ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ ແຂວງເຊກອງ ໄດ້ຈັດພິທີຈູດທໍາລາຍຢາເສບຕິດຂຶ້ນໃນວັນທີ 16 ຕຸລາ ນີ້ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ປະທານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ຂັ້ນແຂວງ, ມີການນໍາແຂວງ-ເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຢາເສບຕິດທີ່ນໍາມາຈູດທຳລາຍໃນຄັ້ງນີ້ມີຈໍານວນ 17.724 ເມັດ ຫຼື 1.688 ກິໂລກຣາມ ໃນນັ້ນມີຢາເສບຕິດທີ່ສານຕັດສິນ 3.153 ເມັດ, ຢາເສບຕິດທີ່ສານບໍ່ໄດ້ຕັດສິນມີ 14.571 ເມັດ (ຍ້ອນບໍ່ມີເຈົ້າຂອງ, ຜູ້ຕ້ອງຫາເອົາຕົວຫຼົບໜີໃນເວລາຈັບກຸມ ແລະ ຜູ້ຕ້ອງຫາເສຍຊີວິດ).
ໂອກາດນີ້, ທ່ານ ເຫຼັກໄຫຼ ສິວິໄລ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກບາງຫາສໍາຄັນວ່າ: ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າ, ອົງການປົກຄອງແຂວງກໍຄືກໍາລັງປ້ອງກັນຄວາມສະຫງົບຈະຕ້ອງໄດ້ເປັນເຈົ້າການຕິດຕາມກວດກາ ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢ່າງເອົາຈິງເອົາຈັງເພື່ອເຮັດໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເອົາໃຈໃສ່ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່, ໂຄສະນາໃຫ້ພໍ່ແມ່ຜູ້ປົກ ຄອງສຶກສາອົບຮົມລູກຫຼານຂອງຕົນ, ສ້າງຂະບວນການຕ່າງໆ ເພື່ອຫ່າງໄກຈາກຢາເສບຕິດ, ສ້າງຂະບວບການຕ້ານຢາເສບຕິດຢ່າງຟົດຟື້ນໃນຂອບເຂດທົ່ວແຂວງພວກເຮົາ, ສ້າງສະຖາບັນສຶກສາໂຮງ ຮຽນ, ໂຮງໜໍ. ຕ້ອງສ້າງກຳລັງປອດໃສເຂັ້ມແຂງ, ກວດກາຄືນຄວາມຮັບຜິດຊອບການເມືອງ, ຖ້າກຳລັງປ້ອງຄວາມສະຫງົບມີການພົວພັນອຳນວຍຄວາມສະດວກຄ້າຂາຍຢາເສບຕິດບໍ່ວ່າລູກໃຜຫຼານໃຜຕ້ອງໄລ່ອອກຈາກກຳລັງທັນທີ, ໃຫ້ຄະນະກຳມະການຢາເສບຕິດຂັ້ນແຂວງ ປກຊ-ປກສ ໂດຍສະເພາະກຳລັງປ້ອງກັນຄວາມສະຫງົບແຂວງໃຫ້ຮີບຮ້ອນກະກຽມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍມາດຕະການບັນຫາຢາເສບຕິດ.
ຜົນງານ, ຜົນສຳເລັດທີ່ຍາດມາໄດ້ໄລຍະ 3 ປີ, ຮີບຮ້ອນກະກຽມເປີດສູນບຳບັດຢາເສບຕິດຢ່າງເປັນທາງການຢູ່ເມືອງທ່າແຕງ, ສືບຕໍ່ເຄື່ອນໄຫວເກັບກຳຂໍ້ມູນໃນບັນດາບ້ານ, ບັນດາເມືອງຂອບເຂດທົ່ວແຂວງ, ປຸກລະດົມສັງຄົມ, ຄອບຄົວປະກອບ ສ່ວນສະໜອງຂໍ້ມູມໃຫ້ຈະແຈ້ງ, ກຳນົດກົນໄກມາດຕະການໃນການແກ້ໄຂບັນຫາຢາເສບຕິດໃຫ້ນັກຮຽນ, ນັກສຶກສາໄດ້ຮັບຮູ້ - ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ. ສຳລັບກຳລັງປ້ອງກັນຄວາມສະຫງົບ, ຕ້ອງເປັນແບບຢ່າງນຳໜ້າສ້າງກໍາລັງປອດໃສເຂັ້ມແຂງ, ກວດກາຄືນຄວາມຮັບຜິດຊອບການເມືອງ, ສືບຕໍ່ໂຄສະນາຜົນຮ້າຍຂອງຢາເສບຕິດປະກອບ ສ່ວນຢ່າງກວ້າງຂວາງ ເພື່ອສືບຕໍ່ສ້າງຄອບຄົວ ແລະ ບ້ານປອດຢາເສບຕິດໃຫ້ໄດ້ຫຼາຍເພີ່ມຂຶ້ນໃນແຕ່ລະເມືອງ.
ຂ່າວ-ພາບ: ປກສ ແຂວງເຊກອງ

ຄໍາເຫັນ