![]() |
ໃນໂອກາດນີ້, ພະອາຈານ ສີທົນ ໄຊຍະວົງສອນ ໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການຈັດງານບຸນໃນຄັ້ງນີ້ ຊຶ່ງເຫັນວ່າ ພຸດທະສາສະນິກະຊົນລາວ ບັນດາເຜົ່າໃຫ້ຄວາມສົນໃຈ ຫຼັງໄຫຼກັນເຂົ້າມາເຮັດບຸນສິນກິນທານ ເປັນຈຳນວນຫຼາຍ ເພື່ອສະແດງຄວາມກະຕັນຍູກະຕະເວທີ ຕໍ່ພະອາຈານໃຫຍ່ ຊາລີ ກັນຕະສີໂລ ທີ່ໄດ້ມໍລະນະພາບໄປແລ້ວ ຊຶ່ງຕະຫຼອດຊີວິດຂອງເພິ່ນ ໄດ້ທຸ່ມເທໃຫ້ກັບການເຜີຍແຜ່ພຸດທະສາສະໜາ, ການປະຕິບັດວິປັດສະນາກຳມະຖານ ແລະ ເປັນບຸກຄົນສໍາຄັນ ທີ່ໄດ້ນຳພາສ້າງສາພັດທະນາວັດປ່ານາຄູນນ້ອຍ ໃຫ້ເປັນທີ່ຮູ້ຈັກຂອງສັງຄົມ ກໍຄື ຊາວພຸດລາວບັນດາເຜົ່າ ໄດ້ເຫຼື້ອມໃສໃນສັດທາ.
ໃນງານດັ່ງກ່າວ, ໄດ້ຈັດພິທີທາງສາສະໜາຕ່າງໆ ເປັນຕົ້ນ ບວດພະ 80 ອົງ, ຈັດຝຶກອົບຮົມສີລະທຳ ໃຫ້ແກ່ນັກຮຽນ, ອົບຮົມກຳມະຖານໃຫ້ແກ່ພະບວດໃໝ່ ແລະ ສູດສາທະຍາຍພະໄຕຣປິດົກ ຕະຫຼອດທັງງານ. ພ້ອມນີ້, ຍັງໄດ້ມີພິທີຖວາຍຜ້າປ່າສາມັກຄີ, ຫຼໍ່ພະພຸດທະຮູບ 9 ອົງ, ໃສ່ບາດຖວາຍສັງຄະທານ ແລະ ຍົກຍອດຊໍ່ຟ້າປະຕູໂຂງ 3 ຍອດ.
![]() |
(ຂ່າວ: ບຸນຕອມ: ພາບ: ບຸນອູ້ມ)
ຄໍາເຫັນ