ຊາວໜຸ່ມຕ້ອງເອົາໃຈໃສ່ພັດທະນະຕົນເອງຢ່າງຮອບດ້ານ

ຊາວໜຸ່ມຕ້ອງເອົາໃຈໃສ່ພັດທະນະຕົນເອງຢ່າງຮອບດ້ານ
ໂດຍ: ວັນເພັງ
    ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (14 ເມສາ 1955-14 ເມສາ 2024) ໃກ້ຈະມາເຖິງນີ້ ທ່ານນາງ ທິບພະສອນ ຫຼວງຊະລາດ ຮອງຫົວໜ້າພະແນກວິທະຍຸ-ໂທລະພາບ ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ ) ໄດ້ກ່າວສະແດງທັດສະນະຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວຜ່ານນັກຂ່າວໜັງສືພິມປະຊາຊົນໃນວັນທີ 2 ເມສານີ້  ວ່າ: ໃນນາມເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຄື່ອນໄຫວໃນອົງການຈັດຕັ້ງມະຫາຊົນ ໂດຍສະເພາະອົງການຈັດຕັ້ງຊາວໜຸ່ມ ເປັນບ່ອນສຶກສາອົບຮົມທາງດ້ານແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມລາວໃນຂອບເຂດທົ່ວປະເທດ ເພາະຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ. ພັກປະຊາຊົນ ປະຕິວັດລາວໄດ້ໃຫ້ຄວາມສໍາຄັນ ແລະ ຖືເອົາກໍາລັງແຮງຂອງຊາວໜຸ່ມປະກອບສ່ວນເຂົ້າໃນທຸກໆຂະບວນການທີ່ສໍາຄັນຂອງຊາດ. ສະນັ້ນ, ວັນສ້າງຕັ້ງຊາວໜຸ່ມຈຶ່ງໄດ້ກໍາເນີດຂຶ້ນໃນວັນທີ 14 ເມສາ 1955. ສຳລັບປີນີ້ຄົບຮອບ 69 ປີ, ຄະນະຊາວໜຸ່ມທຸກຂັ້ນໄດ້ສຸມໃສ່ທຸກໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ຕາມສິດ ແລະ ໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ. ນອກນີ້, ພວກເຮົາທີ່ເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຍັງແມ່ນບຸກຄົນທີ່ມີຄວາມຕື່ນຕົວ, ມີຈິດໃຈອາສາສະໝັກ, ຮັກເຊື້ອແພງຊາດ, ຮັກຄວາມກ້າວໜ້າ ເປັນຜູ້ທີ່ກ້າຄິດ, ກ້າຕັດສິນໃຈເສຍສະຫຼະປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ. ສະນັ້ນ, ເນື່ອງໃນວັນສໍາຄັນດັ່ງກ່າວຂ້າພະເຈົ້າຄິດວ່າມັນເປັນວັນສໍາຄັນທາງດ້ານປະຫວັດສາດທີ່ພວກເຮົາລູກຫຼານບໍ່ອາດຫຼົງລືມໄດ້. ໃນນາມທີ່ເປັນຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກ-ຂອງຊາດ ຕ້ອງກຽມພ້ອມທຸກໆໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສົມກັບນາມມະຍົດທີ່ປະທານ ໄກສອນ ພົມວິຫານ ທີ່ຂະໜານນາມໃຫ້ຊາວໜຸ່ມວ່າ: ຊາວໜຸ່ມປຽບເໝືອນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ ແລະ ໃຫ້ສົມກັບຄໍາຂວັນທີ່ປຸກລະດົມຈິດໃຈຂອງຊາວໜຸ່ມທີ່ວ່າ: ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມືອໃດຊາດຮຽກຮ້ອງຕ້ອງການຊາວໜຸ່ມຂານອາສາ.
ທ່ານນາງ ທິບພະສອນ ຫຼວງຊະລາດ ໄດ້ໃຫ້ຮູ້ຕື່ມອີກວ່າ: ສໍາລັບວຽກງານທີ່ພົ້ນເດັ່ນໃນການ ເຄື່ອນໄຫວໃນໄລຍະ 1 ປີຜ່ານມາຂອງກົມສື່ມວນຊົນໜຸ່ມລາວ ສຊປລ ພວກເຮົາໄດ້ພ້ອມກັນຈັດຕັ້ງປະຕິ ບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າດ້ວຍຄວາມຮັບຜີດຊອບສູງ ເປັນຕົ້ນການໂຄສະນາຜ່ານສື່ວາລະສານ-ໜັງສືພິມ, ວິທະຍຸ-ໂທລະພາບ ແລະ ເຟສບຸກຂອງກົມສື່ມວນຊົນໜຸ່ມລາວ ຊຶ່ງໄລຍະຜ່ານມາພວກເຮົາໄດ້ນໍາເອົາຂ່າວການເຄື່ອນໄຫວຂອງຄະນະນໍາຂັ້ນສູນກາງ, ກະຊວງ, ອົງການຈົນເຖິງຮາກຖານທ້ອງຖິ່ນເຜີຍແຜ່ຂໍ້ມູນຂ່າວສານຂອງຊາວໜຸ່ມ-ເຍົາວະຊົນໃນຂອບເຂດທົ່ວປະເທດອອກສູ່ສັງຄົມ. ນອກນີ້, ສື່ຍັງໂຄສະນາຕີຖອຍທຸກໆປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນປະກົດການຫຍໍ້ທໍ້ດ້ານສິ່ງເສບຕິດ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ປະກອບສ່ວນຂະບວນການສິລະປະ-ກິລາ ແລະ ຂະບວນການອອກແຮງງານລວມ ທີ່ຕິດພັນກັບວັນສໍາຄັນຂອງພັກ-ຂອງຊາດ.
ທ່ານນາງ ທິບພະສອນ ຫຼວງຊະລາດ ຍັງຝາກເຖິງຊາວໜຸ່ມ-ເຍົາວະຊົນໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ພັດທະນະຕົນເອງຢ່າງຮອບດ້ານ ເປັນຕົ້ນຕ້ອງຮຽນຮູ້ພາສາຕ່າງປະເທດ, ຮຽນຮູ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນໜ້າວຽກວິຊາສະເພາະຂອງຕົນເອງຢ່າງປະດິດສ້າງ ຄຽງຄູ່ກັບການພັດທະນາດ້ານເສດ ຖະກິດ-ສັງຄົມ, ຊາວໜຸ່ມຕ້ອງເປັນເຈົ້າການໃນການປຸກລະດົມຈິດໃຈຮັກການຮຽນຮູ້, ຮັກໃນອາຊີບ, ຮັກການອອກແຮງງານ ກໍຄືການຜັນຂະຫຍາຍເອົາຂໍ້ແຂ່ງຂັນຂອງຊາວໜຸ່ມຄື: ບຸກດ້ານແນວຄິດ, ບຸກດ້ານວຽກງານການຈັດຕັ້ງ, ບຸກດ້ານຝຶກຝົນຫຼໍ່ຫຼອມສຶກສາຮໍ່າຮຽນ ແລະ ບຸກດ້ານວິຊາຊີບ ສ້າງວຽກເຮັດງານທໍາຫັນເຂົ້າສູ່ລ່ວງເລິກຂອງໜ້າວຽກຕົວຈິງ ເພື່ອພັດທະນາຕົນເອງໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະຂອງຕົນເອງຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ວັນທີ 23 ພະຈິກນີ້ ທີ່ສໍານັກງານອົງການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງຜົ້ງສາລີ, ມີ ທ່ານ ບົວໄລ ພານຸວົງ ກຳມະການພັກ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ພອນປະດິດ ທິບມະນີວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີບັນດາທີມງານກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ບັນດາສໍາມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 55 ທ່ານ ຍິງ 15 ທ່ານ.
ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ທ່າມກາງບັນຍາກາດອັນຄຶກຄື້ນຂອງງານບຸນມະໂຫລານພະທາດຫຼວງວຽງຈັນ ທີ່ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນຈາກທົ່ວທຸກສາລະທິດເຂົ້າມາທ່ຽວຊົມ ຜະລິດຕະພັນຫັດຖະກຳແກະສະຫຼັກໄມ້ຈາກ "ໂຮງຊ່າງ ຄວັດແກະສະຫຼັກໄມ້ສີມືຄົນລາວ" ໄດ້ກາຍເປັນອີກໜຶ່ງຈຸດສົນໃຈທີ່ສະທ້ອນໃຫ້ເຫັນທັງຄວາມງາມທາງສິລະປະ ປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມລາວຜ່ານລວດລາຍໄມ້.
ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ໃນບັນຍາກາດງານບຸນພະທາດຫຼວງທີ່ເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ ຜະລິດຕະພັນຫັດຖະກຳລາວຍັງຄົງເປັນອີກໜຶ່ງຈຸດເດັ່ນທີ່ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ໂດຍສະເພາະຜະລິດຕະພັນກະເປົາສານດ້ວຍຫວາຍ ແລະ ກະເປົາລາວຫັດຖະກຳດ້ວຍຝ້າຍ ທີ່ຖືກອອກແບບໃຫ້ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນ ແລະ ທັນສະໄໝຫຼາຍຂຶ້ນ ຍັງຄົງເປັນສິນຄ້າທີ່ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ ໂດຍສະເພາະໃນໄລຍະງານບຸນພະທາດຫຼວງ ທີ່ມີການນຳສະເໜີທັງຮູບແບບດັ້ງເດີມ ແລະ ຮູບແບບປະຍຸກໃຫ້ເຂົ້າກັບຍຸກສະໄໝ.
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ເພີ່ມເຕີມ