ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV
ຄະນະກຳມະການເລືອກຕັ້ງລະດັບຊາດຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ມັງກອນຜ່ານມາ ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການປຸກລະດົມຂະບວນການ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານກໍາມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ໄຊສມບນ ຊກຍກະກຽມເລອກຕງ ສສຊ ຊດທ X ແລະ ສສຂ ຊດທV - image 1
 

ທ່ານ ອຸດອນ ສິງດາລາ ຄະນະປະຈຳພັກແຂວງ ປະທານກວດກາພັກ ແລະ ອົງການກວດກາລັດແຂວງ ກຳມະການຄະນະກຳມະການເລືອກຕັ້ງຂັ້ນແຂວງລາຍງານໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບມະຕິ, ແຈ້ງການ ແລະ ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ, ຄະນະປະຈຳສະພາປະຊາຊົນແຂວງໄດ້ອອກມະຕິວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, 5 ເມືອງໃນທົ່ວແຂວງເພື່ອຮັບໃຊ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV ພ້ອມທັງໄດ້ຮີບຮ້ອນເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນເພື່ອຮ່ວມກັນຄົ້ນຄວ້າຜັນຂະຫຍາຍແຜນການດໍາເນີນງານຂອງຄະນະກຳມະການລະດັບຊາດມາເປັນແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຶ່ງໄດ້ກຳນົດບັນດາໜ້າວຽກຕ່າງໆອອກເປັນ 4 ບາດກ້າວຄື: ບາດກ້າວທີ 1 ກະກຽມບັນດາເອກະສານພື້ນຖານຕ່າງໆເພື່ອຮັບໃຊ້ການເລືອກຕັ້ງ; ບາດກ້າວທີ 2 ຜັນຂະຫຍາຍບາດກ້າວທີ 1 ແລະ ບັນດານິຕິກຳຂອງຄະນະກຳມະການເລືອກຕັ້ງລະດັບຊາດລົງໄປຫາຄະນະກຳມະການເລືອກຕັ້ງຂັ້ນເມືອງ; ບາດກ້າວທີ 3 ເປັນບາດກ້າວຜັນຂະຫຍາຍວຽກງານຕ່າງໆໃນບາດກ້າວທີ 2 ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຢູ່ຂັ້ນເມືອງ ແລະ ບາດກ້າວທີ 4 ພາຍຫຼັງວັນເລືອກຕັ້ງ ແລະ ກະກຽມກອງປະຊຸມຄັ້ງປະຖົມມະລືກຂອງ ສສຂ ຊຸດທີ V. ມາຮອດປັດຈຸບັນ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງໄດ້ຮັບນິຕິກໍາຈາກຄະນະກໍາມະການເລືອກຕັ້ງລະດັບຊາດເປັນຕົ້ນມະຕິຕົກລົງ, ແຜນດໍາເນີນງານ, ຄໍາແນະນໍາ, ແຈ້ງການ ແລະ ເອກະສານຕ່າງໆທັງໝົດ 23 ສະບັບ ແລະ ໄດ້ຈັດຕັ້ງຜັນຂະຫຍາຍຫັນມາເປັນຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງໄດ້ທັງໝົດ 19 ສະບັບ. ໃນການຈັດຕັ້ງປະຕິບັດວຽກງານຕົວຈິງໄດ້ສໍາເລັດບາດກ້າວທີ 1, ພວມດໍາເນີນການຈັດຕັ້ງປະຕິບັດບາດກ້າວທີ 2 ແລະ ກະກຽມວາງແຜນການຈັດຕັ້ງປະຕິບັດບາດກ້າວທີ 3.

ໄດ້ສໍາເລັດການອອກມະຕິແຕ່ງຕັ້ງຄະນະກຳມະການຂັ້ນແຂວງ, ຂັ້ນເມືອງ ແລະ ແບ່ງຄວາມຮັບຜິດຊອບ ພາຍໃນຢ່າງຈະແຈ້ງ ລວມທັງແຕ່ງຕັ້ງບັນດາອະນຸກຳມະການຊ່ວຍວຽກຢ່າງເປັນລະບົບຕາມຄໍາແນະນໍາຂອງຄະນະກຳມະການລະດັບຊາດ, ໄດ້ອອກນິຕິກໍາຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອຮັບໃຊ້ການເລືອກຕັ້ງທັງໝົດ 19 ສະບັບ ເພື່ອເປັນບ່ອນອີງໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ.

ໄດ້ຈັດຕັ້ງໂຄສະນາຫາສຽງໃຫ້ຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຕາມລະບຽບກົດໝາຍ, ຈັດຕັ້ງນໍາພາ-ຊີ້ນໍາ ການປ່ອນບັດເລືອກຕັ້ງທົ່ວແຂວງໃນວັນທີ 22 ກຸມພາ 2026 ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ, ໃນນັ້ນຕ້ອງຮັບປະກັນ, ນໍາພາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ100%, ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%, ນໍາພາວຽກງານປ່ອນບັດເລືອກຕັ້ງໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກຳນົດເວລາ100%.

ໄຊສມບນ ຊກຍກະກຽມເລອກຕງ ສສຊ ຊດທ X ແລະ ສສຂ ຊດທV - image 2
 

ທ່ານ ພົນໂທ ແສງນວນ ໄຊຍະລາດ ຍັງໂອ້ລົມ ແລະ ໄດ້ເນັ້ນໜັກໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ເມືອງໃຫ້ແຕ່ລະອະນຸກໍາມະການສືບຕໍ່ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງຮຽກຮ້ອງໃຫ້ແຕ່ລະອະນຸກໍາມະການຕ່າງໆ ຕ້ອງວາງແຜນການ, ແຜນງານໃຫ້ລະອຽດຈະແຈ້ງ ແລະ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ທ່ວງທັນເວລາຕາມລະດັບຄາດໝາຍທີ່ວາງໃວ້, ໃຫ້ເກັບກໍາຜູ້ທີ່ມີສິດລົງເລືອກຕັ້ງມີຈຳນວນທໍ່ໃດ, ຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນແຂວງມີຈໍານວນທໍ່ໃດ, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ແຂວງໄປປ່ອນຢູ່ບ່ອນອື່ນມີຈໍານວນທໍ່ໃດ, ໃຫ້ປະສານສົມທົບກັບບັນດາບໍລິສັດຕ່າງໆຢູ່ພາຍໃນແຂວງ, ສະເພາະ 2 ກຳລັງ ປກສ-ປກຊ ແມ່ນຕ້ອງໄດ້ປ່ອນກ່ອນ ເພາະຮອດວັນທີ 22 ກຸມພາ 2026 , 2 ກຳລັງດັ່ງກ່າວແມ່ນປ້ອງກັນຄວາມສະຫງົບ ແລະ ເຮັດໜ້າທີ່ບໍລິການໃຫ້ຄວາມສະດວກ ແລະ ເປັນລະບຽບຮຽບຮ້ອຍ.

ຂ່າວ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ