ລາຍງານລະບຸວ່າ: ປະຊາຊົນໃນທົ່ວລັດຄາລິຟໍເນຍ ສະຫະລັດ ອາເມຣິກາ ໄດ້ຢຸດກິດຈະວັດປະຈໍາວັນເພື່ອເຂົ້າຮ່ວມການຝຶກຊ້ອມ “ກົ້ມຕົວລົງ, ຊອກຫາບ່ອນບັງ ແລະ ຈັບໃຫ້ແໜ້ນ” "Drop, Cover, and Hold On" ຊຶ່ງເປັນຫຼັກການປະຕິບັດດ້ານຄວາມປອດໄພທີ່ສຳຄັນໃນລະຫວ່າງການເກີດແຜ່ນດິນໄຫວທີ່ຮຸນແຮງ.
ເວັບໄຊຂອງຜູ້ຈັດການຝຶກຊ້ອມຄັ້ງນີ້ລະບຸວ່າ: ມີຜູ້ລົງທະບຽນເຂົ້າຮ່ວມກິດຈະກຳ "Great California ShakeOut" ໃນປີນີ້ຫຼາຍກວ່າ 10.4 ລ້ານຄົນ, ໂດຍກິດຈະກໍາດັ່ງກ່າວເປັນສ່ວນໜຶ່ງຂອງເຄືອຂ່າຍການຝຶກຊ້ອມຮັບມືກັບແຜ່ນດິນໄຫວລະດັບໂລກ (Great Checkout) ຊຶ່ງໃນປີນີ້ມີຜູ້ເຂົ້າຮ່ວມຈາກທົ່ວໂລກ ຫຼາຍກວ່າ 58 ລ້ານຄົນ.
ການຝຶກຊ້ອມດັ່ງກ່າວເຮັດໃຫ້ບຸກຄົນ, ໂຮງຮຽນ ແລະ ຊຸມຊົນມີໂອກາດທີ່ຈະໄດ້ຝຶກປະຕິບັດມາດຕະການຮັກສາຄວາມປອດໄພຈາກແຜ່ນດິນໄຫວ, ທົບທວນແຜນການຮັບມືເຫດສຸກເສີນ ແລະ ກວດສອບປັບປຸງອຸປະກອນ ຮັບມືກັບໄພພິບັດ.
ຄໍາເຫັນ