ເຊກອງ ມອບ-ຮັບໂຄງການກໍ່ສ້າງເສັ້ນທາງເລກທີ 16B

ເຊກອງ ມອບ-ຮັບໂຄງການກໍ່ສ້າງເສັ້ນທາງເລກທີ 16B
ໃນວັນທີ 20 ພະຈິກຜ່ານມາ,ພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ (ເຈົ້າຂອງໂຄງການ)ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງລກທີ 16B ເຊກອງ-ດາກຈຶງໃຫ້ແກ່ກະຊວງ ຍທຂໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ນະຄອນສິດ ຫົວໜ້າພະແນກ ຍທຂ, ມີທ່ານ ພິດສະພົນ ພີລາວົງ ຮອງຫົວໜ້າກົມຂົວ-ທາງກະຊວງ ຍທຂ, ມີຕາງໜ້າທະນາຄານກາງ, ປະທານບໍລິສັດຜູ້ຮັບເໝົາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
     ທ່ານ ບຸນກອງ ສົມບັດພົມ ຮອງຫົວໜ້າໂຄງການໄດ້ລາຍງານຜົນສໍາເລັດຂອງໂຄງການວ່າ: ໂຄງການກໍ່ສ້າງເສັ້ນທາງເລກທີ 16B ເຊກອງ-ດາກຈຶງ ມີລວງຍາວ 94,6 ກິໂລແມັດໄດ້ເລີ່ມລົງມືກໍ່ສ້າງໃນປີ 2009 ແລະສິ້ນສຸດໂຄງການປີ 2022ມູນຄ່າການກໍ່ສ້າງທັງໝົດ 634 ຕື້ກວ່າກີບ (ທຶນພາຍໃນ 100%) ປະຕິບັດໄດ້ 99,35%, ບໍລິສັດ ທີເອັຊບີ (THB) ກຣຸບຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ ໂດຍມີບໍລິສັດລັດວິສາຫະກິດສໍາຫຼວດອອກແບບ ແລະວິໄຈວັດສະດຸກໍ່ສ້າງເປັນທີ່ປຶກສາ,ເນື່ອງຈາກວ່າອຳນາດການປົກຄອງພາຍໃນແຂວງໄດ້ມີແຜນຂະຫຍາຍເສັ້ນທາງເວັ້ນຕົວເມືອງ ໂດຍເຫັນດີໃຫ້ຍົກຍ້າຍຈຸດເລີ່ມຕົ້ນຂອງໂຄງການ ແລະ ຂະຫຍາຍຄວາມກວ້າງຂອງໜ້າທາງລົດແລ່ນອອກໄປຕື່ມອີກ ຈຶ່ງເຮັດໃຫ້ຄວາມຍາວຂອງເສັ້ນທາງຍາວທັງໝົດ 95 ກິໂລແມັດ, ຄວາມກວ້າງໜ້າທາງລົດແລ່ນ 13 ແມັດ, 9 ແມັດ, 7ແມັດ ແລະ 6 ແມັດຕາມລໍາດັບ, ເປັນທາງປະເພດ 4, ປູຢາງ 2 ຊັ້ນປະກອບມີຂົວເບຕົງ 4 ແຫ່ງ, ຍາວ 174 ແມັດ, ທໍ່ລ່ຽມ 46 ແຫ່ງ ແລະ ທໍ່ກົມ 206 ແຫ່ງ. ໄດ້ກໍ່ສ້າງລະບົບໄຟເຍືອງທາງ, ກໍ່ສ້າງທາງຄົນຍ່າງສອງຟາກຂ້າງ, ກໍ່ສ້າງຂຸມພັກນໍ້າ, ທໍ່ລະບາຍນໍ້າຂ້າງທາງສອງເບື້ອງ ແລະ ແຕ້ມເສັ້ນຂອບທາງຕາມລວງຍາວຂອງເສັ້ນທາງຊ້ວງ 3.500 ແມັດ.
    ໂອກາດນີ້, ທ່ານ ບຸນທະວີ ນະຄອນສິດ ກ່າວວ່າ: ຈຸດເລີ່ມຕົ້ນຂອງໂຄງການແມ່ນຕັ້ງຢູ່ເທດສະບານເມືອງລະມາມແຂວງເຊກອງ ແລະ ສິ້ນສຸດຢູ່ຂອບເຂດເມືອງດາກຈຶງ ຊຶ່ງເປັນໂຄງການໜຶ່ງທີ່ມີຄວາມໝາຍ, ຄວາມສໍາຄັນດ້ານການຄົມມະນາຄົມຂົນສົ່ງທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ. ເປັນເສັ້ນທາງເຊື່ອມຕໍ່, ເຊື່ອມຈອດລະຫວ່າງຈັງຫວັດອຸບົນລາດສະທານີ (ປະເທດໄທ) ຜ່ານດ່ານຊ່ອງເມັກ-ວັງເຕົ່າ (ແຂວງຈຳປາສັກ), ຜ່ານເທດສະບານເມືອງລະມາມແຂວງເຊກອງອອກສູ່ເມືອງດາກຈຶງເຂົ້າຫາຊາຍແດນລາວ-ຫວຽດນາມ (ແຂວງດານັງ). ທາງເລກທີ 16B ເມື່ອກໍ່ສ້າງສຳເລັດຈະຊ່ວຍປັບປຸງເສດຖະກິດ, ລະບົບພື້ນຖານໂຄງລ່າງຂອງແຂວງເຊກອງໃຫ້ເຂັ້ມແຂງດີຂຶ້ນເທື່ອລະກ້າວ. ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນບັນດາເຜົ່າທີ່ດຳລົງຊີວິດ, ຕັ້ງຖິ່ນຖານພູມລໍາເນົາຢູ່ລຽບຕາມສາຍທາງທີ່ອາໄສຢູ່ໃກ້ຄຽງກັບເສັ້ນທາງດັ່ງກ່າວສາມາດໄປ-ມາຫາສູ່, ຄ້າຂາຍ ແລະ ບໍລິການອື່ນໆສະດວກວ່ອງໄວຂຶ້ນກວ່າເກົ່າ. ໂອກາດນີ້, ທ່ານ ບຸນທະວີ ນະຄອນສິດໃຫ້ກຽດກ່າວມອບ ແລະ ກ່າວຮັບໂດຍທ່ານ ພິດສະພົນ ພີລາວົງ.   
ຂ່າວ-ພາບ:ພຸດທະສອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ