ໄຊສົມບູນສະຫຼອງວັນສ້າງຕັ້ງກອງທັບແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງ

ໄຊສົມບູນສະຫຼອງວັນສ້າງຕັ້ງກອງທັບແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງ
ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງໄຊສົມບູນ ຄົບຮອບ 10 ປີ (8 ພຶດສະພາ 2014-8 ພຶດສະພາ 2024) ຂຶ້ນໃນວັນທີ 15 ມັງກອນຜ່ານມາ,ໂດຍມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີທ່ານ ພົຈວ ຄຳອິ້ງ ກິ່ງແກ້ວ ຫົວໜ້າກອງບັນຊາການທະຫານແຂວງ, ມີການນຳແຂວງ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ ແລະ ພົນທະຫານທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ. ພ້ອມທັງໄດ້ມອບຫຼຽນໄຊພິລະອາດຫານຊັ້ນ I, II,IIIແລະໃບຍ້ອງຍໍຕ່າງໆໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.
    ໂອກາດນີ້, ທ່ານ ພົຈວ ຄຳອິ້ງ ກິ່ງແກ້ວ ໄດ້ຫວນຄືນມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 75 ປີຜ່ານມາຊຶ່ງກອງທັບປະຊາຊົນລາວໄດ້ກຳເນີດຂຶ້ນໃນທ່າມກາງປະເທດຊາດຖືກຈັກກະພັດຕ່າງດ້າວຮຸກຮານ ແລະ ຄອບຄອງ ພາຍໃຕ້ການນຳພາຂອງພັກປະຊາຊົນລາວ, ປະຊາຊົນລາວບັນດາເຜົ່າຈຶ່ງໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນໃນທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ຊຶ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວໃນປັດຈຸບັນ) ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ. ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ຮັບພາລະກິດອັນໜັກໜ່ວງ ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ ເພື່ອປົກປັກຮັກສາປະເທດຊາດດ້ວຍນ້ຳໃຈຮັກຊາດອັນເດັດດ່ຽວໜຽວແໜ້ນຕໍ່ສູ້ບໍ່ຍອມຈໍານົນ, ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າສືບຕໍ່ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດປະຊາທິປະໄຕ ປະຊາຊົນລາວໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ກອງທັບກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນເຈົ້າການປະຕິບັດວຽກງານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ)ທົ່ວປວງຊົນຮອບດ້ານ, ເຮັດໃຫ້ປະເທດຊາດມີຄວາມສະຫງົບໂດຍພື້ນຖານ. ພ້ອມກັນນັ້ນ, ໄດ້ສຸມໃສ່ປັບປຸງກໍ່ສ້າງກຳລັງເພື່ອເປັນຫຼັກແຫຼ່ງແກ່ນສານໃຫ້ແກ່ການປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນຄົບຖ້ວນຂອງຊາດ, ເອົາໃຈໃສ່ປະກອບສ່ວນປັບປຸງກໍ່ສ້າງພື້ນຖານການເມືອງ, ກໍ່ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນຕິດພັນກັບວຽກງານ 3 ສ້າງຢູ່ທ້ອງຖິ່ນຕາມ 4 ເນື້ອໃນ 4 ຄາດໝາຍຮັບປະກັນສະຖຽນລະພາບຂອງລະບອບການເມືອງ ຮັກສາຄວາມສະຫງົບປອດໄພຕາມຊາຍແດນ ແລະ ອື່ນໆ.
    ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະກອບອາວຸດທ້ອງຖິ່ນແຂວງໄຊສົມບູນໄລຍະ 10 ປີຜ່ານມາ ພາຍໃຕ້ການນໍາພາຂອງຄະນະບໍລິຫານງານພັກແຂວງ ຊຶ່ງແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດບົນເສັ້ນທາງລະອິດລະອ້ຽວ, ຫຍຸ້ງຍາກ, ລໍາບາກທີ່ສຸດ, ບັນດາກຳລັງປະກອບອາວຸດທ້ອງຖິ່ນທັງເຄື່ອນໄຫວແກ້ໄຂສະພາບເຂດເກາະຫ້ອຍທັງກໍ່ສ້າງປັບປຸງກຳລັງ ແລະ ຂົນຂວາຍກໍ່ສ້າງຮາກຖານການເມືອງທັງເພີ່ມພູນຜະລິດຜົນເພື່ອສ້າງພະລາທິການກັບທີ່ສາມາດເປັນກຳລັງຫຼັກແຫຼ່ງ ແລະ ເປັນບ່ອນອີງທີ່ໄວ້ວາງໃຈ ໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດກໍຄືຂອງທ້ອງຖິ່ນແຂວງໄຊສົມບູນໄວ້ໄດ້ຢ່າງໝັ້ນຄົງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.ແຫຼ່ງຂ່າວ: ຂປລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ