ຊາວໜຸ່ມຫ້ອງການ ທຫລ ເພີ່ມຄວາມຮູ້ດ້ານສື່ມວນຊົນ.

ຊາວໜຸ່ມຫ້ອງການ ທຫລ ເພີ່ມຄວາມຮູ້ດ້ານສື່ມວນຊົນ.

ຊາວໜຸ່ມຫ້ອງການ ທຫລ ເພີ່ມຄວາມຮູ້ດ້ານສື່ມວນຊົນ.
ໜ່ວຍຊາວໜຸ່ມ ຫ້ອງການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດສຳມະນາດ້ານວິຊາ ການ ໃນວັນ ທີ 22 ສິງຫາ ທີ່ຫ້ອງປະຊຸມໃຫຍ່ ທຫລ ຕິດພັນດ້ານສື່ມວນຊົນ ແລະ ການຮັກສາ-ດູແລເດັກນ້ອຍ ໃນໄວກ່ອນຮຽນ ພາຍໃຕ້ການເປັນປະທານ ຂອງສະຫາຍ ອັກຄະພົນ ນາມມະຈັກ ເລຂາໜ່ວຍຊາວໜຸ່ມຫ້ອງການ ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ແສນທະວີສຸກ ຮອງຫົວໜ້າຫ້ອງການ ທຫລ; ມີບັນດາສະມາຊິກຊາວໜຸ່ມຫ້ອງການ ແລະ ຕາງໜ້າຄະນະຊາວໜຸ່ມບັນດາກົມ ຂອງ ທຫລ ເຂົ້າ ຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຣັດສະໝີ ດວງສັດຈະ ກໍາມະການຄະນະບໍລິຫານງານສະມາຄົມມິດຕະພາບ ລາວ - ສ. ເກົາຫຼີ, ຮັບຜິດຊອບຊ່ວຍວຽກຂ່າວສານ ຂອງຫ້ອງການ ທຫລ ໄດ້ກ່າວວ່າ: “ຢາກເປັນນັກຂ່າວ ທີ່ດີ ຕ້ອງມີຄວາມຮູ້ໃດໜ່ຶ່ງ ໃນລະດັບແນ່ນອນ, ຮູ້ລະບຽບກົດໝາຍ; ສິ່ງສໍາຄັນຕ້ອງກໍາແໜ້ນ ແລະ ເຊື່ອມຊຶມແນວທາງຂອງພັກ ແຕ່ລະໄລຍະໃຫ້ດີ ແລະ ຜັນຂະຫຍາຍໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ຂອງຂະແໜງການຂອງຕົນ”, ພ້ອມນັ້ນ, ທ່ານ ຍັງນໍາສະເໜີ ຫົວຂໍ້: “ສື່ເກົ່າ - ສື່ໃໝ່ກັບການເຊື່ອມໂຍງສູ່ໂລກກ້ວາງ” ກວມເອົາ 6 ເນື້ອໃນ ໂດຍສະເພາະການເລືອກເຫດການ ທີ່ນໍາສະເໜີ ເປັນຂ່າວມີ 12 ເຫດການ; ການນໍາສະເໜີຂ່າວແບບໃດ ຈຶ່ງຈະດຶງດູດຜູ້ບໍລິໂພກໄດ້; ສໍາລັບສື່ໃໝ່ (New Media) ເປັນສື່ທີ່ເຮັດໃຫ້ຜູ້ສົ່ງສານ ແລະ ຜູ້ຮັບສານ ເຮັດໜ້າທີ່ໄດ້ພ້ອມກັນ, ເປັນການສື່ສານ 2 ທາງ ແລະ ເຮັດໜ້າທີ່ສົ່ງສານໄດ້ຫຼາກຫຼາຍ ປະກອບກັບທາງພາບ-ສຽງ-ຂໍ້ຄວາມ ໂດຍໂຮມເອົາເຕັກໂນໂລຊີຂອງສື່ເກົ່າ ເຂົ້າໃສ່ສື່ໃໝ່ ສາມາດສື່ສານ 2 ທາງຜ່ານລະບົບເຄືືອຂ່າຍ ກາຍເປັນສື່ແບບປະສົມປະສານ (Multimedia) ແລະ ປັດຈຸບັນສື່ໃໝ່ ພັດທະນາຢ່າງໄວ ແລະ ນິຍົມ ກັນຫຼາຍຂຶ້ນ, ສື່ໃໝ່ມີ 16 ລັກສະນະ; ແຕ່ສໍາຄັນຜູ້ບໍລິໂພກຂ່າວຕ້ອງມີສະຕິ; ເສບຂ່າວຈາກແຫຼ່ງຂ່າວ ທີ່ໜ້າເຊື່ອຖື ໂດຍສະເພາະຂ່າວຈາກສື່ທາງການ ຫຼື ຈາກລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ຕ້ອງລະມັດລະວັງ ຂ່າວປອມ-ຂ່າວປ່ວນ-ຂ່າວລື ຈາກກຸ່ມຄົນບໍ່ດີ ສ້າງຂຶ້ນ.

ຈາກນັ້ນ; ຍັງມີການນໍາສະເໜີຂອງ 2 ວິ ທະຍາກອນ ຈາກພະແນກການກ່ຽວຂ້ອງ ຂອງຫ້ອງການ ທຫລ ນໍາສະເໜີຫຍໍ້ ຫຼັກ ການພື້ນຖານໃນການຂຽນຂ່າວ ແລະ ການເຜີຍແຜ່ບົດຂ່າວຂອງ ທຫລ ແລະ ຫົວຂໍ້ຫຼັກສູດການຮຽນ-ການສອນ ສໍາລັບເດັກກ່ອນໄວຮຽນ; ທຸກຫົວຂໍ້ ລ້ວນແຕ່ໄດ້ຮັບຄວາມສົນໃຈຈາກບັນດາພະນັກງານ ແລະ ສະມາຊິກຊາວໜຸ່ມເປັນຢ່າງດີ; ທັງນີ້ ກໍ່ເພື່ອເປັນການສ້າງຂະບວນ ການຕ້ອນຮັບ 3 ວັນປະຫວັດ ສາດ ຂອງຊາດ-ຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກ ທະນາຄານແຫ່ງ ສປປ ລາວ ທີ່ຈະເປີດຂຶ້ນໃນມໍ່ໆນີ້.

(ຂ່າວ: ທ່ານ ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ໃນຕອນເຊົ້າວັນທີ 14 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງການເມືືອງສິງ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາເອົາເຂົ້າສານມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສິງ, ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກໍາມະການໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ເມື່ອບໍ່ດົນຜ່ານມານີ້, ທີ່ສານປະຊາຊົນພາກເໜືອ ແຂວງຫຼວງພະບາງ ໄດ້ມີພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024, ປະດັບຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໂດຍເປັນປະທານຂອງ ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ມີຄະນະນຳສານປະຊາຊົນພາກເໜືອ, ເລຂາ, ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ແລະແຂກຮັບເຊີນ ເຂົ້າຮ່ວມ.
ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

ແຜນພັດທະນາ ກະສິກຳ ແລະ ສິ່ງແວດລ້ອມ 5 ປີ ​ຄັ້ງ​ທີ IX (2021-2025) ຂອງລັດຖະບານແມ່ນເລັງໃສ່ກະຕຸກຊຸກຍູ້ເຮັດໃຫ້ການຜະລິດກະສິກຳ ມີການຂະຫຍາຍຕົວຢ່າງຮອບດ້ານ, ເພີ່ມທະວີບົດບາດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດກົນໄກ, ນິຕິກຳຢ່າງປະສິດທິພາບ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຕາມທິດສີຂຽວ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍ; ປະຊາຊົນມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ຊີວິດການເປັນຢູ່ຂອງ​ປະ​ຊາ​ຊົນ​ຢູ່ຊົນນະບົດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ; ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາ, ສ້າງມູນຄ່າເພີ່ມ ແລະ ສ້າງລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂຶ້ນ.
ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ

ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ

ພິທີສະແດງທົດລອງຄັ້ງທີ 2 ການເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີຈັດຂຶ້ນໃນວັນທີ 13 ຕຸລາຜ່ານມາ ທີ່ວິທະຍາຄານນາຍທະຫານບົກກົມມະດຳໂດຍມີສະຫາຍພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນໍາການເດີນສວນສະໜາມ, ມີບັນດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ

ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ (Lao AI) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລານີ້ ທີ່ໂຮງແຮມລາດຊະວົງວັນດາວິສຕາ ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານ ຂອງທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຜູ້ຕາງໜ້າຈາກບັນດາຮອງລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມຈໍານວນ 100 ທ່ານ.
ເພີ່ມເຕີມ