ຊາວໜຸ່ມ ເປັນກຳລັງແຮງສຳຄັນໃນການຕໍ່ສູ້ປົດປ່ອຍຊາດ 

ຊາວໜຸ່ມ ເປັນກຳລັງແຮງສຳຄັນໃນການຕໍ່ສູ້ປົດປ່ອຍຊາດ 
ໂດຍ: ໂຈ່ລີ້ ວົງໄຊ
    ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປລ)14 ເມສາ 1955-14 ເມສາ 2024ຄົບຮອບ 69 ປີທີ່ຈະມາເຖິງນີ້ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕະຫຼອດໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ ຊາວໜຸ່ມເຮົາຈໍານວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນທີ່ແສນຮັກຂອງຕົນໄວ້, ຊາວໜຸ່ມມີນໍ້າໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູ ແລະ ນໍ້າໃຈເສຍສະຫຼະເລືອດເນື້ອອັນໜຸ່ມແໜ້ນເພື່ອປະເທດຊາດໄດ້ຖືກອົບຮົມບົ່ມສອນມາຕັ້ງແຕ່ຕອນຍັງໜຸ່ມ ດັ່ງຄຳເວົ້າທີ່ພັກປະຊາຊົນປະຕິວັດລາວໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີ່ຈົງຮັກພັກດີຕໍ່ພັກ ແລະ ຍັງໄດ້ປະກອບສ່ວນເສີມຂະຫຍາຍບົດບາດປະຈັນບານເຂົ້າໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ.
    ຕະຫຼອດ 69 ປີແຫ່ງການເຕີບໃຫຍ່ຂະຫາຍຕົວຂອງ ຄຊປລ ໄລຍະຕໍ່ສູ້ປົດປ່ອຍປະເທດຊາດປີ 1955-1975, ຄົນລາວຍາມໃດກໍມີມູນເຊື້ອອັນອົງອາດກ້າຫານບໍ່ຍອມເປັນຂ້ອຍຂ້າ ແລະ ບໍ່ຍອມຈໍານົນຕໍ່ຄວາມໂຫດຮ້າຍຂອງສັດຕູ ແລະ ຈັກກະພັດຕ່າງດ້າວໂດຍສະເພາະຊາວໜຸ່ມລາວ ກໍຄືບັນພະບູລຸດລາວໄດ້ລຸກຮືຂຶ້ນຕໍ່ສູ້ກັບການກົດຂີ່ຂູດຮີດຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ, ຄວາມສາມາດ ແລະ ນໍ້າໃຈອົງອາດກ້າຫານຂອງຊາວໜຸ່ມລາວບັນດາເຜົ່າໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານນັ້ນ, ພັກໄດ້ຖືເອົາວຽກງານຂົນຂວາຍ, ຈັດຕັ້ງ ແລະ ນໍາພາວຽກງານຊາວໜຸ່ມເປັນວຽກງານໜຶ່ງທີ່ສໍາຄັນຂອງພັກໃນພາລະກິດຕໍ່ສູ້ປົດປ່ອຍຊາດ: ພັກໄດ້ຕົກລົງສ້າງຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນຖັນແຖວກຳລັງປະກອບອາວຸດໃນວັນທີ 14 ເມສາ 1955 ຊຶ່ງອົງການຈັດຕັ້ງດັ່ງກ່າວນີ້ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມປະຕິບັດບົດບາດປະຈັນບານໃນທຸກສະໜາມຮົບດ້ວຍມານະຈິດທີ່ວ່າ: ຍອມຕາຍດີກວ່າເສຍເອກະລາດ, ເດັດຂາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທໍາລາຍ, ຊາວໜຸ່ມເຮົານັບເປັນແສນໄດ້ສະໝັກໃຈຮັບໃຊ້ຊາດເປັນກໍາລັງປະກອບອາວຸດຢູ່ແນວໜ້າ, ເປັນກຳລັງແນວຫຼັງລຳລຽງຂົນສົ່ງ, ເປັນກຳລັງຂົນຂວາຍປະກອບອາວຸດ, ເປັນກຳລັງພົນຕໍ່ສູ້ດ້ານການເມືອງ, ເຂົາເຈົ້າແມ່ນກໍາລັງປະກອບອາວຸດທີ່ໄດ້ປະກອບສ່ວນສ້າງວິລະກຳອັນລ້ຳເລີດ ແລະ ເຫດການມະຫັດສະຈັນໃນປະຫວັດສາດເຊັ່ນ: ການຜ່າວົງປິດລ້ອມຂອງກອງພັນທີ 2 ອອກຈາກທົ່ງໄຫຫີນໃນວັນທີ 8 ພຶດສະພາ 1959 ແລະ ການເອົາຜູ້ນໍາແນວລາວຮັກຊາດອອກຈາກຄຸກໂພນເຄັງຢ່າງມະຫັດສະຈັນໃນວັນທີ 24 ພຶດສະພາ 1960.
    ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ໃຫ້ຮູ້ຕື່ມວ່າ: ໂດຍຕິດພັນກັບມູນເຊື້ອ ແລະ ຜົນງານດັ່ງກ່າວ ໃນໄລຍະຜ່ານມາ, ພະແນກຊາວໜຸ່ມໄດ້ເອົາໃຈໃສ່ປັບປຸງກໍ່ສ້າງຊີ້ນໍາໆບັນດາຄະນະບໍລິຫານງານ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງກອງທັບຫຼາຍດ້ານ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ ແນໃສ່ເຮັດໃຫ້ສະມາຊິກຊາວໜຸ່ມມີແນວຄິດຫຼັກໝັ້ນ, ມີຄວາມສາມັກຄີເປັນເອກະພາບ ຢຶດໝັ້ນຕາມແນວທາງປ່ຽນແປງໃໝ່ຂອງພັກ, ຊີ້ນໍາຊາວໜຸ່ມໃຫ້ເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຄົ້ນຄ້ວາຮໍ່າຮຽນເພື່ອຄວາມກ້າວໜ້າ ແລະ ພັດທະນາຕົນເອງ, ຝຶກຝົນຕົນເອງໃຫ້ມີຄວາມເປັນແບບຢ່າງທາງດ້ານລະບຽບວິໃນ, ຄຸນສົມບັດສິນທຳປະຕິວັດ ມີຄຸນທາດການເມືອງ ໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ວິຊາການ ຮັບປະກັນທາງດ້ານວຽກງານວິຊາສະເພາະ.ໄປຄຽງຄູ່ກັນນີ້, ອົງການຈັດຕັ້ງຊາວໜຸ່ມກົມໃຫຍ່ການເມືອງກອງທັບ ຍັງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ດ້ວຍການປູກຝັງ, ລຽງສັດ ຕາມເງື່ອນໄຂຕົວຈິງຂອງແຕ່ລະກົມກອງ, ຜ່ານການເຄື່ອນໄຫວດັ່ງກ່າວ ສາມາດຍົກລະດັບຊີວິດການເປັນຢູ່ຂອງສະມາຊິກຊາວໜຸ່ມໄດ້ດີຂຶ້ນເທື່ອລະກ້າວ ແລະ ໄດ້ຮັບການຍ້ອງຍໍຜົນງານຈາກຂັ້ນເທິງຫຼາຍລະດັບຕະຫຼອດມາ.

    ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີນີ້, ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຕາງໜ້າໃຫ້ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງກອງທັບ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ການນໍາກົມໃຫຍ່ການເມືອງກອງທັບ, ສູນກາງຊາວໜຸ່ມ ປປລາວ, ການນໍາຊາວໜຸ່ມກອງທັບ ຂໍໃຫ້ທຸກທ່ານຈົ່ງມີພະລານາໄມສົມບູນ ສືບຕໍ່ຊີ້ນໍາໆພາຊາວໜຸ່ມ ປປລາວ ເວົ້າລວມ, ເວົ້າສະເພະກໍຄືຊາວໜຸ່ມກົມໃຫຍ່ການເມືອງກອງທັບໃຫ້ມີຜົນສໍາເລັດອັນໃໝ່ ແລະ ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ