ຊາວໜຸ່ມ ຈົ່ງສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ

ຊາວໜຸ່ມ ຈົ່ງສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ
ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ຄຊປປລ)ຄົບຮອບ 69 ປີ (14 ເມສາ 1955 ຫາ 14 ເມສາ 2024) ທ່ານ ມອນໄຊ ລາວມົວຊົ່ງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ(ສຊປລ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 10 ເມສານີ້ ທີ່ ສຊປລ ວ່າ: ວັນສ້າງຕັ້ງ ຄຊປປລ ຄົບຮອບ 69 ປີເປັນອີກວາລະໜຶ່ງທີ່ຊາວໜຸ່ມລາວພາຍໃນ ແລະ ຕ່າງປະເທດໄດ້ລະນຶກເຖິງຜົນງານຄຸນງາມຄວາມດີຂອງຜູ້ນຳຊາວໜຸ່ມທີ່ໄດ້ອຸດທິດໃນການບຸກເບີກເຮັດໃຫ້ມີການຈັດຕັ້ງເຖິງປັດຈຸບັນ. ສະນັ້ນ, ຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນລາວບັນດາເຜົ່າ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍບົດບາດປະຈັນບານ, ນຳໜ້າ, ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດລາວວິລະຊົນ, ຊາວໜຸ່ມຈົ່ງພ້ອມກັນສືບທອດມູນເຊື້ອທີ່ທະນົງອົງອາດສະຫຼາດສ່ອງໃສຂອງພັກປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ.
ໂດຍສະເພາະສ້າງຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ຊາດ-ຕໍ່ພັກ, ຕັ້ງໜ້າປັບປຸງກໍ່ສ້າງການຈັດຕັ້ງຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນດຳລົງຊີວິດທີ່ສອດຄ່ອງປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນໜູ່ຊາວໜຸ່ມ-ເຍົາວະຊົນໃຫ້ຫຼຸດໝ້ອຍຖອຍລົງ. ພ້ອມນີ້, ຕ້ອງໄດ້ສຸມໃສ່ພັດທະນາຄຸນນະພາບຊີວິດຂອງຊາວໜຸ່ມ-ເຍົາວະຊົນໃຫ້ນັບມື້ນັບດີຂຶ້ນເພື່ອອຸທິດສະຕິປັນຍາ, ກຳລັງກາຍ ແລະ ເຫື່ອແຮງທັງໝົດຂອງຕົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ສ້າງວຽກເຮັດງານທຳ, ການສຶກສາ, ກິລາກາຍະກຳ, ສິລະປະວັດທະນະທຳ ແລະ ສືບທອດປະເພນີອັນດີງາມຂອງຊາດຈົ່ງພ້ອມກັນຄົ້ນຄວ້າຮ່ຳຮຽນຫາຄວາມຮູ້, ຄວາມສາມາດຕ່າງໆເປັນຕົ້ນ ທາງດ້ານເຕັກນິກວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝ ແລະ ການນຳໃຊ້ເຕັກໂນໂລຊີຫັນເປັນເສດຖະກິດດີຈີຕອນປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ທັງເປັນຜົນງານ ຫຼືສົມບັດທີ່ມີຄ່າສູງສຸດໃນຊີວິດທີ່ມີຄວາມໜຸ່ມແໜ້ນ.
ໃນໂອກາດບຸນປີໃໝ່ລາວ ພ.ສ 2567 ແລະວັນສ້າງຕັ້ງ ຄຊປປລ ຄົບຮອບ 69 ປີ,ທ່ານມອນໄຊລາວມົວຊົ່ງຍັງໄດ້ອວຍພອນໄຊອັນປະເສີດໃຫ້ການນຳພັກ-ລັດ, ນັກປະຕິວັດອາວຸໂສ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ຊີ້ນຳໆພາປະຊາຊົນລາວບັນດາເຜົ່າພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ-ສັງຄົມມີປະຊາທິປະໄຕຍຸຕິທຳ ແລະ ສີວິໄລ.ອວຍພອນໄຊໃຫ້ການນຳພັກ-ລັດ ຄຊປປລ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນ-ອານຸຊົນລາວບັນດາເຜົ່າ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ບັນລຸຜົນເປັນຈິງ, ຕັດສິນໃຈບຸກທະລຸໄດ້ໃນຄາດໝາຍ 4 ບຸກທະລຸທີ່ພັກວາງອອກ ໂດຍຕິດພັນກັບຂໍ້ແຂ່ງຂັນ 4ບຸກຂອງຊາວໜຸ່ມ ແລະ ຖືເອົາວັນດັ່ງກ່າວເປັນວັນສຳຄັນຍິ່ງໃຫຍ່, ເປັນວັນເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ, ເປັນວັນແຫ່ງການສຶກສາຮ່ຳຮຽນ ແລະ ສືບທອດມູນເຊື້ອຊາວໜຸ່ມຮຸ່ນກ່ອນເພື່ອເຮັດໃຫ້ພາລະບົດບາດຂອງອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວກວ້າງຂວາງສູງສົ່ງ ແລະ ໜັກແໜ້ນເຂັ້ມແຂງຂຶ້ນຊັກໃຊ້, ສືບຕໍ່ສ້າງຜົນງານຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງຊາດຂອງ ຄຊປປລເປັນຕົ້ນສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວໃນຕໍ່ໜ້ານີ້, ຊາວໜຸ່ມຈົ່ງນຳໜ້າ, ປະຈັນບານເຂົ້າໃນໜ້າທີ່ການງານໃຫ້ສົມກັບປະທານໄກສອນ ພົມວິຫານ ຂະໜານນາມໄວ້ວ່າ: ຊາວໜຸ່ມຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝພວກເຮົາເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມລາວອາດຫານກ້າວຂຶ້ນ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ