ຊາວກະສິກອນເມືອງຫົງສາ ເກັບກ່ຽວເຂົ້ານາປີສຳເລັດແລ້ວ 53%

ຊາວກະສິກອນເມືອງຫົງສາ ເກັບກ່ຽວເຂົ້ານາປີສຳເລັດແລ້ວ 53%
ຕາມການລາຍງານຂອງໜ່ວຍງານປູກຝັງ-ລ້ຽງສັດ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົງສາ ແຂວງໄຊຍະບູລີ ໃນວັນທີ 26 ຕຸລາ ນີ້ວ່າ: ທົ່ວເມືອງຫົງສາ ມີເນື້ອທີ່ແຜນການປູກເຂົ້ານາປີ ທັງໝົດ 1.575,08 ເຮັກຕາ, ຄິດໄລ່ສະມັດຖະພາບ 4,5 ໂຕນຕໍ່ເຮັກຕາ. ໂດຍໃຊ້ແນວພັນ ເຂົ້າ 450 ປີ, ເຂົ້າຫອມຈັນ, ເຂົ້າໄກ່ນ້ອຍ, ເຂົ້າຕາກົບ, ເຂົ້າເລົ້າແຕກ, ເຂົ້າດໍລາຍ, ເຂົ້າດໍຂາວ, ເຂົ້າອ້າຍ ແລະ ອື່ນໆ ຊຶ່ງກາງເດືອນກັນຍາຜ່ານມາ, ຊາວກະສິກອນແມ່ນໄດ້ເລີ່ມຕົ້ນການເກັບກ່ຽວມ້ຽນມັດເຂົ້ານາປີຂອງຕົນດ້ວຍຄວາມຂຸ້ນຂ້ຽວ ແລະ ເຄັ່ງຮ້ອນ ເປັນຂະບວນຢ່າງກວ້າງຂວາງ. ທັງນີ້ ກໍເພື່ອເຮັດໃຫ້ທ່ວງທັນກັບລະດູການ ແລະ ຮັບປະກັນໄດ້ຕໍ່ການຕົກເຮ່ຍເສຍຫາຍ, ປັດຈຸບັນ ສາມາດເກັບກ່ຽວໄດ້ແລ້ວ 834,79 ຮຕ ເທົ່າ 53% ຂອງເນື້ອທີ່ທັງໝົດ. ຄຽງຄູ່ໄປພ້ອມກັນນັ້ນ ຍັງໄດ້ເກັບກູ້ພືດລະດູຝົນຢ່າງເປັນປົກກະຕິເຊັ່ນ: ເຂົ້າເນີນສູງ ເກັບກູ້ແລ້ວ 518,4 ເຮັກຕາ ເທົ່າກັບ 32%, ສາລີແຂງ ເກັບກູ້ສຳເລັດແລ້ວ 100%, ສາລີຫວານ ເກັບກູ້ສຳເລັດ 83%, ໝາກເດືອຍເກັບກູ້ແລ້ວ 592,2 ເຮັກຕາ ເທົ່າກັບ 40%, ໝາກງາ ເກັບກູ້ສຳເລັດແລ້ວ 100%, ຖົ່ວດິນເກັບກູ້ແລ້ວ 24,22 ເຮັກຕາ ເທົ່າກັບ 57%, ອ້ອຍ ເກັບກູ້ແລ້ວ 0,37 ເຮັກຕາ ເທົ່າກັບ 5%, ໝາກເຜັດເກັບກູ້ແລ້ວ 4,78 ເຮັກຕາ ເທົ່າກັບ 42% ເຮັກຕາ, ໝາກເຂືອ ເກັບກູ້ແລ້ວ 4,78 ເຮັກຕາ ເທົ່າກັບ 42%, ໝາກແຕງເກັບກູ້ແລ້ວ 5,77 ເທົ່າກັບ 77%, ເຜືອກ-ມັນ ເກັບກູ້ແລ້ວ 0,5 ເຮັກຕາ ເທົ່າກັບ 5% ແລະ ພືດຜັກຕ່າງໆ ເກັບກູ້ແລ້ວ 55,69 ເຮັກຕາ ເທົ່າກັບ 51%. 
ຕໍ່ກັບບັນຫາທີ່ພົບໃນໄລຍະທີ່ຜ່ານມາຂອງຊາວກະສິກອນພາຍໃນເມືອງແມ່ນໄພນໍ້າຖ້ວມ, ພ້ອມກັບສະພາບຝົນຕົກບໍ່ຖືກຕ້ອງຕາມລະດູການ ແລະ ຝົນຕົກຫຼາຍເກີນໄປ. ເຮັດໃຫ້ສະມັດຕະພາບຜົນຜະລິດບໍ່ໄດ້ດີເທົ່າທີ່ຄວນ.ຄາດວ່າການເກັບກ່ຽວເຂົ້ານາປີຂອງຊາວກະສິກອນພາຍໃນເມືອງຈະໃຫ້ສໍາເລັດ 100% ໃນທ້າຍເດືອນພະຈິກທີ່ຈະມາເຖິງນີ້. 
(ຂ່າວ-ພາບ: ກິດຕິສັກ ບົວໄລ)

ຄໍາເຫັນ

ຂ່າວເສດຖະກິດ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
ເພີ່ມເຕີມ