ຊາວໜຸ່ມຈາກ 5 ປະເທດ ຊະນະໂຄງການຜູ້ປະກອບການໄວໜຸ່ມເພື່ອສັງຄົມ

ຊາວໜຸ່ມຈາກ 5 ປະເທດ ຊະນະໂຄງການຜູ້ປະກອບການໄວໜຸ່ມເພື່ອສັງຄົມ
ເມື່ອບໍ່ດົນມານີ້, ຜູ້ປະກອບການເພື່ອສັງຄົມ ຈໍານວນ 6 ທີມ ຈາກ 5 ປະເທດ ປະກອບມີ: ສປ ຈີນ, ອິນເດຍ, ອິນໂດເນເຊຍ, ສປປ ລາວ ແລະ ສິງກະໂປ ໄດ້ຮັບຊະນະເລີດ ໃນໂຄງການຜູ້ປະກອບການໄວໜຸ່ມ ເພື່ອສັງຄົມ ທົ່ວໂລກ ປະຈໍາປີ 2023 ຊຶ່ງຈັດໂດຍມູນນິທິສາກົນສິງກະໂປ(SIF) ທີ່ປະເທດສິງກະໂປ ໂດຍທີມທີ່ຊະນະ ໄດ້ນໍາສະເໜີແນວຄວາມຄິດທາງທຸລະກິດທີ່ພົ້ນເດັ່ນທີ່ສຸດ ທີ່ສາມາດແກ້ໄຂສາເຫດທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ລວມທັງການບໍລິການທາງສຸຂະພາບຈິດ, ການອະນຸລັກນໍ້າ, ການສະໜອງທັກສະ ແລະ ເຕັກໂນໂລຊີ ສໍາລັບຊຸມຊົນທີ່ຂາດແຄນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.
ທ່ານ ລຽນ ວີ ແຈວ (Lian Wee Cheow) ຮອງປະທານ ມູນນິທິເອັສໄອເອັຟ ແລະ ເປັນຫົວໜ້າຄະນະກຳມະການໂຄງການຜູ້ປະກອບການໄວໜຸ່ມເພື່ອສັງຄົມ (Young Social Entrepreneurs, YSE)ໄດ້ກ່າວວ່າ: ນັບຕັ້ງແຕ່ປີ 2010, ໂຄງການຜູ້ປະກອບການໄວໜຸ່ມ ເພື່ອສັງຄົມທົ່ວໂລກ ໄດ້ສະໜັບສະໜູນເຄືອຂ່າຍທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວ ໃນປັດຈຸບັນປະກອບມີຊາວໜຸ່ມຫຼາຍກວ່າ 1.400 ຄົນຈາກ 43 ປະເທດຊຶ່ງເປັນຕົວແທນຂອງວິສາຫະກິດ ເພື່ອສັງຄົມ ເຖິງ 674 ແຫ່ງ ໂດຍການໃຫ້ຄໍາແນະນໍາ, ກອງປະຊຸມການສ້າງຄວາມອາດສາມາດ ແລະ ໂອກາດໃນການຮຽນຮູ້ໃນພາກພື້ນ, ໂຄງການດັ່ງກ່າວໄດ້ສະໜັບສະໜູນກຸ່ມທີ່ກໍາລັງຈະເປັນຜູ້ປະກອບການເພື່ອສັງຄົມ ເພື່ອເລີ່ມຕົ້ນການເດີນທາງຂອງພວກເຂົາ.
ທ່ານ ອີຣິກ ຈວາ (Eric Chua) ເລຂາທິການລັດຖະສະພາອາວຸໂສ ກະຊວງວັດທະນະທຳ, ຊຸມຊົນ ແລະ ຊາວໜຸ່ມ, ກະຊວງພັດທະນາສັງຄົມ ແລະ ຄອບຄົວ ສິງກະໂປ ໄດ້ກ່າວວ່າ: ທີມເຫຼົ່ານີ້ ໄດ້ສຸມເຫື່ອແຮງໃສ່ບັນຫາຕ່າງໆທາງສັງຄົມທີ່ພວກເຂົາສົນໃຈຢ່າງເລິກເຊິ່ງ ໂດຍໄດ້ນໍາສະເໜີແນວຄວາມຄິດທີ່ໜ້າສົນໃຈຫຼາຍ. ຈາກການເຂົ້າເຖິງການບໍລິການສຸຂະພາບຈິດ, ການຈັດຕັ້ງປະຕິບັດແບບຍືນຍົງ, ຄວາມສະເໝີພາບດ້ານການສຶກສາ ແລະ ການສະໜັບສະໜູນຊຸມຊົນທີ່ມີຄວາມສ່ຽງ ຊຶ່ງຫຼາຍຄົນໄດ້ເວົ້າຢ່າງກະຕືລືລົ້ນ ຕໍ່ກັບການສ້າງການປ່ຽນແປງທີ່ມີຄວາມໝາຍໃນສັງຄົມ ແລະ ມີຄວາມປະທັບໃຈ ໃນຄວາມຕ້ອງການທີ່ຈະຮັບໃຊ້ຄົນອື່ນ ແລະ ການອຸທິດຕົນຂອງພວກເຂົາໃນການເບິ່ງໂລກກວ້າງໃນປັດຈຸບັນ ເພື່ອປະດິດສ້າງວິທີການແກ້ໄຂສໍາລັບຊຸມຊົນໂດຍລວມ. 
ທ່ານ ນາງ ມະນີທິບ ວົງພະຈັນ ຜູ້ຮ່ວມກໍ່ຕັ້ງ ເລີລາວ (LeLao) ຈາກປະເທດລາວ ໄດ້ກ່າວວ່າ: ໂຄງການໄດ້ແນະນຳຂ້າພະເຈົ້າ ໃຫ້ຮູ້ຈັກກັບເຄືອຂ່າຍຂອງໝູ່ເພື່ອນ ທີ່ມີແນວຄວາມຄິດແບບດຽວກັນໃນທົ່ວໂລກ ຜູ້ທີ່ກໍາລັງເຮັດວຽກທີ່ໜ້າສົນໃຈ ເພື່ອສ້າງຄວາມແຕກຕ່າງໃນທາງທີ່ດີຕໍ່ສັງຄົມ. ພາກສ່ວນທີ່ມັກທີ່ສຸດຂອງໂຄງການແມ່ນເວລາທີ່ພວກເຮົາໄດ້ແລກປ່ຽນຄວາມຄິດ ແລະ ຮຽນຮູ້ຂໍ້ມູນໃໝ່ໆກ່ຽວກັບຊຸມຊົນຂອງພວກເຮົາ ຊຶ່ງໄດ້ຮັບແຮງບັນດານໃຈເພີ່ມຂຶ້ນ ເພື່ອສືບຕໍ່ເຮັດວຽກຂອງພວກເຮົາໃນການເສີມສ້າງຄວາມເຂັ້ມແຂງ ໃຫ້ກັບຊຸມຊົນທີ່ມີຄວາມສ່ຽງ ໂດຍຜ່ານແຟຊັ່ນແບບນິເວດ. ພະນັກງານຂອງ ເລີລາວ ໄດ້ສ້າງຜະລິດຕະພັນແຟຊັນ ທີ່ມີລາຄາສົມເຫດສົມຜົນ ແລະ ຍືນຍົງ ທີ່ນຳເອົາສິ່ງເສດເຫຼືອຈາກຜ້າມາໃຊ້ຄືນ ແລະ ຜະລິດຕະພັນດັ່ງກ່າວ ໄດ້ຖືກອອກແບບ ເພື່ອສະແດງເຖິງມໍລະດົກວັດທະນະທຳ ຂອງລາວທີ່ອຸດົມສົມບູນ.
ທີມຊະນະເລີດທີ່ໄດ້ຮັບການປະກາດໃນໂຄງການ YSE GLOBAL ປະຈໍາປີ 2023 - ການນໍາສະເໜີເພື່ອການປ່ຽນແປງ6 ໃນ 15 ທີມທີ່ໄດ້ຖືກຄັດເລືອກ ໄດ້ຮັບການປະກາດເປັນຜູ້ຊະນະເລີດໃນເວລາທີ່ພວກເຂົາເຂົ້າຮ່ວມ ການນໍາສະເໜີເພື່ອການປ່ຽນແປງ ອອນລາຍ  ພວກເຂົາໄດ້ຖືກຄັດເລືອກໂດຍອີງໃສ່ຜົນກະທົບ ແລະ ຂະໜາດຂອງແນວຄວາມຄິດທຸລະກິດຂອງພວກເຂົາ, ລວມທັງລະດັບຄວາມມຸ່ງໝັ້ນຂອງພວກເຂົາ. ທີມທີ່ຖືກຄັດເລືອກລວມມີ (ຕາມລໍາດັບຕົວອັກສອນພາສາອັງກິດ):
1. ອານຸບູຕີ ຊາມິຕີ (Anubhuti Samiti) (ປະເທດອິນເດຍ)
2. ໄຊນາ ຮາວ (China House) (ປະເທດຈີນ)
3. ໂຮມພາວ (HomePal) (ປະເທດສິງກະໂປ ແລະ ຈີນ)
4. ເລີລາວ (LeLao) (ປະເທດລາວ)
5. ຣີເສີໂວແອ (ReservoAir) (ປະເທດອິນໂດເນເຊຍ)
6. ຣູມາ ບຣີເກັດ (Rumah Briket) (ປະເທດອິນໂດເນເຊຍ)
ແຕ່ລະທີມໄດ້ຮັບລາງວັນເງິນທຶນສູງເຖິງ 20.000 ໂດລາສິງກະໂປ ເພື່ອນຳສະເໜີ ຫຼື ຂະຫຍາຍທຸລະກິດເພື່ອສັງຄົມຂອງພວກເຂົາ. ທີ່ປຶກສາອາສາສະໝັກຈະຖືກມອບໝາຍເພື່ອແນະນຳວິທີການນຳໃຊ້ເງິນທຶນ ແລະ ສະໜັບສະໜູນການພັດທະນາຂອງພວກເຂົາໃນອີກ 1 ປີເຄິ່ງ.
(ຂ່າວ-ພາບ:ນາງ ເນັດສີ ນັສຣດິນ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ