ຕີລາຄາການປະຕິບັດວຽກງານໄລຍະ 2020-2024

ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາການປະຕິບັດວຽກງານໄລຍະ 2020-2024

ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາການປະຕິບັດວຽກງານໄລຍະ 2020-2024
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ ນີ້ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024 ໂດຍມີ ສະຫາຍ ບຸນແຝງ ພູມມະໄລສິດ

 ລັດຖະມົນຕີກະຊວງສາທາລະນະສຸກ, ມີ ສະຫາຍ ມອນໄຊ ລາວມົວຊົ່ງ ຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ນາງ ແສງຈັນ ຈັນທະສຸກ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ກະຊວງສາທາລະນະສຸກ ໃນໄລຍະຜ່ານມາ ຊຶ່ງຊາວໜຸ່ມແມ່ນບຸກຄະລາກອນທີ່ສໍາຄັນ ແລະ ເປັນຜູ້ທີ່ແບກຫາບ ວຽກຂອງທຸກກົມກອງເປັນສ່ວນໃຫຍ່ ໄດ້ຕິດຕາມຊຸກຍູ້ການປະຕິບັດວຽກງານ ຕາມນະໂຍບາຍ 5 ດີ 1 ພໍໃຈ, ຍົກສູງຄຸນນະພາບການບໍລິການດ້ານສາທາລະນະສຸກ, ຊາວໜຸ່ມຢູ່ແຕ່ລະສະຖານທີ່ບໍລິການ ໄດ້ມີການພັດທະນາດ້ານວຽກງານ ວິຊາສະເພາະຂອງຕົນ, ສາມາດກວດ ແລະ ປິ່ນປົວ ດ້ວຍເຕັກນິກຕ່າງໆ ນຳໃຊ້ເຄື່ອງມືການແພດທີ່ທັນສະໄໝ, ປະກອບສ່ວນຫັນໂຮງໝໍເປັນທັນສະໄໝ ແລະ ກຸ້ມຕົນເອງເທື່ອລະກ້າວ. ພ້ອມນີ້, ຍັງໄດ້ສົ່ງເສີມວິຊາຊີບຊາວໜຸ່ມ ຕັ້ງໜ້າປະກອບສ່ວນໜ້າທີ່ການເມືອງ ຕາມພາລະບົດບາດໜ້າທີ່ການບໍລິການສາທາລະນະສຸກ ໃຫ້ນັບມື້ນັບທົ່ວເຖິງ ແລະ ມີຄຸນນະພາບດີຂຶ້ນເປັນກ້າວໆ, ການພັດທະນາບຸກຄະລາກອນສາທາລະນະສຸກ ສ່ວນໃຫຍ່ແມ່ນສະມາຊິກຊາວໜຸ່ມ ທີ່ຢູ່ທຸກຂົງເຂດວຽກງານນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການກໍ່ສ້າງເປັນລະບົບຄົບຊຸດ ທັງຢູ່ພາຍໃນປະເທດ, ນອກຈາກວຽກງານໃນໂມງລັດຖະການແລ້ວ ໄດ້ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມຜູ້ມີເງື່ອນໄຂສ້າງອາຊີບເສີມນອກໂມງລັດຖະການ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ເສດຖະກິດຂອງຄອບຄົວ; ຄະນະຊາວໜຸ່ມຖືວຽກງານກວດກາ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້ຂອງການນໍາພາຂອງຄະນະຊາວໜຸ່ມ, ການກວດກາດ້ວຍການຕິດຕາມ ການປະຕິບັດກົດລະບຽບຂອງສະມາຊິກຊາວໜຸ່ມ, ກົດລະບຽບຂອງການຈັດຕັ້ງ, ການຕິດຕາມມະຫາຊົນກ້າວໜ້າຢູ່ຮາກຖານຂອງຕົນຂະຫຍາຍເຂົ້າພັກ, ຫາງສຽງສັງຄົມທາງສື່ຕ່າງໆ. ເຖິງຢ່າງໃດກໍຕາມ ຍັງມີບາງຂໍ້ຄົງຄາງທີ່ຕ້ອງປັບປຸງ ເຊັ່ນ: ການເຕົ້າໂຮມຊາວໜຸ່ມ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ສະເພາະຂອງຊາວໜຸ່ມ ຈັດຂຶ້ນເອງຍັງບໍ່ທັນກວ້າງຂວາງ-ເລິກເຊິ່ງ, ເນື້ອໃນ, ຮູບການ, ວິທີການສຶກສາອົບຮົມ ຍັງບໍ່ທັນອຸດົມສົມບູນ; ຄະນະພັກ-ອຳນາດປົກຄອງບາງບ່ອນ ຍັງບໍ່ໄດ້ຕັ້ງໜ້ານຳພາ-ຊີ້ນຳ ແລະ ນໍາໃຊ້ກຳລັງແຮງຂອງຊາວໜຸ່ມເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນເທົ່າທີ່ຄວນ.

ສຳລັບທິດທາງຕໍ່ໜ້າ ແຕ່ປີ 2025-2029 ຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ ຈະເພີ່ມທະວີການສືກສາອົບຮົມການເມືອງ-ແນວຄິດໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມດ້ວຍຫຼາຍຮູບຫຼາຍວິທີ, ມີເນື້ອໃນອຸດົມສົມບູນແທດເໝາະກັບກຸ່ມເປົ້າໝາຍ; ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ ແລະ ຄົບຊຸດ, ປັບປຸງກອງອາສາສະໝັກໃຫ້ເຂັ້ມແຂງ ແລະ ຍືນຍົງ ສາມາດປະກອບສ່ວນຢ່າງແຂງແຮງເຂົ້າໃນທຸກວຽກງານທີ່ການຈັດຕັ້ງ ກໍຄືຂັ້ນເທິງຕ້ອງການ; ຈັດຕັ້ງ ແລະ ນຳພາຂະບວນການຂອງຊາວໜຸ່ມໃຫ້ຟົດຟື້ນປົກກະຕິ ແລະ ຕໍ່ເນື່ອງ, ຍູ້ຂະບວນການຂອງຊາວໜຸ່ມ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານວິຊາສະເພາະ ແລະ ວຽກງານວັດທະນະທຳ-ສັງຄົມ; ສູ້ຊົນຕ້ານ ແລະ ສະກັດກັ້ນປະກົດການຍໍ້ທໍ້ຖັນແຖວຊາວໜຸ່ມໃຫ້ໄດ້. ໃນນັ້ນ, ຕ້ອງສະກັດກັ້ນບັນຫາສິ່ງເສບຕິດ, ການລະເມີດລະບຽບກົດໝາຍ, ອຸບັດເຫດການສັນຈອນ, ການຫຼິ້ນກິນຟຸ່ມເຟືອຍ ແລະ ບັນຫາໄພສັງຄົມ.

ກອງປະຊຸມ, ຍັງໄດ້ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ຈໍານວນ 21 ສະຫາຍຍິງ 6 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະຊຸດໃໝ່ ໄດ້ເລືອກເອົາຄະນະປະຈໍາ 17 ສະຫາຍຍິງ 4 ສະຫາຍ. ໃນນັ້ນ, ເລືອກເອົາສະຫາຍ ນາງ ແສງຈັນ ຈັນທະສຸກ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ, ສະຫາຍ ຫວັງນະຄອນ ດິດຕະພົງ, ສະຫາຍ ນາງ ໄພຄຳ ແກ້ວບູນໄຊ ແລະ ສະຫາຍ ຄຳຫຼ້າ ພົນໄຊຍະລິນຄຳ ເປັນຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ.

ໃນກອງປະຊຸມ, ສະຫາຍ ບຸນແຝງ ພູມມະໄລສິດ ໄດ້ຕີລາຄາສູງຕໍ່ ຜົນສໍາເລັດຜ່ານມາ ຂອງຊາວໜຸ່ມສົມແລ້ວທີ່ເປັນກະດູກສັນຫຼັງຂອງຊາດ, ສົມແລ້ວທີ່ເປັນ ນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ, ສົມແລ້ວທີ່ໄດ້ຮັບສັນຍານາມວ່າ ເປັນນັກຮົບເສື້ອຂາວ ຫຼື ແພດປະຕິວັດ, ໄລຍະມີການລະບາດຂອງພະຍາດໂຄວິດ-19, ພະຍາດໄຂ້ຍຸງລາຍ ແລະ ພະຍາດລະບາດຕາມລະດູການ ອື່ນໆ ສະມາຊິກຊາວໜຸ່ມ ຂອງຂະແໜງການສາທາລະນະສຸກ ໄດ້ເປັນກໍາລັງແຮງ ປະຈັນບານດ່ານໜ້າ, ໄດ້ມີໜ່ວຍຊາວໜຸ່ມຕະລຸມບອນ ທີ່ອາສາສະໝັກ ເຂົ້າຮ່ວມທຸກຂະບວນການຂອງວຽກງານ ໂດຍຍົກສູງຜົນປະໂຫຍດສ່ວນລວມສູງກວ່າສ່ວນຕົວ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຈັບມືກັນແໜ້ນຜ່ານຜ່າທຸກອຸປະສັກ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໄດ້ຮັບຜົນສໍາເລັດຢ່າງເພິ່ງພໍໃຈ ເຊິ່ງສະແດງອອກຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍຄື ຮາກຖານຊາວໜຸ່ມ ໄດ້ຮັບນາມມະຍົດເປັນຊາວໜຸ່ມກະຊວງ 4 ບຸກ ແລະ ໄດ້ຮັບທຸງໄຊ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

(ຂ່າວ-ພາບ: ກິດຕາ-ພາບ: ຂັນໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ