກງານອິນໂດ-ປາຊີຟິກພ້ອ​ມ​ດ້ວຍ​ຄະ​ນະໄດ້​ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.
ເພີ່ມເຕີມ