![]() |
ໂອກາດນີ້, ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ເຈົ້າອະທິການວັດປ່ານາຄູນນ້ອຍ ໄດ້ໃຫ້ຮູ້ວ່າ: ພະພຸດທະຮູບ 6 ອົງ ທີ່ຫຼໍ່ໃນຄັ້ງນີ້, ມີພະພຸດທະຮູບປາງສໍາມະທິ ແລະ ປາງຊະນະມານ, ພາຍຫຼັງຫຼໍ່ສຳເລັດ ຈະໄດ້ສືບຕໍ່ຈັດພິທີກຳທາງພຸດທະສາສະໜາ ກໍຄື ສູດສົມໂພດພະ. ຫຼັງຈາກນັ້ນ, ຈະນໍາໄປປະດິດສະຖານໄວ້ຢູ່ປະຕູໂຂງເຂົ້າວັດປ່ານາຄູນນ້ອຍ ເພື່ອເປັນສິລິມຸງຄຸນ ປະຕິບັດຕາມຮີດຄອງປະເພນີລາວ.
ການຫຼໍ່ພະພຸດທະຮູບ ເປັນພິທີກຳ ແລະ ປະເພນີອັນດີງາມຂອງຊາດລາວເຮົາ ທີ່ໄດ້ປະຕິບັດກັນມາແຕ່ດົນນານ ເພື່ອໃຫ້ລູກຫຼານຊາວພຸດທີ່ມີຈິດໃຈເຫຼື້ອມໃສສັດທາ ໄດ້ມາກາບໄຫວ້ສັກກາລະບູຊາ ເພື່ອເປັນບຸນເປັນກຸສົນ, ຍຶດໜ່ຽວຈິດໃຈໃຫ້ຢູ່ໃນຄວາມສະຫງົບ, ໂປ່ງໃສ, ມີສິນ, ມີທຳ, ຄິດດີ, ທຳດີ, ປະຕິບັດແຕ່ສິ່ງດີໆ. ທັງເປັນການ ເຕົ້າໂຮມຊາວພຸດທະສາສະນິກະຊົນລາວບັນດາເຜົ່າໃຫ້ມີຄວາມສາມັກຄີປອງດອງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຄ້ຳຈູນພະພຸດທະສາສະໜາໃຫ້ຈະເລີນງອກງາມ ເປັນທີ່ເພິ່ງທາງໃຈຂອງຊາວພຸດລາວບັນດາເຜົ່າຕະຫຼອດໄປ.
![]() |
ສຳລັບຕອນເຊົ້າວັນທີ 15 ມີນາ ນີ້ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ຍັງໄດ້ຮ່ວມໃສ່ບາດ ຖວາຍສັງຄະທານແດ່ພະສົງ 80 ອົງ ເພື່ອອຸທິດສ່ວນບຸນ, ສ່ວນກຸສົນ ເຖິງດວງວິນຍານຂອງບັນພະບຸລຸດ ເພື່ອເປັນບຸນກຸສົນ ແລະ ອື່ນໆ.
ຂ່າວ-ພາບ: ບຸນຕອມ+ບຸນອູ້ມ


ຄໍາເຫັນ