ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%
ໃນໄລຍະ 6 ເດືອນ ຕົ້ນປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ອັດຕາການເຕີບໂຕທາງດ້ານເສດຖະກິດມະຫາພາກ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນ 6 ເດືອນຕົ້ນປີ 2025 ໂດຍສະພາບລວມຂອງເສດຖະກິດ ຢູ່ໃນທ່າຂະຫຍາຍຕົວດີສົມຄວນ ຊຶ່ງມີ 3ຂະແໜງການຫຼັກ ທີ່ມີການເຕີບໂຕ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ ຄື: ຂະແໜງກະສິກຳ-ປ່າໄມ້, ຂະແໜງອຸດສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ແລະ ຂະແໜງການບໍລິການ, ການຄ້າ ແລະ ການຄົມມະນາຄົມຂົນສົ່ງ.ໃນນັ້ນ, ຂະແໜງກະສິກໍາ ເພີ່ມຂຶ້ນ 4.34% ກວມເອົາ 62.99% ໂດຍການຜະລິດກະສິກໍາ, ການປູກພືດເປັນສິນຄ້າ ລວມມີ ກາເຟ, ພືດຜັກ, ໄມ້ໃຫ້ໝາກ, ໂສມດາກຈຶງ, ການລ້ຽງສັດເປັນຟາມ ແລະການປຸງແຕ່ງຜົນຜະລິດກະສິກໍາ (ແປ້ງມັນຕົ້ນ, ຢາງພາລາ, ເຫລົ້າໝາກໄມ້, ໂສມ, ກາເຟ); ຂະແໜງອຸດສະຫະກໍາ ພະລັງງານໄຟຟ້າ ແລະ ບໍ່ແຮ່ ເພີ່ມຂຶ້ນ 7.90% ກວມເອົາ 23.20%, ການຜະລິດກະແສໄຟຟ້າພະລັງງານນໍ້າ, ພະລັງງານລົມ ແລະການຂຸດຄົ້ນ-ປຸງແຕ່ງແຮ່ຖ່ານຫີນ, ແຮ່ເຫຼັກ, ແຮ່ຄໍາ, ແຮ່ຫາຍາກ, ແຮ່ບົກຊິດ; ສ່ວນຂະແໜງບໍລິການ, ການຄ້າ ແລະ ການຄົມມະນາຄົມຂົນສົ່ງເພີ່ມຂຶ້ນ 6.46% ກວມເອົາ 13.81% ຂອງ (GDP) ໂດຍມີການຄ້າຂາຍຍົກ-ຂາຍຍ່ອຍ, ການຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣີສອດ, ເຮືອນພັກ ແລະ ແຫຼ່ງງທ່ອງທ່ຽວ; ທາງດ້ານການເກັບລາຍຮັບເຂົ້າງົບປະມານ ສາມາດເກັບໄດ້ທັງໝົດ 230,77 ຕື້ກີບ, ປະຕິບັດໄດ້ 37.40% ຂອງແຜນປີ.ໃນນັ້ນ, ມີພູດສູນກາງ ປະຕິບັດໄດົ້ 61.68 ຕື້ກີບ, ພູດທ້ອງຖິ່ນ ປະຕິບັດໄດ້ 169.02 ຕື້ກີບ, ໃນດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 237.05 ຕື້ກີບ ແລະຂາດດຸ່ນງົບປະມານ 6.28 ຕື້ກີບ; ໃນການນໍາເຂົ້າ-ສົ່ງອອກສິນຄ້າ ປະຕິບັດໄດ້ 4.17 ລ້ານໂດລາສະຫະລັດ.ໃນດ້ານການປະຕິບັດແຜນການ-ການລົງທຶນຂອງລັດ ປະຕິບັດໄດ້ທັງໝົດ 222.22 ຕື້ກີບ. ໃນນັ້ນ, ການລົງທຶນຂອງລັດ ປະຕິບັດໄດ້ 103.48 ຕື້ກີບ.ທຶນຊ່ວຍເຫຼືອລ້າ-ກູ້ຢືມ ປະຕິບັດໄດ້ 704,286 ໂດລາ; ສ່ວນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 4.95 ລ້ານໂດລາ ຫຼື ເທົ່າກັບ 103.95 ຕື້ກີບ.

ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ6 ເດືອນຕົ້ນປີ 2025 ມີການຂະຫຍາຍຕົວດີຂຶ້ນເປັນກ້າວໆ ສາມາດຈັດເກັບລາຍຮັບໄດ້ຢ່າງເປັນປົກກະຕິ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ; ທັງໝົດນັ້ນ ແມ່ນສອດຄ່ອງກັບແນວທາງ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ຈະກ້າວຂຶ້ນເປັນແຂວງ ກຸ້ມຕົນເອງ ທາງດ້ານງົບປະມານ ໃນປີ 2025 ນີ້ ໂດຍຄາດຄະເນໝົດປີ, ອັດຕາການເຕີບໂຕທາງດ້ານເສດຖະກິດ ຈະຢູ່ໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນ ຈະບັນລຸໄດ້ 3,376 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ປະມານ 24.25 ລ້ານກີບ/ຄົນ/ປີ ຫຼື ເທົ່າກັບ 1,123 ໂດລາສະຫະລັດ.

(ຂ່າວ:ພຸດທະສອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ