ຊາຂຽວເມືອງເມິງ ແຂວງບໍ່ແກ້ວ ໂດ່ງດັງໃນຕະຫຼາດເອີຣົບ

ຊາຂຽວເມືອງເມິງ ແຂວງບໍ່ແກ້ວ ໂດ່ງດັງໃນຕະຫຼາດເອີຣົບ

ຊາຂຽວເມືອງເມິງ ແຂວງບໍ່ແກ້ວ ໂດ່ງດັງໃນຕະຫຼາດເອີຣົບ
ປະຊາຊົນລາວ ມີຄວາມດຸໝັ່ນໃນການອອກແຮງງານ ເພີ່ມພູນຜະລິດຜົນ ຖືເອົາການກະສິກໍາ ດ້ວຍການປູກຝັງ ລ້ຽງສະມາຊິກພາຍໃນຄອບຄົວ ທັງຂາຍສົ່ງອອກ ພາໃຫ້ມີລາຍຮັບແບບຍືນຍົງ ຊຶ່ງເປັນການປະກອບສ່ວນສ້າງລາຍຮັບເຂົ້າປະເທດຕື່ມອີກ.
ຊາຂຽວເມອງເມງ ແຂວງບແກວ ໂດງດງໃນຕະຫາດເອຣບ - image 1
 

 

ທ່ານ ນາງ ປານແກ້ວ ແພງປັນຍາ ຄະນະສະຫະກອນຜູ້ຜະລິດຊາ ທັງຮັບຜິດຊອບ ຄັງເງິນສົດ ເມືອງເມິງ ແຂວງບໍ່ແກ້ວ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນສຽງຂອງສູນກາງພັກ, ໃນໂອກາດ ເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສະຫະກອນ 11 ພຶດສະພາ 2026 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ວ່າ: ສະຫະກອນຜູ້ຜະລິດຊາ ດໍາເນີນມາແຕ່ປີ 2022 ທໍາອິດແມ່ນຜະລິດຊາເປັນກຸ່ມ ຈາກນັ້ນ ກໍຄ່ອຍໆຂະຫຍາຍເປັນ ສະຫະກອນ, ປັດຈຸບັນ ມີຈໍານວນສະມາຊິກ ເຖິງ 150 ຄອບຄົວ ກວມເອົາ 5 ບ້ານ ແລະ ຍັງຈະຮັບຮອງເອົາຈໍານວນສະມາຊິກຕື່ມອີກ, ການຜະລິດ ແມ່ນເລັ່ງໃສ່ຊາຂຽວ ເປັນຈໍານວນຫຼາຍ, ສ່ວນຊາແດງ, ຊາພູເອີ ແລະ ຊາຂາວ ແມ່ນຜະລິດຈໍານວນໜ້ອຍ ຍ້ອນວ່າ ຜະລິດຊາຂຽວຫຼາຍ ແມ່ນເພື່ອສົ່ງອອກໄປທີ່ຕະຫຼາດເອີຣົບ, ປີ 2022 ເປັນປີທໍາອິດ(ທົດລອງ)ສົ່ງຊາຂຽວໄປເອີຣົບ, 2023 ສົ່ງອອກ 3 ໂຕນປາຍ, ປີ 2024 ສົ່ງອອກ 4 ໂຕນປາຍ ແລະ ປັດຈຸບັນ ກຽມສົ່ງອອກ 5 ໂຕນ, ຂັ້ນຕອນກຽມຈະສົ່ງອອກ ແມ່ນຜູ້ຮັບຊື້ໄດ້ເຮັດການວິໄຈດ້ວຍຕົນເອງ ສະນັ້ນ ຈຶ່ງເວົ້າໄດ້ວ່າ ຈໍານວນຊາຂຽວຂອງພວກເຮົາ ແມ່ນປອດສານພິດແທ້ໆ 100%. ຄຽງຄູ່ກັບການຜະລິດ ເພື່ອສົ່ງອອກແລ້ວ, ຜະລິດຕະພັນຊາພວກເຮົາ ຍັງໄດ້ຝາກຂາຍ ພາຍໃນແຂວງຫຼວງພະບາງ ໝາຍຄວາມວ່າ ຊາຂອງພວກເຮົາ ຍັງບໍ່ທັນເປັນທີ່ຮູ້ຈັກຂອງຕະຫຼາດພາຍໃນປະເທດເທື່ອ ເນື່ອງຈາກວ່າ ເປັນຜະລິດຕະພັນນ້ອງໃໝ່ ແຕ່ກໍໄປດົ່ງດັງທີ່ຕະຫຼາດເອີຣົບ, ຈຸດພິເສດຊາຂອງສະຫະກອນເປັນຊາທໍາມະຊາດລ້ວນໆ, ລາຄາຂາຍພາຍໃນ 50ກະລາມ 45 ພັນກີບ, ລາຄາຂາຍພາຍໃນ 1 ກິໂລ 5 ແສນກີບ, ກົງກັນຂ້າມ ລາຄາຂາຍຍົກ ຊື້ເປັນໂຕ່ນໆ 1 ກິໂລລະ ລາຄາຢູ່ລະຫວ່າງ 2 ແສນກີບ ຫາ 3 ແສນກີບ, ຄຽງຄູ່ກັບການຜະລິດສົ່ງອອກ, ລາຍຮັບພາຍໃນຄອບຄົວໜຶ່ງຕໍ່ 1 ເດືອນ 5-6 ລ້ານກີບ.

ທ່ານ ນາງ ປານແກ້ວ ແພງປັນຍາ ກ່າວຕື່ມວ່າ: ຄຽງຄູ່ກັບການຜະລິດດັ່ງກ່າວ ຍັງມີຂໍ້ຫຍຸ້ງຍາກ ຍ້ອນຂັ້ນຕອນການສົ່ງອອກ ແລະ ການເກັບອາກອນ ຢາກໃຫ້ມີການຍົກເວັ້ນອາກອນ ຫຼື ຈະເກັບໃນລາຄາທີ່ຕໍ່າ ຊຶ່ງເປັນການທີ່ໄດ້ຊ່ວຍເຫຼືອປະຊາຊົນ ກໍຄືສະຫະກອນຜູ້ປູກຊາ ເພາະວ່າ ຍັງເປັນສະຫະກອນນ້ອງໃໝ່, ສ່ວນຂໍ້ສະດວກ ແມ່ນ ຈໍານວນສະມາຊິກ ມີຄວາມດຸໝັ່ນໃນການກະສິກໍາ ຈຶ່ງຢຶດຖືເອົາອາຊີບປູກຝັງເປັນຕົ້ນຕໍ.

ດັ່ງນັ້ນ, ປະຊາຊົນລາວທຸກທົ່ວໜ້າ ຫາກວ່າ ພວກທ່ານ ພໍມີດິນຫວ່າງ ຢ່າປ່ອຍປະຮົກເຮື້ອໄວ້ ຈົ່ງນໍາໃຊ້ຕອນດິນເຫຼົ່ານັ້ນ ໃຫ້ເກີດປະໂຫຍດ ດ້ວຍການນໍາເອົາແນວພັນພືດ ໄປປູກໃສ່ ດັ່ງຄໍາສຸພາສິດ ກ່າວໄວ້ວ່າ: “ຢາກກິນໝາກ ໃຫ້ປູກຜົນ ຢາກເປັນຄົນ ໃຫ້ຮໍ່າຮຽນຄວາມຮູ້”

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ